
ຕອນເຊົ້າວັນທີ 3 ສິງຫາ 2023 ນີ້ ຢຸ່ຫ້ອງປະຊຸມໃຫຍ່ ສຳນັກງານນາຍົກລັດຖະມົນຕີ ໄດ້ມີກອງປະຊຸມປະຖົມມະລືກ ຄະນະກຳມະການລະດັບຊາດ ເພື່ອການຫັນເປັນດີຈີຕອນ ຂອງ ສປປ ລາວ (ຄຊດລ) ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ປະທານ ຄຊດລ, ມີບັນດາ ທ່ານ ຮອງນາຍົກລັດຖະມົນຕີ, ຮອງປະທານ ຄຊດລ ແລະ ບັນດາ ທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ, ຄະນະກຳມະການ ຄຊດລ ເຂົ້າຮ່ວມ. ສຳລັບກະຊວງພະລັງງານ ແລະ ບໍ່ແຮ່ ໂດຍແມ່ນ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ເຂົ້າຮ່ວມ.
ທ່ານ ສຈ ປອ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ ຄຊດລ ທັງເປັນຜູ້ປະຈຳການ, ໄດ້ລາຍງານສະພາບການຫັນເປັນດີຈີຕອນຂອງ ສປປ ລາວ ຕໍ່ກອງປະຊຸມ ຊຶ່ງທ່ານໄດ້ຍົກໃຫ້ເຫັນຄວາມສຳຄັນ ແລະ ຈຳເປັນຢ່າງພາວະວິໄສ ຂອງການນຳເອົາເຕັກໂນໂລຊີດີຈີຕອນ ເຂົ້າມານຳໃຊ້ໃນທຸກຂົງເຂດຂອງການພັດທະນາເສດຖະກິດ-ສັງຄົມ ແລະ ການບໍລິຫານວຽກງານຂອງພັກ-ລັດ ກໍຄືໃນການດຳເນີນທຸລະກິດ ແລະ ຊີວິດການເປັນຢູ່ຂອງທົ່ວສັງຄົມ ໃນຂອບເຂດທົ່ວປະເທດ ເພື່ອເຮັດໃຫ້ການຜະລິດ ແລະ ການພົວພັນການຜະລິດ ມີປະສິດຕິພາບ ແລະ ມີຄຸນນະພາບໃໝ່ທີ່ດີຂຶ້ນກວ່າເກົ່າ. ການຫັນເປັນດີຈີຕອນຢູ່ປະເທດເຮົາ ຖືເປັນພາລະກິດປະຕິວັດທີ່ສຳຄັນ ໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຕາມແນວທາງປ່ຽນແປງໃໝ່ຂອງພັກເຮົາ ແລະ ເພື່ອບຸກທະລຸການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາໃນສະເພາະໜ້າ ແລະ ຍາວນານ ຊຶ່ງຈະຕ້ອງດຳເນີນຢ່າງເລິກເຊິ່ງໃນ 3 ດ້ານ ທີ່ກ່ຽວພັນຊຶ່ງກັນ ແລະ ກັນ ແບບກາຍອິນຊີ ຄື: (1) ສ້າງເສດຖະກິດດີຈີຕອນ ຊຶ່ງເປັນການນຳເອົາເຕັກໂນໂລຊີດີຈີຕອນ ເຂົ້າມາຊ່ວຍໃນການເພີ່ມປະສິດທິພາບ ແລະ ສ້າງມູນຄ່າເພີ່ມໃຫ້ກັບການດຳເນີນກິດຈະການທາງເສດຖະກິດ, ການຜະລິດ, ການຈັດສົ່ງ, ການຂາຍ, ການບໍລິການ, ການຄຸ້ມຄອງ, ແລະ ສົ່ງເສີມວຽກນີ້ໃຫ້ເປັນທ່າແຮງ, (2) ສ້າງສັງຄົມດີຈີຕອນ ຊຶ່ງຈະເຮັດໃຫ້ສັງຄົມເຂົ້າເຖິງການບໍລິການຕ່າງໆ ໄດ້ຢ່າງທົ່ວເຖິງຫຼາຍຂຶ້ນ ແລະ ຈະເຮັດໃຫ້ຫຼຸດຜ່ອນຄວາມແຕກໂຕນລະຫວ່າງຕົວເມືອງ ແລະ ຊົນນະບົດ, (3) ສ້າງລັດຖະບານດີຈີຕອນ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ການບໍລິການຂອງພາກລັດ ມີຄວາມທັນສະໄໝ ໂປ່ງໃສ, ໂດຍຕິດພັນກັບການພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ, ສ້າງພື້ນຖານໂຄງລ່າງ ICT ທີ່ທັນສະໄໝ, ກະກຽມຂະຫຍາຍການທົດລອງນຳໃຊ້ 5G, ສ້າງ ສປປ ລາວ ເປັນສູນກາງເຊື່ອມໂຍງເຊື່ອມຈອດ ແລະ ເປັນທາງຜ່ານດີຈີຕອນຂອງພາກພື້ນ, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບປະກັນຄວາມປອດໄພດ້ານໄຊເບີ ຢ່າງໜັກແໜ້ນ.

