
ໃນວັນ ທີ່ 3 ມີນາ 2025 ທີ່ ນະຄອນຫຼວງວຽງຈັນ ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ຮ່ວມກັບສະຖາບັນການເຕີບໂຕສີ ຂຽວສາກົນ ປະຈຳ ສປປ ລາວ (GGGI) ຈັດກອງປະຊຸມເພື່ອລະດົມແນວຄວາມຄິດໃນການສົ່ງເສີມໂອກາດຂອງຂະແໜງພະລັງງານ ສປປລາວ ເຂົ້າຮ່ວມໃນຕະຫຼາດກາກບອນສາກົນ ພາຍໃຕ້ສັນຍາປາຣີ ໂດຍການເປັນປະທານຮ່ວມຂອງ ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ ແລະ ທ່ານ ນາງ ເອວາ ດີອາສ ອເຈນາ (Eva Diaz Ugena) ຮອງຫົວໜາຫ້ອງການສະຖາບັນເຕີບໂຕສີຂຽວສາກົນ ປະຈຳ ສປປ ລາວ. ມີ ທ່ານ ນາງ ເບນິຕາ ຊອມເມີວິວ (Be- Nita Sommerville) ຮອງເອກ ອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ , ຄູ່ຮ່ວມມືພັດທະນາ ແລະ ພາກເອກະຊົນໃນຂະແໜງພະລັງງານເຂົ້າຮ່ວມ. ກອງປະຊຸມດັ່ງກ່າວນີ້, ໄດ້ຮັບການສະໜັບສະໜູນຈາກກະຊວງການຕ່າງປະເທດ ແລະ ການຄ້າ (DFAT) ປະເທດ ອົດສະຕຣາລີ.

ກອງປະຊຸມຄັ້ງນີ້ ມີເປົ້າໝາຍ ເພື່ອປົດລັອກທ່າແຮງຂອງຂະແໜງພະລັງງານໃນການເຂົ້າ ຮ່ວມໃນຕະຫຼາດກາກບອນສາກົນ ແລະ ຮັບປະກັນວ່າບັນດາໂຄງການສິນເຊື່ອກາກບອນທີ່ເປັນບູລິມະສິດສໍາລັບຂະແໜງພະລັງງານ ແມ່ນມີຄວາມສອດຄ່ອງກັບແຜນງານແຫງຊາດ ການປະກອບ ສ່ວນວຽກງານປ່ຽນແປງດິນຟ້າອາກາດ ສະບັບທີ 3 (NDC 3.0) ຂອງລັດຖະບານລາວ ທີ່ກໍາລັງລິເລີ່ມກະກຽມໃຫ້ສໍາເລັດພາຍ ໃນປີ 2025 ນີ້.
ບັນດາຕົວແທນ ທີ່ມາຈາກຂະແໜງການທີ່ກ່ຽວຂ້ອງທັງພາກລັດ, ເອກະຊົນ ແລະ ຄູ່ຮ່ວມມືພັດທະນາ ໄດ້ພ້ອມກັນແລກປ່ຽນທັດສະນະ ແລະ ແນວຄວາມຄິດຢ່າງກົງໄປກົງມາ ເຊິ່ງບັນດາຫົວຂໍ້ທີ່ໄດ້ຍົກຂຶ້ນມາສົນທະນາ ແມ່ນໄດ້ເນັ້ນໜັກໃສ່ການສ້າງສິ່ງແວດລ້ອມທີ່ເອື້ອອຳນວຍເພື່ອຊຸກຍູ້ໃຫ້ຂະແໜງພະລັງງານ ສາ ມາດນໍາໃຊ້ຕະຫຼາດກາກບອນ ເພື່ອດຶງດູດການລົງທຶນເຂົ້າໃນ ການພັດທະນາເສດຖະກິດສັງຄົມ ສິ່ງທ້າທາຍທີ່ໄດ້ພົບພໍ້ໃນບັນດາ ກຸ່ມຜູ້ພັດທະນາໂຄງການສິນ ເຊື່ອກາກບອນພາກເອກະຊົນໃນ ໄລຍະຜ່ານມາ ແລະ ຂັ້ນຕອນ ສໍາຄັນທີ່ຈໍາເປັນຕ້ອງປະຕິບັດ ເພື່ອຮັບປະກັນຄວາມສອດຄ່ອງທາງດ້ານນະໂຍບາຍ.

ການສົນທະນາ ຍັງເນັ້ນໜັກໃສ່ການເຊື່ອມໂຍງແຜນງານແຫ່ງຊາດການປະກອບສ່ວນວຽກງານປ່ຽນແປງດິນຟ້າອາກາດ ສະບັບທີ3 ກັບນະໂຍບາຍ ແລະ ກອບ ວຽກງານກ່ຽວກັບສິນເຊື່ອກາກບອນທີ່ກຳລັງສ້າງຂຶ້ນໃນ ສປປ ລາວ ລວມມີ ດຳລັດວ່າດ້ວຍສິນເຊື່ອກາກບອນ ຍຸດທະສາດ ຄູ່ມື ແນະນໍາ ແລະ ກິດຈະການສິ້ນ ເຊື້ອກາກບອນທີ່ສອດຄ່ອງກັບ ຄາດໝາຍສູ້ຊົນການປະກອບ ສ່ວນແກ້ໄຂບັນຫາການປ່ຽນແປງ ດິນຟ້າອາກາດຂອງ ສປປ ລາວ ການຮັບປະກັນຄວາມສອດຄ່ອງ ລະຫວ່າງບັນດານະໂຍບາຍກ່ຽວ ກັບວຽກງານການປ່ຽນແປງດິນ ຟ້າອາກາດທັງຢູ່ລະດັບຊາດ ແລະ ສາກົນ ແມ່ນມີຄວາມສໍາຄັນຫຼາຍ ເພື່ອເພີ່ມຄວາມໜ້າເຊື່ອຖື ໃຫ້ກັບສິນເຊື່ອກາກບອນຢູ່ໃນຕະຫຼາດກາກບອນທົ່ວໂລກ ການສໍາມະນາໃນຄັ້ງນີ້ ຖືກຈັດຂຶ້ນເປັນສ່ວນໜຶ່ງຂອງວຽກງານກະກຽມ ແລະ ເປັນຄວາມກ້າວໜ້າທີ່ສໍາຄັນໃນການຈັດຕັ້ງປະຕິບັດກົນໄກ ຕະຫຼາດກາກບອນໃນຂະແໜງພະລັງງານຂອງ ສປປ ລາວ ເຊິ່ງເນັ້ນໜັກເຖິງຄວາມມຸ່ງໝັ້ນຂອງ ລັດຖະບານ ສປປລາວ ໃນການຈັດຕັ້ງປະຕິບັດວຽກງານການ ປ່ຽນແປງດິນຟ້າອາກາດ ແລະ ສົ່ງເສີມການມີສ່ວນຮ່ວມຂອງພາກລັດ ແລະ ເອກະຊົນໃນການພັດທະນາພະລັງງານແບບຍືນຍົງ.

ພາບ ແລະ ຂ່າວ: ກົມສົ່ງເສີມ ແລະ ປະຢັດພະລັງງານ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ
Website:www.mem.gov.la
ສາຍດ່ວນ: 1506