ກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບການຄຸ້ມຄອງໂຄງການບໍ່ແຮ່ Post author:mem admin Post published:12/09/2024 Post category:ການເຄື່ອນໄຫວຂອງຄະນະນຳກະຊວງພະລັງງານ ແລະ ບໍ່ແຮ່ ກອງປະຊຸມສຳມະນາວິທະຍາສາດກ່ຽວກັບການຄຸ້ມຄອງບໍ່ແຮ່ໃນໄລຍະໃໝ່ ໄດ້ຈັດຂື້ນໃນວັນທີ 23 ສິງຫາ 2024 ທີ່ໂຮງແຮມລາວເທວ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ມີຜູ້ເຂົ້າຮ່ວມຈາກຕາງໜ້າ ຈາກບັນດາກະຊວງທີ່ກ່ຽວຂ້ອງ, ສະພາແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ມະຫາວິທະຍາໄລແຫ່ງສາດ, ຊ່ຽວຊານດ້ານທໍລະນີສາດ ແລະ ບໍ່ແຮ່, ບໍລິສັດພູເບ້ຍມາຍນິ້ງ ພ້ອມດ້ວຍບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມ. ໃນວາລະການດຳເນີນກອງປະຊຸມ ທ່ານ ສຸຂັນສັກ ສີສຸກ ຫົວຫນ້າກົມທໍລະນີສາດ ແລະ ແຮ່ທາດ ແລະ ທ່ານ ບຸນຍົງ ສີດາວົງ ຫົວໜ້າ ກົມຄຸ້ມຄອງບໍ່ແຮ່ ໄດ້ລາຍງານຫຍໍ້ກ່ຽວກັບຂັ້ນຕອນ, ວິທີການ ອະນຸຍາດແລະຄຸ້ມຄອງໂຄງການບໍ່ແຮ່ ໄລຍະຊອກຄົ້ນສຳຫຼວດຕາມກົດຫມາຍ ແລະ ເຕັກນິກ ທີ່ຈັດຕັ້ງປະຕິບັດຢູ່ໃນປັດຈຸບັນ ແລະ ແຜນການ ຫຼື ຂໍ້ສະເໜີປັບປຸງໃຫ້ດີຂື້ນໃນຕໍ່ໜ້າ ພ້ອມນັ້ນກໍໄດ້ມີການແລກປ່ຽນ ປະກອບຄໍາຄິດຄໍາເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມຈາກພາກສ່ວນຕ່າງໆ. ກອງປະຊຸມຍັງໄດ້ຮັບຟັງການນຳສະເໜີບົດຮຽນຂອງຜູ້ພັດທະນາໂຄງການ ບໍລິສັດພູເບ້ຍມາຍນິ້ງ, ຜົນການສຳເລັດ ແລະ ສິ່ງທ້າທາຍຕ່າງໆດ້ານວຽກງານທໍລະນີສາດ ແລະວຽກງານຄຸ້ມຄອງບໍ່ແຮ່,ອຸປະສັກໃນຕໍ່ໜ້າເພື່ອແກ້ໄຂສິ່ງທ້າທາຍຕ່າງໆໂດຍ: ມີລູ່ ຄໍາເສີດWebsite: www.mem.gov.laສາຍດ່ວນ: 1506 You Might Also Like ກອງປະຊຸມຄະນະຊີ້ນໍາໂຄງການຊ່ວຍເຫຼືອ ດ້ານວິຊາການ ແລະ ລະບຽບການ ດ້ານຄວາມປອດໄພຂອງເຂື່ອນຢູ່ ສປປ ລາວ (DSTIA) 28/03/2024 ທ່ານ ລັດຖະມົນຕີ ຕ້ອນຮັບ ຜູ້ບໍລິຫານບໍລິສັດ Rusal ຈາກຣັດເຊຍ ເຂົ້າພົບປະຢ້ຽມຢາມ 04/02/2025 ລັດຖະບານ ຍ້ອງຍໍຜູ້ທີ່ມີຜົນງານດີເດັ່ນປະກອບສວນເຂົ້າໃນການພັດທະນາ 7 ແຫຼ່ງຜະລິດພະລັງງານໄຟຟ້າ ຂອງປະເທດ 11/03/2025
ກອງປະຊຸມຄະນະຊີ້ນໍາໂຄງການຊ່ວຍເຫຼືອ ດ້ານວິຊາການ ແລະ ລະບຽບການ ດ້ານຄວາມປອດໄພຂອງເຂື່ອນຢູ່ ສປປ ລາວ (DSTIA) 28/03/2024
ລັດຖະບານ ຍ້ອງຍໍຜູ້ທີ່ມີຜົນງານດີເດັ່ນປະກອບສວນເຂົ້າໃນການພັດທະນາ 7 ແຫຼ່ງຜະລິດພະລັງງານໄຟຟ້າ ຂອງປະເທດ 11/03/2025