ສະພາແຫ່ງຊາດ ຮ່ວມກັບ ກະຊວງພະລັງງານ ແລະ ບໍ່ແຮ່ ຈັດກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບ ການຈັດຕັ້ງປະຕິບັດ ວິໄສທັດ ແລະ ແຜນຍຸດທະສາດການພັດທະນາແຮ່ທາດ

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 3 ພຶດສະພາ 2024 ນີ້ ຢູ່ຫ້ອງປະຊຸມໃຫຍ່ຊັ້ນ 5, ໂດຍການເປັນປະທານຮ່ວມຂອງ ທ່ານ ສົມມາດ ພົນເສນາ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ທ່ານ ນາງ ປິ່ງຄຳ ລາຊະສີມາ ກຳມະການສູນກາງພັກ, ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ສະພາແຫ່ງຊາດ ແລະ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່. ມີບັນດາ ທ່ານ ປະທານປະຊາຊົນປະຈໍາແຂວງ ໃນຂອບເຂດທົ່ວປະເທດ, ບັນດາ ທ່ານ ຮອງລັດຖະມົນຕີຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງແຜນການ ແລະ ການລົງທຶນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ບັນດາກົມ, ສະຖາບັນ, ລັດວິສາຫະກິດ, ພະແນກພະລັງງານ ແລະ ບໍ່ແຮ່ ປະຈຳແຂວງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມແບບເຊິ່ງໜ້າ ແລະ ແບບທາງໄກ. 

ກອງປະຊຸມສຳມະນາວິທະຍາສາດຄັ້ງນີ້ ຈັດຂຶ້ນໂດຍປະຕິບັດຕາມ ແຈ້ງການ ຂອງເລຂາທິການສະພາແຫ່ງຊາດ ສະບັບເລກທີ 154/ຄລສ.ກສຕສ, ລົງວັນທີ 23 ເມສາ 2024 ກ່ຽວກັບການຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດ ການຈັດຕັ້ງປະຕິບັດ ວິໄສທັດ ແລະ ແຜນຍຸດທະສາດການພັດທະນາແຮ່ທາດ ເພື່ອຜັນຂະຫຍາຍກອງປະຊຸມໃຫຍ່ ຄັ້ງທີ IX ແລະ X ຂອງພັກປະຊາຊົນປະຕິວັດລາວ ໄດ້ເນັ້ນວ່າ: ພວກເຮົາຈະຕ້ອງສືບຕໍ່ພັດທະນາຂະແໜງອຸດສາຫະກຳແຮ່ທາດ ຕາມທິດມີຈຸດສຸມ, ມີຄວາມຮອບຄອບ ແລະ ເລີ່ມຈາກອັນທີ່ຈຳເປັນສຳລັບການສະສົມທຶນໃນເບື້ອງຕົ້ນ ເພື່ອໃຫ້ລັດເຮົາມີຄວາມສາມາດດ້ານທຶນຮອນ ແລະມີຄວາມເປັນເຈົ້າການໃນການປະຕິບັດແຜນພັດທະນາ ຂອງພວກເຮົາ ຢ່າງໝັ້ນຄົງໃນຕໍ່ໜ້າ, ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ສີຂຽວ, ເປັນມິດກັບສິ່ງແວດ ລ້ອມ, ຍືນຍົງ ແລະ ສາມາດເຊື່ອມໂຍງກັບເຄືອຂ່າຍການຜະລິດ ຂອງພາກພື້ນ ແລະ ສາກົນ.

ກອງປະຊຸມສໍາມະນາວິທະຍາສາດ ໃນຫົວຂໍ້: ການຈັດຕັ້ງປະຕິບັດ ວິໄສທັດ ຮອດປີ 2035 ແລະ ແຜນຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ເປັນກອງປະຊຸມຄັ້ງທໍາອິດ ທີ່ໄດ້ມີການປຶກສາຫາລືແລກປ່ຽນບົດຮຽນທີ່ຕິດພັນກັບ ການຈັດຕັ້ງຜັນຂະຫຍາຍ ເນື້ອໃນວິໄສທັດ ແລະ ແຜນຍຸດທະສາດການພັດທະນາແຮ່ທາດດັ່ງກ່າວ ທັງເປັນໂອກາດອັນດີ ທີ່ຂະແໜງການຂອງພວກເຮົາຈະໄດ້ເຜີຍແຜ່ບັນດາເນື້ອໃນແຜນຍຸດທະສາດດັ່ງກ່າວ ກໍຄືວຽກງານການຄຸ້ມຄອງການພັດທະນາແຮ່ທາດ ໃຫ້ສັງຄົມໄດ້ຮັບຮູ້ ແລະ ມີຄວາມເຂົ້າໃຈທີ່ຖືກຕ້ອງ.

ການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງໃນໄລຍະຜ່ານມາ ເຫັນວ່າ ຍັງມີຫຼາຍດ້ານ ທີ່ເປັນສິ່ງທ້າທາຍຕໍ່ຂະ ແໜງການຂອງພວກເຮົາ, ຊຶ່ງມັນໄດ້ຕິດພັນໂດຍກົງກັບການຈັດຕັ້ງຜັນຂະຫຍາຍ ແຜນຍຸດທະສາດການພັດທະນາແຮ່ທາດ ທີ່ໄດ້ຖືກຮັບຮອງ ເປັນຕົ້ນ:
1. ການກໍານົດສິດ, ພາລະບົດບາດ, ການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ຂະແໜງການກ່ຽວຂ້ອງ ໂດຍສະເພາະ ຂະ
ແໜງອຸດສາຫະກໍາ ແລະ ການຄ້າ, ສິ່ງແວດລ້ອມ, ການເງິນ, ໂຍທາທິການ ແລະ ຂົນສົ່ງ ບາງອັນຍັງບໍ່ທັນຊັດເຈນລະອຽດຈະແຈ້ງ ເປັນຕົ້ນ: ການຄຸ້ມຄອງ ໂຮງງານປຸງແຕ່ງແຮ່ທາດທີ່ບໍ່ມີເຂດສຳປະທານ, ສິ່ງແວດລ້ອມດ້ານບໍ່ແຮ່ ແລະ ການຄຸ້ມຄອງ ຫີນແຮ່-ຊາຍ ແລະ ດິນດໍາ-ດິນແດງ.
2. ການບັງຄັບໃຊ້ກົດໝາຍ, ສັນຍາ ແລະ ນິຕິກຳໃຕ້ກົດໝາຍ ຍັງບໍ່ທັນເຂັ້ມງວດ, ເດັດຂາດ ແລະ ບໍ່ທັນເປັນເອກະພາບ ຊຶ່ງສະແດງອອກ ຄື: ບາງໂຄງການມີຂໍ້ບົກຜ່ອງໃນການປະຕິບັດກົດໝາຍ, ສັນຍາ ແລະ ແຜນການທີ່ກຳນົດໄວ້ ແຕ່ກໍ່ຍັງບໍ່ສາມາດປະຕິບັດມາດຕະການ ແລະ ຍົກເລີກສັນຍາໄດ້.
3. ການຈັດຕັ້ງປະຕິບັດ ກົນໄກການເກັບພັນທະ ຍັງບໍ່ທັນເປັນລະບົບ, ບໍ່ມີຄວາມເປັນເອກະພາບ ແລະ ບໍ່ສາມາດເກັບພັນທະໄດ້ຕາມສັນຍາ ແລະ ແຜນການ ກໍານົດໄວ້ ເປັນຕົ້ນ: ຄ່າສໍາປະທານ, ທຶນຕາມສັນຍາ, ອາກອນກໍາໄລ, ອາກອນມູນຄ່າເພີ່ມ, ຄ່າຊັກພິເສດ ແລະ ອື່ນໆ.
4. ການສະໜອງງົບປະມານຂອງພາກລັດ ເຂົ້າໃນວຽກງານການສຶກສາຂໍ້ມູນທາງດ້ານທໍລະນີສາດ ແລະ ແຮ່ທາດ, ການປະເມີນຊັບພະຍາກອນແຮ່ທາດ ມີຈຳກັດ, ສ່ວນຫຼາຍ ແມ່ນອີງໃສ່ການໃຫ້ທຶນການຊ່ວຍເຫຼືອຂອງປະເທດໃກ້ຄຽງ ເປັນຕົ້ນ: ສປ ຈີນ, ສສ ຫວຽດນາມ, ຍີ່ປຸ່ນ ແລະ ໄທ.
5. ວຽກງານການຄຸ້ມຄອງການດໍາເນີນກິດຈະການກ່ຽວກັບແຮ່ທາດ ຍັງບໍ່ລວມສູນ, ມີຫຼາຍຂອດປະສານງານ ເປັນສາເຫດເຮັດໃຫ້ເກີດບັນຫາເນື້ອທີ່ທັບຊ້ອນກັນ.
6. ຂັ້ນຕອນການຄັດເລືອກຜູ້ລົງທຶນ ມີລັກສະນະຟ້າວຟັ່ງ ແລະ ບໍ່ທັນມີເປົ້າໝາຍຊັດເຈນ ເປັນຕົ້ນ: ຄວາມສາມາດ ທາງດ້ານເຕັກນິກ, ປະສົບການ ແລະ ທຶນຮອນ.
7. ການພັດທະນາຊຸມຊົນ ໂດຍການນໍາໃຊ້ເງິນທຶນພັດທະນາສັງຄົມ ແລະ ພັດທະນາທ້ອງຖິ່ນ ຕາມສັນຍາສໍາປະທານຂອງບາງທ້ອງຖິ່ນ ຍັງບໍ່ທັນໄດ້ຖືກຈັດຕັ້ງປະຕິບັດຕາມຈຸດປະສົງ ແລະ ເປົ້າໝາຍ ໂດຍສະເພາະຍັງບໍ່ທັນໄດ້ພັດທະນາເຂດທີ່ຊຸມຊົນໂຄງການຕັ້ງຢູ່.
8. ການຈັດຕັ້ງປະຕິບັດມາດຕະການຮັກສາສິ່ງແວດລ້ອມ, ສຸຂະພາບ ແລະ ຄວາມປອດໄພ ຍັງບໍ່ທັນເຂັ້ມງວດ ແລະ ສອດຄ່ອງກັບລະບຽບການ, ມາດຕະຖານທາງດ້ານເຕັກນິກ ແລະ ຫຼັກການປະຕິບັດທີ່ດີຂອງສາກົນ.

ກອງປະຊຸມຈະໄດ້ດຳເນີນເປັນເວລາ 1 ວັນເຕັມ ຈຶ່ງຈະໄດ້ອັດລົງ

ພາບ: ວັນໄຊ ສີສົມພູ
ຂ່າວ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506