ຈາກນັ້ນ, ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກຳມະການ ຫົວໜ້າຄະນະຊ່ວຍວຽກ ຄຊດລ ໄດ້ສະເໜີ ລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການລະດັບຊາດ ເພື່ອການຫັນເປັນດີຈີຕອນ ຂອງ ສປປ ລາວ ສະບັບເລກທີ 082/ປປທ ລົງວັນທີ 2 ມິຖຸນາ 2023, ໂດຍແມ່ນ ທ່ານ ນາຍົກລັດຖະມົນຕີ ເປັນປະທານ, ມີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ເປັນຮອງປະທານ, ທ່ານລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນຮອງປະທານ ຜູ້ປະຈຳການ, ບັນດາທ່ານລັດຖະມົນຕີກະຊວງຕ່າງໆ, ທ່ານ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ທ່ານ ປະທານສະຖານບັນຄົ້ນຄວ້າເສດຖະກິດ-ສັງຄົມແຫ່ງຊາດ ເປັນກຳມະການ, ທ່ານຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນກຳມະການ ຫົວໜ້າຄະນະຊ່ວຍວຽກ. ທ່ານ ແກ້ວວິສຸກ ໂສລະພົມ ຍັງໄດ້ສະເໜີຜ່ານຮ່າງດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄຊດລ, ຮ່າງຂໍ້ຕົກລົງການແບ່ງຄວາມຮັບຜິດຊອບ ຄຊດລ, ຮ່າງດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະຊ່ວຍວຽກ ຄຊດລ, ແຜນຈັດກອງປະຊຸມ ຄຊດລ 2023-2025, ແຜນດຳເນີນງານ ຄຊດລ 2023-2025 ເພື່ອໃຫ້ທີ່ປະຊຸມໄດ້ປະກອບຄຳຄິດເຫັນຕໍ່ເອກະສານຕ່າງໆແນໃສ່ຮັບປະກັນການຈັດຕັ້ງປະຕິບັດວຽກງານຂອງ ຄຊດລ.
