ກອງປະຊຸມ ວຽກງານຕິດຕາມສັນຍາສຳປະທານໂຄງການໄຟຟ້າ ຊ່ວງດຳເນີນງານ Post author:mem admin Post published:13/03/2025 Post category:ກົມທຸລະກິດພະລັງງານ ໃນຕອນເຊົ້າວັນທີ 6 ມີນາ 2025 ຜ່ານມາ ທີ່ໂຮງແຮມທະວີສຸກ, ເມືອງ ວັງວຽງ, ແຂວງ ວຽງຈັນ. ຈັດກອງປະຊຸມລົງເລິກວິຊາການກ່ຽວກັບການຕິດຕາມສັນຍາສຳປະທານໂຄງການໄຟຟ້າຊ່ວງດຳເນີນງານ ໂດຍການເປັນປະທານຂອງທ່ານ ເສີມສິດທິ ສຸມຸນທາ ຮອງຫົວໜ້າກົມທຸລະກິດພະລັງງານ ພ້ອມດ້ວຍວິຊາການຂັ້ນສູນກາງແລະທ້ອງຖິ່ນເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ແມ່ນການປະຊຸມລົງເລິກທາງດ້ານວິຊາການກ່ຽວກັບການຕິດຕາມສັນຍາສຳປະທານໂຄງການໄຟຟ້າຊ່ວງດຳເນີນງານແລະນຳສະເໜີສິດ ແລະ ພັນທະຂອງລັດຖະບານ ແລະ ການພັດທະນາ/ບໍລິສັດ ໃນສັນຍາ PDA, ສັນຍາ CA, ຂໍ້ຫ້າມຕໍ່ສິດຂອງບໍລິສັດ, ການຕິດຕາມໃນຊ່ວງໄລຍະກໍ່ສ້າງ ແລະ ດຳເນີນງານ, ການມີສ່ວນຮ່ວມຂອງທ້ອງຖິ່ນ ແລະ ອື່ນໆ. ນອກນີ້ຍັງເຜີຍແຜ່ການປະຕິບັດພັນທະຕ່າງໆຂອງພາກລັດ ແລະ ເອກະຊົນ. ທ້າຍສຸດ ທ່ານປະທານກໍໄດ້ຄໍາເຫັນໃຫ້ວິຊາການຂັ້ນສູນກາງແລະທ້ອງຖິ່ນໃຫ້ເອົາໃຈໃສ່ວຽກງານການຕິດຕາມສັນຍາສຳປະທານໂຄງການໄຟຟ້າຊ່ວງດຳເນີນງານ ເພື່ອໃຫ້ເສີມສ້າງຄວາມເຂັ້ມແຂງຂອງໜ່ວຍງານ ລົງຕິດຕາມສົາງເສີມການມີສ່ວນຮ່ວມຂອງຊຸມຊົນ ເພີ່ມທະວີການຮ່ວມມືກັບອົງການຈັດຕັ້ງແລະພາກສ່ວນທີ່ກ່ຽວຂ້ອງຮັບປະກັນຄວາມປອດໄພຂອງປະຊາຊົນ ແລະ ສົ່ງເສີມການພັດທະນາເສດຖະກິດສັງຄົມຂອງປະເທດຊາດ. ພາບ ແລະ ຂ່າວ: ປະສົງໄຊ ໂຄດໂຍທາWebsite: www.mem.gov.laສາຍດ່ວນ: 1506 You Might Also Like ຄະນະກຳມະການຊີ້ນຳຮ່ວມໂຄງການເຂື່ອນໄຟຟ້ານ້ຳກົງ 1 ແລະ 3 ຈັດກອງປະຊຸມປະຈໍາປີຂອງຕົນ 16/08/2022 ກອງປະຊຸມຄະນະກຳມະການການຊີ້ນໍາ ການຈັດຕັ້ງປະຕິບັດນະໂຍບາຍການພັດທະນາໄຟຟ້ານໍ້າຕົກແບບຍືນຍົງຂອງ ສປປ ລາວ ຈັດຂຶ້ນຢູ່ແຂວງ ຫຼວງພະບາງ 07/09/2022 ກອງປະຊຸມຄະນະກໍາມະການຊີ້ນໍາ ການຈັດຕັ້ງປະຕິບັດນະໂຍບາຍການພັດທະນາໄຟຟ້ານໍ້າຕົກແບບຍືນຍົງຂອງ ສປປ ລາວ 21/03/2025
ກອງປະຊຸມຄະນະກຳມະການການຊີ້ນໍາ ການຈັດຕັ້ງປະຕິບັດນະໂຍບາຍການພັດທະນາໄຟຟ້ານໍ້າຕົກແບບຍືນຍົງຂອງ ສປປ ລາວ ຈັດຂຶ້ນຢູ່ແຂວງ ຫຼວງພະບາງ 07/09/2022
ກອງປະຊຸມຄະນະກໍາມະການຊີ້ນໍາ ການຈັດຕັ້ງປະຕິບັດນະໂຍບາຍການພັດທະນາໄຟຟ້ານໍ້າຕົກແບບຍືນຍົງຂອງ ສປປ ລາວ 21/03/2025