ກອງປະຊຸມເຜີຍແຜ່ເນື້ອໃນວ່າດ້ວຍການລົງທຶນສຳປະທານຂຸດຄົ້ນຖ່ານຕົມ ຢູ່ບ້ານນາສະຫວ່າງ ເມືອງນາໝໍ້.

          ໃນຕອນເຊົ້າ ວັນທີ 24 ສິງຫາ 2023 ນີ້ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມເຜີຍແຜ່ເນື່ອໃນວ່າດ້ວຍການລົງທຶນສຳປະທານຂຸດຄົ້ນຖ່ານຕົມ ຢູ່ທີ່ຫ້ອງປະຊຸມແຜນການ ແລະ ການລົງທຶນ ເມືອງ ນາໝໍ້ ໂດຍການເປັນປະທານຂອງ ທ່ານ ຊາຍແສງ ຈິດດາວົງ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ, ເຂົ້າຮ່ວມມີ ທ່ານ ປອ ວົງສະຫວັນ ໄຊຍະວົງ ເຈົ້າເມືອງ ນາໝໍ້, ຫົວໜ້າ, ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ, ທີມງານແຂວງ, ທີມງານໂຄງການ ແລະ ອົງການປົກຄອງບ້ານທີ່ກ່ຽວຂ້ອງເຂົ້າຮ່ວມ.

          ກອງປະຊຸມໄດ້ຜ່ານມະຕິຂອງກອງປະຊຸມສະພາປະຊາຊົນແຂວງ ສະບັບເລກທີ 200/ສພຂ, ອຊ. ວ່າດ້ວຍການຮັບຮອງເອົາຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການຄຸ້ມຄອງແຮ່ທາດອະໂລຫະສຳລັບການກໍ່ສ້າງ ແລະ ອຸດສາຫະກຳ ພາຍໃນ ແຂວງອຸດົມໄຊ, ເຜີຍແຜ່, ເຊື່ອມຊຶມວຽກງານການລົງທຶນສຳປະທານຂຸດຄົ້ນຖ່ານຕົມ ຢູ່ບ້ານນາສະຫວ່າງ ເມືອງນາໝໍ້ ແຂວງອຸດົມໄຊ ຂອງໂຮງງານດິນຈີ່ ເກດທະລາ ສ່ວນບຸກຄົນ ກອງປະຊຸມຍັງໄດ້ຊີ້ແຈ້ງກ່ຽວກັບການສັນຍາຂອງໂຄງການ ເພື່ອເຮັດໃຫ້ອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ມີຄວາມເຂົ້າໃຈຕໍ່ກັບເນື້ອໃນສັນຍາຂອງໂຄງການ, ໂຮງງານດິນຈີ່ເກດທະລາ ສວນບຸກຄົນ ເປັນຜູ້ລົງທຶນພາຍໃນ 100% ເຊີ່ງໄດ້ເຊັນສັນຍາພັດທະນາບໍ່ແຮ່, ໂຄງການຂຸດຄົ້ນແຮ່ຖ່ານຫີນ, ຢູ່ເຂດບ້ານນາສະຫວ່າງ ເມືອງນາໝໍ້ ແຂວງອຸດົມໄຊ ເຊີງໄດ້ກຳນົດເຊັນສັນຍາໄລຍະ 5 ປີ ( ເລີມແຕ່ ວັນທີ 21 ເມສາ 2023-21 ເມສາ 2028 ). ທັງນີ້ທາງໂຄງການຈະໄດ້ເອົາໃຈໃສ່ຜະລິດຕະພັນໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ຈະປົກປັກຮັກສາສິ່ງແວດລ້ອມໃຫ້ດີ ແລະ ພັນທະຄ່າບໍການໃຫ້ອົງການປົກຄອງທ້ອງຖິ່ນຕາມຂັ້ນຕອນໃຫ້ຖືກຕ້ອງຕາມລະບຽບກົດໝາຍ.
ສະຖານີວິທະຍຸ ແລະ ໂທລະພາບ ແຂວງ ອຸດົມໄຊ