
ໃນວັນທີ 13 ມີນາ 2025 ທີ່ໂຮງແຮມ ຄຣາວ ພລາຊາ, ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມກອງປະຊຸມຄະນະກຳມະການຊີ້ນໍາຮ່ວມ ໂຄງການເຂື່ອນໄຟຟ້ານໍ້າໂມ້ 2 ພາຍໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່, ມີບັນດາ ທ່ານ ຮອງລັດຖະມົນຕີ, ຮອງເຈົ້າແຂວງ ແຂວງ ຊຽງຂວາງ, ບັນດາທ່ານໃນຄະນະກໍາມະການຊີ້ນໍາຮ່ວມຂອງໂຄງການ.

ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນເພື່ອປະຕິບັດຕາມພາລະບົດບາດຂອງຄະນະ ກຳມະການຊີ້ນໍາຮ່ວມ ໃນການຕິດຕາມກວດກາ ແລະ ຕີລາຄາສະພາບຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການໃນ ໄລຍະຜ່ານມາ ລວມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນຫາອື່ນໆ ເພື່ອພ້ອມກັນປຶກສາຫາລືໃຫ້ທິດຊີ້ນໍາຢ່າງເໝາະ ສົມ ຮັບປະກັນການຈັດຕັ້ງປະຕິບັດໂຄງການໄດ້ດຳເນີນການຢ່າງຕໍ່ເນື່ອງ ແລະ ສໍາເລັດຕາມແຜນທີ່ວາງໄວ້.

ໂຄງການໄຟຟ້ານໍ້າໂມ້ 2 ໄດ້ເຊັນສັນຍາສໍາປະທານໃນວັນທີ 30 ມີນາ 2017 ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ໄຟຟ້ານໍ້າໂມ້ 2 ຈໍາກັດ ໂດຍມີກໍາລັງຕິດຕັ້ງທັງໝົດ 120 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າສະເລ່ຍ 498,31 ກິກາວັດໂມງ ຕໍ່ປີ, ມູນຄ່າ ໂຄງການ 218 ລ້ານໂດລາສະຫະລັດ, ມີອາຍຸສໍາປະທານ 27 ປີ ນັບຈາກມື້ຂາຍໄຟຟ້າຢ່າງເປັນທາງການ ແລະ ຕາມສັນຍາຊື້ຂາຍໄຟແມ່ນຈະຂາຍໄຟຟ້າໃນປີ 2023, ແຕ່ຍ້ອນຄວາມຫຍຸ້ງຍາກໃນການພັດທະນາ ຈຶ່ງເຮັດໃຫ້ໂຄງການມີການເລື່ອນມື້ຂາຍໄຟອອກໄປເປັນຕົ້ນປີ 2026.
ກ່ອນໜ້ານີ້ໂຄງການໄດ້ຮັບອະນຸມັດ ໃຫ້ເຮັດວຽກກະກຽມໂຄ່ງລ່າງພື້ນຖານມາຕັ້ງແຕ່ທ້າຍປີ 2014 ເປັນຕົ້ນມາ ເຊັ່ນ: ການກໍ່ສ້າງເສັ້ນທາງ, ເຮືອນພັກພະນັກງານ, ລະບົບໄຟຟ້າເຂົ້າຫາໂຄງການ ພາຍຫຼັງສໍາເລັດກໍ່ໄດ້ຢຸດການກໍ່ສ້າງໄວ້ຊົ່ວຄາວ ເນື່ອງຈາກມີປ່ຽນແປງຂາຮຸ້ນຫຼາຍຄັ້ງ ລວມທັງສະພາບການດັດແກ້ທາງດ້ານການອອກແບບເຕັກນິກໃຫ້ມີຄວາມຮັບປະກັນ. ຕົ້ນປີ 2020 ບໍລິສັດໄດ້ສືບຕໍ່ລົງມືກໍ່ສ້າງວຽກຫຼັກຂອງໂຄງການຈົນມາເຖິງປະຈຸບັນຖືວ່າມີຄວາມສໍາເລັດປະມານ 78.39%. ຕໍ່ກັບການຈັດຕັ້ງປະຕິບັດໂຄງການ ໄລຍະຜ່ານມາ, ຄະນະກໍາມະການຊີ້ນໍາຮ່ວມຂອງໂຄງການ ແລະທຸກພາກສ່ວນທັງສູນກາງ ແລະທ້ອງຖິ່ນໄດ້ປະກອບສ່ວນ, ສະໜັບສະໜູນ ແລະ ເອື້ອອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດໂຄງການດ້ວຍດີສະເໝີມາ.ໂຄງການເຂື່ອນໄຟຟ້ານໍ້າໂມ້ 2 ແມ່ນໜຶ່ງໃນໂຄງການທີ່ມີຄວາມໝາຍ ສໍາຄັນຕໍ່ການພັດທະນາຂະ ແໜງພະລັງງານໄຟຟ້າຂອງພວກເຮົາ ໂດຍໂຄງການດັ່ງກ່າວມີເປົ້າໝາຍສົ່ງໄຟ ຂາຍໄປຍັງ ສສ ຫວຽດນາມຕາມກອບການຮ່ວມມືດ້ານພະລັງງານ ລະຫວ່າງ ສອງປະເທດ. ນອກຈາກນັ້ນການພັດທະນາໂຄງການດັ່ງກ່າວຍັງໄດ້ປະກອບສ່ວນອັນສໍາຄັນຕໍ່ແຜນພັດທະນາເສດຖະກິດ-ສັງຄົມ ຊາດໃນແຕ່ລະໄລຍະທີ່ຕິດພັນກັບການພັດທະນາຂະແໜງອຸດສາຫະກໍາພະລັງງານ ເພື່ອຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ເທື່ອລະກ້າວ ຕາມວິໄສທັດການພັດທະນາຂະແໜງການ ທີ່ວ່າ: “ພັດທະນາພະລັງງານ ແລະ ບໍ່ແຮ່ ຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ, ຂຸດຄົ້ນ ແລະ ນໍາໃຊ້ທ່າແຮງຊັບພະຍາກອນທໍາມະຊາດ ໃຫ້ຮັບປະກັນຄວາມຢືນຍົງ, ສົ່ງເສີມຫົວໜ່ວຍເສດຖະກິດຂອງຊາດໃຫ້ເຂັ້ມແຂງຍູ້ແຮງການສະໜອງໄຟຟ້າຮັບໃຊ້ພາຍໃນໃຫ້ພຽງພໍ ແລະ ໜັ້ນຄົງ, ເຊື່ອມໂຍງແລກປ່ຽນພະລັງງານ ກັບປະເທດເພື່ອນບ້ານ ແລະ ພາກພື້ນ, ພັດທະນາພະລັງງານ ແລະ ບໍ່ແຮ່ ເພີ່ມຂື້ນດ້ວຍສີຂຽວ ແລະ ສົດໃສ”.