
ຊຸດຝຶກອົບຮົມ ກ່ຽວກັບ ອົກທົກກະສາດ ວຽກງານຄວາມປອດໄພຂອງເຂື່ອນ ໄດ້ຈັດຂຶ້ນທີ່ໂຮງແຮມທະວີສຸກ ເມືອງວັງວຽງ, ແຂວງວຽງຈັນ, ໃນວັນທີ 18-22 ພະຈິກ 2024 ໂດຍການເປັນປະທານຂອງ ທ່ານ ບົວເທບ ມາໄລຄຳ ຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ, ໂດຍໄດ້ຮັບການຊ່ວຍເຫຼືອ ດ້ານວິຊາການ ແລະ ລະບຽບການ ດ້ານຄວາມປອດໄພຂອງເຂື່ອນ (DSTIA). ໂດຍມີຜູ້ຕາງໜ້າຈາກ ພບ ແຂວງວຽງຈັນ ແລະ ອົງການເຮວວີຕັດ ປະຈໍາ ສປປລາວ ແລະ ຊ່ຽວຊານຜຸ້ທີ່ມີປະສົບການ ພ້ອມດ້ວຍພະນັກງານວິຊາການຈາກ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ມີຈຳນວນຜູ້ເຂົ້າຮ່ວມ ທັງໝົດ 29 ທ່ານ.

ທ່ານ ຫົວໜ້າກົມ ຍັງໃຫ້ຮູ້ຕື່ມວ່າ: ຊຸດຝຶກອົບຮົມກ່ຽວກັບ ວຽກງານຄວາມປອດໄພຂອງເຂື່ອນຂື້ນ ແມ່ນກິດຈະກຳໜຶ່ງ ທີ່ນອນຢູ່ໃນບັນດາກິດຈະກຳທີ່ຈຳເປັນ ຂອງໂຄງການຊ່ວຍເຫລືອດ້ານວິຊາການ ແລະ ລະບຽບຫລັກການດ້ານຄວາມປອດໄພຂອງເຂື່ອນ ທີ່ຈະຊ່ວຍເສີມສ້າງຄວາມສາມາດທາງດ້ານເຕັກນິກວິຊາການຂອງ ກະຊວງ ພະລັງງານ ແລະ ບໍ່ແຮ່ ໃນການຊີ້ນໍາການປະຕິບັດວຽກງານ ຄວາມປອດໄພຂອງເຂື່ອນ ໃຫ້ໄດ້ຮັບການປັບປຸງຫຼາຍຂຶ້ນ.


ໃນໄລຍະທີ່ຜ່ານມາ ພາຍຫຼັງທີ່ເກີດເຫດການບໍ່ເພີງປາດຖະໜາ ກ່ຽວກັບຄວາມປອດໄພຂອງເຂື່ອນ ເປັນຕົ້ນແມ່ນໃນປີ 2017 ແລະ 2018 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມີການສຸມໃສ່ ວຽກງານຕິດຕາມກວດກາ ຄວາມປອດໄພຂອງເຂື່ອນ, ການຄຸ້ມຄອງ ແລະ ການບໍລິຫານຈັດການອ່າງນ້ຳຂອງເຂື່ອນ ເພື່ອຄວາມປອດໄພເຂື່ອນທັງໝົດ ທັງເຂື່ອນນ້ອຍ ແລະ ເຂື່ອນໃຫຍ່ ໃນຂອບເຂດທົ່ວປະເທດ; ຜ່ານມາ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ແຕ່ງຕັ້ງ ຄະນະວິຊາການກວດກາດ້ານເຕັກນິກ ແລະ ກວດກາດ້ານນິຕິກຳ, ມີຄະນະຊ່ຽວຊານຂອງທະນາຄານໂລກ ແລະ ຄະນະຊ່ຽວຊານ ຂອງປະເທດນິວຊີແລນ ເຮັດໜ້າທີ່ ກວດກາດ້ານຄວາມປອດໄພຂອງເຂື່ອນ ໃນຂອບເຂດທົ່ວປະເທດ ໃນນັ້ນ ມີເຂື່ອນໃຫຍ່ 54 ເຂື່ອນ ແລະ ເຂື່ອນນ້ອຍ 42 ເຂື່ອນ ໄດ້ສຳເລັດຢ່າງຈົບງານ ສະຫລຸບວ່າ ບັນດາໂຄງການເຂື່ອນ ແມ່ນມີຄວາມປອດໄພ ແຕ່ບາງເຂື່ອນຈະຕ້ອງໄດ້ເອົາໃຈໃສ່ ປັບປຸງຕາມການແນະນຳຂອງຊ່ຽວຊານ . ມາເຖິງທ້າຍປີ2022 ທົ່ວປະເທດ ມີເຂື່ອນໄຟຟ້າທັງໝົດ 81 ແຫ່ງ ລວມກຳລັງການຕິດຕັ້ງ ແມ່ນ 11.661 ເມກາວັດ , ສາມາດຜະລິດພະລັງງານໄຟຟ້າໄດ້ 58.813 ລ້ານກິໂລວັດໂມງ ແລະ ຄາດວ່າ ປີ 2030 ມີເຂື່ອນໄຟຟ້າທັງ ໝົດ 100 ແຫ່ງ ທີ່ຈະດໍາເນີນການຜະລິດ ແລະ ຍັງມີແຜນພັດທະນາອີກຈໍານວນຫຼາຍສົມຄວນ.
