ໃນວັນທີ 25 ມັງກອນ 2022 ນີ້ ຢູ່ສະໂມສອນຫ້ອງວ່າການປົກຄອງແຂວງ ໄດ້ຈັດກອງປະຊຸມເຊື່ອມຊືມເອກະສານການເມືອງ ແລະ ດຳເນີນຊີວິດການເມືອງທ້າຍສະໄໝຂອງບັນດາໜ່ວຍພັກ ທີ່ຂື້ນກັບຄະນະພັກຮາກຖານພະແນກພະລັງງານ ແລະ ບໍ່ແຮ່ແຂວງ ສະຫວັນນະເຂດ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ບຸນລ້ວນ ລີໄຊຍະລາດ ເລຂາຄະນະພັກຮາກຖານ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ມີຄະນະພັກຮາກຖານ ພ້ອມດ້ວຍສະມາຊິກພັກ, ພະນັກງານຫຼັກແຫຼ່ງພາຍໃນພະແນກ ພະລັງງານ ແລະ ບໍ່ແຮ່, ຕາງໜ້າຈາກຄະນະໂຄສະນາອົບຮົມແຂວງ ແລະ ຄະນະກວດກາແຂວງ ເຂົ້າຮ່ວມ.
ໃນກອງປະຊຸມ ພາຍຫລັງໄດ້ຮັບຟັງການຜ່ານບົດລາຍງານການຊີ້ນຳ – ນໍາພາລວມຂອງຄະນະພັກຮາກຖານໃນໄລຍະກອງປະຊຸມຜ່ານມາຈາກສະຫາຍ ບຸນຕາ ຈິມມາລາ ຄະນະພັກຮາກຖານແລ້ວ ຍັງໄດ້ຮັບຟັງການຜ່ານ 3ເອກະສານຄື: ເອກະສານຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ , ເອກະສານເສີມຂະຫຍາຍມູນເຊື້ອ ແລະ ຄວາມສາມັກຄີພາຍໃນພັກ ແລະ ເອກະສານຕັ້ງໜ້າຝືກຝົນຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ບາງເນື້ອໃນຈິດໃຈ ຂໍ້ຫ້າມສຳລັບສະມາຊິກພັກ , ກົດໝາຍລັດຖະກອນ , ກົດໝາຍຕ້ານການສໍ້ລາດບັງຫລວງ,ພ້ອມທັງແນະນຳການຂຽນບົດສຳຫລວດບຸກຄົນໃນຄະນະພັກ , ບຸກຄົນສະມາຊິກພັກ ແລະ ຄຳຕຳນິສົ່ງຂ່າວແບບປິດລັບ ຈາກ ສະຫາຍ ຄຳຫລ້າ ພະພິທັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ.
ຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ສະຫາຍ ບຸນລ້ວນ ລີໄຊຍະລາດ ເລຂາຄະນະພັກຮາກຖານ ພະແນກພະລັງງານ ແລະ ບໍ່ແຮ່ ຍັງໄດ້ໂອລົມ ແລະ ໃຫ້ທິດຊີ້ນຳແກ່ຄະນະໜ່ວຍພັກທີ່ຂື້ນກັບຄະນະພັກພະແນກຂອງຕົນ ໃນນີ້ ສະຫາຍ ໄດ້ຊີ້ນຳລົງເລີກຄວາມຮັບຜິດຊອບທາງດ້ານການເມືອງທີ່ໄດ້ຮັບມອບໝາຍ ເປັນຕົ້ນດ້ານການເມືອງແນວຄິດ , ດ້ານວິຊາສະເພາະ ,ຊີ້ນຳວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະຊີ້ນຳອຳນາດການປົກຄອງ , ອົງການຈັດຕັ້ງມະຫາຊົນ , ວຽກງານປັບປຸງກໍສ້າງແລະຂະຫຍາຍພັກ.
ແຫຼ່ງຂ່າວ: ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ
ຂ່າວ: ຄຳແສງ ແກ້ວປະເສີດ