ຕອນທ້າຍ ຂອງກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ທິດຊີ້ນຳຂອງ ທ່ານ ປະທານກອງປະຊຸມ ໂດຍທ່ານ ໄດ້ເນັ້ນໜັກໃຫ້ ຄຊດລ ເອົາໃຈໃສ່ຫຼາຍດ້ານ ໂດຍສະເພາະແມ່ນເລັ່ງໃຫ້ທຸກກະຊວງ ແລະ ຂະແໜງການຄົ້ນຄວ້າ ໄຈ້ແຍກລະອຽດ ບັນດາແຜນກິດຈະກໍາ ແລະ ໂຄງການຕ່າງໆ ໃຫ້ຕິດພັນກັບ ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດີຈີຕອນ ແຫ່ງຊາດ ແລະ ແຜນພັດທະນາຂະ ແໜງການ ເພື່ອສັງລວມ, ຄົ້ນຄວ້າ, ຈັດບຸລິມະສິດ ແລະ ສະເໜີ ຄຊດລ ເພື່ອຮັບຮອງເປັນແຜນໂຄງການ ແຕ່ນີ້ຮອດປີ 2025. ພ້ອມນັ້ນ ກໍໄດ້ມອບໃຫ້ແຕ່ລະກະຊວງ, ແຂວງ ແລະ ນະຄອນຫຼວງ ແຕ່ງຕັ້ງຄະນະຫັນເປັນດີຈີຕອນ ປະຈໍາພາກສ່ວນຕົນ ໂດຍມອບໃຫ້ ທ່ານລັດຖະມົນຕີ, ທ່ານເຈົ້າແຂວງ ເປັນຫົວໜ້າຄະນະ ເພື່ອຊີ້ນໍາ-ນໍາພາ ໃນການຫັນເປັນດີຈີຕອນ ແລະ ພົວພັນປະສານງານກັບ ຄຊດລ. ທ່ານປະທານກອງປະຊຸມ ຍັງໄດ້ເນັ້ນໜັກໃຫ້ເລັ່ງສ້າງ, ປັບປຸງ ແລະ ຂະຫາຍລະບົບເຕັກນິກ ເປັນຕົ້ນແມ່ນການປັບປຸງ ແລະ ຂະຫຍາຍ ໂຄງລ່າງພື້ນຖານໂທລະຄົມມະນາຄົມ ແລະ ອິນເຕີເນັດ, ການປັບປຸງ ແລະ ຂະຫຍາຍສູນຂໍ້ມູນແຫ່ງຊາດ, ການສ້າງລະບົບບັດປະຈໍາຕົວແບບເອເລັກໂຕຣນິກ, ການສ້າງຖານຂໍ້ມູນແບບດີຈີຕອນຂອງແຕ່ລະກະຊວງ, ການສ້າງລະບົບເຊື່ອມໂຍງແລກປ່ຽນຂໍ້ມູນ ກັບແຕ່ລະກະຊວງ, ຍົກລະດັບລະບົບລັດແບບດີຈີຕອນ ແລະ ນຳໃຊ້ເຕັກໂນໂລຊີດີຈີຕອນ ໃນການເກັບລາຍຮັບ-ຄຸ້ມຄອງລາຍຈ່າຍ, ຄົ້ນຄວ້າຊອກຫາແຫ່ງທຶນ, ແຫຼ່ງງົບປະມານການຊ່ວຍເຫຼືອຈາກປະເທດເພື່ອນມິດຍຸດທະສາດ ແລະ ສາກົນ, ການຮ່ວມມືແບບ PPP ກັບພາກເອກະຊົນພາຍໃນປະເທດ, ເພື່ອປະກອບງົບປະມານເຂົ້າໃສ່ໃນການຈັດຕັ້ງປະຕິບັດບັນດາກິດຈະກໍາ ແລະ ໂຄງການທີ່ເປັນບຸລິມະສິດ ໃຫ້ຕິດຕາມ, ກວດກາ, ປະເມີນ ແລະ ລາຍງານ ການຈັດຕັ້ງປະຕິບັດບັນດາໂຄງການໃຫ້ມີຄວາມປະຢັດ, ມີປະສິດທິພາບປະສິດທິພົນ ແລະ ຫຼີກລ່ຽງ ການລົງທຶນຊໍ້າຊ້ອນ ແລະ ເອົາໃຈໃສ່ກໍ່ສ້າງຍົກລະດັບໃຫ້ບັນດາພະນັກງານໃຫ້ມີທັກສະພື້ນຖານທາງດ້ານດີຈີຕອນ ທັງຢູ່ພາຍໃນ ແລະ ສ້າງເງື່ອນໄຂໃຫ້ມີການແລກປ່ຽນບົດຮຽນກັບຕ່າງປະເທດ ພ້ອມທັງເລັ່ງລຶບລ້າງການກືກດີຈີຕອນໃນໄວໜຸ່ມ, ພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນ ໃນຂອບເຂດທົ່ວປະເທດ.
ພາບ ແລະ ແຫຼ່ງຂໍ້ມູນ: ກອງເລຂາການນຳ
ຮຽບຮຽງ: ຄຳແສງ ແກ້ວປະເສີດ