ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ຕ້ອນຮັບບັນດາທູດ ສປປ ລາວ ປະຈຳຢູ່ຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ແລະ ພົບປະ

          ຕອນເຊົ້າວັນທີ 28 ກັນຍາ 2022 ຢູ່ຫ້ອງຮັບແຂກກະຊວງ ພະລັງງານ ແລະ ບໍ່ແຮ່, ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຕ້ອນຮັບບັນດາ ທ່ານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປລາວ ປະຈຳຢູ່ 6 ປະເທດຄື: ສາທາລະນະລັດ ເກົາຫຼີ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນເກົາຫຼີ, ສາທາລະນະລັດ ສະຫະພັນເຢຍລະມັນ, ຣາຊະອານາຈັກ ອັງກິດ, ສາທາລະນະລັດ ອິນເດຍ ແລະ ສາທາລະນະລັດ ຟິລິບປິ່ນ ເຊິ່ງນຳພາໂດຍ ທ່ານ ສົງການ ຫຼວງມຸນິນທອນ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ເກົາຫຼີ ເຂົ້າຢ້ຽມຂໍ່ານັບ ແລະ ພົບປະ ກັບການນຳກະຊວງ ພະລັງງານ ແລະ ບໍ່ແຮ່.
          ໃນໂອກາດດັ່ງກ່າວ, ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ສະແດງຄວາມຕ້ອນຮັບ ພ້ອມທັງຕີລາຄາສູງຕໍ່ ທ່ານ ທູດທັງ 6 ທ່ານ ທີ່ໄດ້ມາປຶກສາຫາລື ແລະ ພົບປະກັບກະຊວງ ພະລັງງານ ແລະ ບໍ່ແຮ່ ໃນຄັ້ງນີ້. ເນື່ອງຈາກວ່າ ທັງ 6 ປະເທດກໍ່ລ້ວນແຕ່ໄດ້ມີການພົວພັນຮ່ວມມືທີ່ດີ ແລະ ມີການຊ່ວຍເຫຼືອໃນຂົງເຂດພະລັງງານ ແລະ ບໍ່ແຮ່. ພ້ອມກັນນີ້, ທ່ານ ຮອງລັດຖະມົນຕີ ໄດ້ລາຍງານຫຍໍ້ ຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ແຜນການຮ່ວມມືໃນຕໍ່ໜ້າກັບ 6 ປະເທດດັ່ງກ່າວ ເພື່ອເປັນຂໍ້ມູນ ແລະ ເປັນບ່ອນອີງໃນການເຄື່ອນໄຫວວຽກງານການທູດຂອງ ທ່ານ ທູດທັງ 6 ທ່ານ ທີ່ກຳລັງຈະໄປປະຕິບັດໜ້າທີ່ອັນມີກຽດສະຫງ່ານີ້.
          ທ່ານ ສົງການ ຫຼວງມຸນິນທອນ ຕາງໜ້າໃຫ້ ທ່ານ ທູດ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ທ່ານ ຮອງລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບ ພ້ອມທັງລາຍງານຫຍໍ້ການຮ່ວມມືດ້ານພະລັງງານ ແລະ ບໍ່ແຮ່ ກັບ 6 ປະເທດ ເຊິ່ງເຫັນວ່າມີຫຼາຍປະເທດມີການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ. ຫຼັງຈາກນັ້ນ, ທ່ານ ທູດແຕ່ລະ ທ່ານ ກໍ່ພ້ອມກັນແລກປ່ຽນບົດຮຽນ ແລະ ຂໍ້ມູນການຮ່ວມມືລະຫວ່າງ ສປປ ລາວ ກັບແຕ່ລະປະເທດຕື່ມອີກ.
ພາບ: ລຸ້ງຟ້າ ອົບພະຈັນ
ຂ່າວ: ຄຳແສງ ແກ້ວປະເສີດ