ກອງປະຊຸມປຶກສາຫາລື ກ່ຽວກັບ ຮ່າງຄໍາແນະນໍາ ວ່າດ້ວຍການສ້າງບົດລາຍງານຄວາມປອດໄພຂອງເຂື່ອນ

          ໃນວັນທີ 22 ສິງຫາ 2024, ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ (ກປພ), ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ຮ່າງຄໍາແນະນໍາ ວ່າດ້ວຍການສ້າງບົດລາຍງານຄວາມປອດໄພຂອງເຂື່ອນ ຢູ່ທີ່ ເມືອງວັງວຽງ ແຂວງວຽງຈັນ, ໂດຍການເປັນປະທານ ຂອງ ທ່ານ ວຽງໄຊ ຈັນທາ ຮອງຫົວໜ້າກົມຄຸ້ມຄອງຄວາມປອດໄພອຸສາຫະກຳພະລັງງານ, ກະຊວງ ພະລັງງານ ແລະ ບໍ່ແຮ່, ມີຜູ້ເຂົ້າຮ່ວມຈາກ ຫ້ອງການກະຊວງ, ບັນດາກົມ, ສະຖາບັນ ອ້ອມຂ້າງກະຊວງ, ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ແລະ ທ່ານຜູ້ຕາງ ອົງການ ເຮວວີຕັດ ປະຈຳລາວ ເຂົ້າຮ່ວມ.

          ທ່ານ ວຽງໄຊ ຈັນທາ ຮອງຫົວໜ້າກົມຄວາມປອດໄພອຸດສາຫະກຳພະລັງງານ ໄດ້ກ່າວເປີດກອງປະຊຸມຕື່ມວ່າ: ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ຕ່າງຫນ້າໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ດຳເນີນ ກອງປະຊຸມປຶກສາຫາລືແລກປ່ຽນ ກ່ຽວກັບ ຮ່າງ ຄໍາແນະນໍາ ວ່າດ້ວຍການສ້າງ ບົດລາຍງານ ຄວາມປອດໄພຂອງເຂື່ອນ ຊຶ່ງເປັນໜຶ່ງໃນວຽກທີ່ສຳຄັນ ໃນຈຸດສຸມ ທີ່ພວມຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ສະໄໝທີ XI ແລະ ແຜນພັດທະນາເສດຖະກິດ ສັງຄົມແຫ່ງຊາດ ຄັ້ງທີ IX (2021-2025), ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ສະໄໝທີ III ແລະ ໂດຍສະເພາະ ແມ່ນ ຄໍາເຫັນຊີ້ນໍາຂອງກອງປະຊຸມລັດຖະບານ ໂດຍການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຄັ້ງວັນທີ 21 ກໍລະກົດ 2023

