
ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 13 ມີນາ 2025 ທີ່ໂຮງແຮມເສດຖາປາລາສ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເປັນປະທານໃນກອງປະຊຸມຄັ້ງນີ້ໂດຍ ທ່ານ ສົມພິດ ແກ້ວວິຈິດ ຫົວໜ້າກົມທຸລະກິດພະລັງງານ ພ້ອມດ້ວຍຄະນະກຳມະການຊີ້ນຳ ນະໂຍບາຍການພັດທະນາໄຟຟ້ານໍ້າຕົກແບບຍືນຍົງຂອງ ສປປ ລາວ ແລະ ຜູ້ພັດທະນາໂຄງການເຂື່ອນໄຟຟ້າ ນໍ້າເທີນ 1, ນໍ້າກົງ 1, ນໍ້າກົງ 3, ນໍ້າໂມ້ 2 ແລະ ນໍ້າຊໍາ 3.
ທ່ານ ສົມພິດ ແກ້ວວິຈິດ ໄດ້ໃຫ້ຮູ້ວ່າ: ການພັດ¬ທະ¬ນາໂຄງການເຂື່ອນໄຟຟ້ານໍ້າຕົກ ຢູ່ໃນ ສປປ ລາວ ແມ່ນມີບົດບາດ ແລະ ຄວາມສໍາຄັນຫຼາຍ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການຊົມໃຊ້ພະລັງງານທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີຄວາມໝັ້ນຄົງທາງດ້ານພະລັງງານ, ພັກ ແລະ ລັດຖະບານ ຈິ່ງໄດ້ຄົ້ນຄ້ວາ ແລະ ກໍານົດນະໂຍບາຍການພັດທະນາໄຟຟ້ານໍ້າຕົກຂື້ນມາ ເພື່ອຄຸ້ມຄອງຕໍ່ການຈັດຕັ້ງປະຕິບັດໂຄງການໄຟຟ້າໃຫ້ມີຄວາມໝັ້ນຄົງທາງດ້ານເຕັກນິກ, ເສດກິດການເງິນ, ດ້ານສິ່ງແວດລ້ອມ ແລະ ສັງຄົມ ໃຫ້ມີຄວາມຍືນຍົງ ຕາມຈຸດປະສົງເປົ້າໝາຍທີ່ກໍານົດໄວ້ ກໍ່ຄືອາຍຸການຊົມໃຊ້ຕາມສັນຍາສໍາປະທານຂອງໂຄງການ. ພ້ອມກັນນີ້, ທ່ານ ຫົວໜ້າກົມຍັງໄດ້ຮຽກຮ້ອງຕໍ່ຜູ້ພັດທະນາໂຄງການ, ບັນດາທ່ານຄະນະກໍາມະການຊີ້ນໍາ ກໍ່ຄືຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງພາກລັດ ທັງສູນກາງ ແລະ ທ້ອງຖິ່ນ ຈົ່ງໃຫ້ຄວາມສໍາຄັນ ແລະ ຄວາມເອົາໃຈໃສ່ໃນການຕິດຕາມ, ຊຸກຍູ້ ແລະ ປະກອບສວນຕໍ່ການດໍາເນີນງານຂອງໂຄງການ ໃຫ້ມີຄວາມຍືນຍົງ.

ຫຼັງຈາກນັ້ນ, ກອງເລຂາ ແລະ ຜູ້ພັດທະນາໂຄງການໄດ້ລາຍງານ ຕ່າງກໍ່ພ້ອມກັນນໍາສະເໜີ ແລະ ການປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດ ໂຄງການ ໃນທີ່ຜ່ານມາ ແລະ ລວມທັງການດໍາເນີນໂຄງການໃນຕໍ່ໜ້າ ໃຫ້ມີປະສິດທິພາບ, ມີປະສິດທິຜົນດີກວ່າເກົ່າ.