          ທ່ານ ຮອງຫົວໜ້າກົມໄດ້ກ່າວຕື່ມວ່າ: ໃນໄລຍະຜ່ານມາ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ໄດ້ສຸມໃສ່ວຽກງານຕິດຕາມກວດກາ ຄຸ້ມຄອງມະຫາພາກດ້ານຄວາມປອດໄພຂອງເຂື່ອນ ທີ່ພົ້ນເດັ່ນແມ່ນໄດ້ມີການສຳເລັດໃນການສ້າງ ກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ເຊິ່ງຖຶກສະພາຮັບຮອງໃນວັນທີ 07 ກໍລະກົດ 2022 ແລະ ມີການປະກາດນຳໃຊ້ຢ່າງເປັນທາງການ ໃນວັນທີ 19 ສິງຫາ 2022 ແລະ ໄດ້ສຳເລັດໃນການ ສ້າງກອບໜ້າວຽກໃນການສ້າງແຜນຮັບມືສຸກເສີນ (TOR EAP) ປະກາດນຳໃຊ້ຢ່າງເປັນທາງການໃນວັນທີ 25 ພຶດສະພາ 2023, ນອກຈາກນັ້ນຍັງມີ ບັນດາ ນິຕິກໍາ ລຸ່ມກົດໝາຍທີ່ກ່ຽວຂ້ອງກັບຄວາມປອດໄພຂອງເຂື່ອນ ທີ່ລັດຖະບານວາງອອກແຕ່ລະໄລຍະ ສຳເລັດ ແລະ ປະກາດນຳໃຊ້ຢ່າງເປັນທາງການ ເປັນຕົ້ນແມ່ນ ຄຳແນະນຳ ໃນການຄຸ້ມຄອງ ມາດຕະຖານເຕັກນິກໄຟຟ້າຂອງລາວ, ຄໍາແນະນໍາ, ຄູ່ມືກວດສອບ ກວດກາ, ຄໍາແນະນໍາ ວ່າດ້ວຍ ຄວາມປອດໄພຂອງເຂື່ອນ ຈຳນວນ 08 ສະບັບ ແລະ ການຜັນຂະຫຍາຍຂໍ້ຕົກລົງຂອງ ນາຍົກລັດຖະມົນຕີ ສະບັບເລກທີ 68/ນຍ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຮັບຮອງແຜນຮັບມືສຸກເສີນ.
          ໃນໄລຍະທີ່ຜ່ານ ກປພ ໄດ້ໃຫ້ ຄວາມສໍາຄັນໃນການລາຍງານດ້ານການຕິດຕາມກວດກາຄວາມປອດໄພເຂື່ອນ ໃນໄລຍະດໍາເນີນງານ, ໄດ້ມີຄວາມພະຍາຍາມຊຸກຍຸ້ສົ່ງເສິມໃຫ້ທຸກໂຄງການຕ້ອງປະຕິບັດການລາຍງານ ໃຫ້ສອດຄ່ອງກັບ ລະບຽບ ແລະ ຄໍາແນະນໍາວ່າດ້ວຍຄວາມປອດໄພ. ປະຈຸບັນ ກປພ ຕິດຕາມກວດກາຄວາມປອດໄພເຂື່ອນໃນໄລຍະດໍາເນີນງານທັງໝົດ ປະມານ 81 ໂຄງການ, ເຂື່ອນຂະຫນາດໃຫ່ຍກວ່າ 15 MW ເຂື່ອນໄປມີ 46 ໂຄງການ, ໄດ້ສົ່ງບົດລາຍງານຕິດຕາມກວດກາຄວາມປອດໄພເຂື່ອນ ຫາ ກປພ 31 ໂຄງການ, ໂຄງການເຂື່ອນຂະໜາດນ້ອຍກວ່າ 15 MW ລົງມາ 35 ໂຄງການ, ໄດ້ສົ່ງບົດລາຍງານຕິດຕາມກວດກາຄວາມປອດໄພເຂື່ອນ ຫາ ກປພ 8 ໂຄງການ. ລັກສະນະການລາຍງານຂອງບັນດາໂຄງການເຂື່ອນໄຟຟ້າ ເຫັນວ່າເນື້ອໃນບົດລາຍງານແມ່ນຍັງບໍ່ຄົບຖ້ວນ ແລະ ສອດຄ່ອງກັບລະບຽບ, ຄໍາແນະນໍາ ເທົ່າທີ່ຄວນ ບາງໂຄງການມີເນື້ອໃນລັກສະນະການລາຍງານເລື່ອງສິ່ງແວດລ້ອມສັງຄົມຫຼາຍ ສ່ວນວຽກງານຄວາມປອດໄພເຂື່ອນແມ່ນມີໜ້ອຍ ແຕ່ລະໂຄງການແມ່ນມີແບບຟອມການລາຍງານທີ່ແຕກຕ່າງກັນ ເພື່ອໃຫ້ບັນດາໂຄງການໄດ້ຈັດຕັ້ງປະຕິບັດການລາຍງານດ້ານການຕິດຕາມກວດກາດ້ານຄວາມປອດໄພເຂື່ອນ ໃຫ້ເປັນເອກະພາບກັນ ໃນດ້ານຂອບເຂດ, ເນື້ອໃນ ແລະ ມີມາດຕະຖານດຽວກັນ, ເຮັດໃຫ້ເນື້ອໃນມີຄວາມຄົບຖ້ວນ, ຄວບຄຸມເນື້ອຫາທີຕິດພັນກັບການປະເມີນດ້ານຄວາມປອດໄພ ແລະ ເປັນລະບົບຄົບຊຸດ, ງ່າຍຕໍ່ການສະຫຼຸບສັງລວມ ແລະ ວິເຄາະດ້ານພືດຕິກໍາຄວາມປອດໄພເຂື່ອນ ຈຶ່ງໄດ້ມີການຈັດກອງປະຊຸມນີ້ຂື້ນມາເພື່ອປະກອບຄຳເຫັນໃສ່ເນື້ອໃນ ຮ່າງ ຄໍາແນະນໍາ ວ່າດ້ວຍການສ້າງ ບົດລາຍງານ ຄວາມປອດໄພຂອງເຂື່ອນ ເພື່ອກ້າວໄປສູ່ການປະກາດນຳໃຊ້ຢ່າງເປັນທາງການ.
ພາບ-ຂ່າວ: ກົມຄຸ້ມຄອງຄວາມປອດໄພອຸສາຫະກຳພະລັງງານ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506