
ພິທີມອບ-ຮັບບ້ານຈັດສັນໃໝ່ ບ້ານກິ່ວງີ້ວ ທີ່ຂຶ້ນກັບເມືອງເງິນ ແຂວງ ໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 26 ມັງກອນ 2022 ນີ້. ໃຫ້ກຽດກ່າວມອບຂອງ ທ່ານ ນາງ ສຸລານີ ພູສຸວັນ ຮອງຫົວໜ້າພະແນກພັດທະນາສັງຄົມບໍລິສັດ ໄຟຟ້າຫົງສາ ຈຳກັດ (Deputy Director – Social Development), ພ້ອມດ້ວຍຄະນະຄື: ທ່ານ ຄົງເດດ ຊົມພູທອນ Project Manager – WL2 Conveyor Expansion Project, ທ່ານ ແກ້ວດວງສອນ ສີຫາລາດ Division Manager – Social Development ແລະ ທ່ານ ສຸລະໄຊ ປະດິດໄຊສະກຸນ Division Manager – Administration ເປັນຕົວແທນ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ແລະ ກ່າວຮັບຂອງທ່ານ ທະວີສັກ ໄຊຍະວົງ ເຈົ້າເມືອງ ເມືອງເງິນ ພ້ອມດ້ວຍອຳນາດການປົກຄອງເມືອງ, ບ້ານ ກິ່ວງີ້ວ, ບ້ານ ປຸ່ງ ຝາດ ແລະ ບ້ານບໍ່ຫຼວງ ຈຳນວນ 100 ກວ່າຄົນເຂົ້າຮ່ວມເປັນສັກຂີ່ພິຍານ.


ພິທີທາງການໄດ້ຈັດຂຶ້ນຢູ່ຫ້ອງການບ້ານຈັດສັນໃໝ່ ເຊິ່ງເລີ່ມຕົ້ນດ້ວຍພິທີຕາມຮີດຄອງປະເພນີທີ່ບ້ານເກົ່າ ແລະ ບ້ານຈັດສັນໃໝ່ ພ້ອມທັງອະນາໄມ ແລະ ກະກຽມການຍົກຍ້າຍທີ່ຈະເລີ່ມຂຶ້ນ ໃນວັນທີ 1 ກຸມພາ 2022 ເປັນຕົ້ນໄປ ແລະ ຄາດວ່າຈະສໍາເລັດໃນກາງເດືອນ ກຸມພາ 2022 ປະກອບມີ 136 ຫຼັງຄາເຮືອນ. ພ້ອມກັນນີ້, ທາງໂຄງການຍັງໄດ້ກໍ່ສ້າງພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກທີ່ຈຳເປັນເຊັ່ນ: ລະບົບໄຟຟ້າ, ນໍ້າໃຊ້, ຖະໜົນ , ລະບົບລະບາຍນໍ້າພາຍໃນບ້ານ, ໂຮງຮຽນອະນຸບານ, ໂຮງຮຽນປະຖົມ, ຫ້ອງການບ້ານ, ຕະຫຼາດ ແລະ ສຸກສາລາ ປະຈຳບ້ານ. ປະຊາຊົນທີ່ຖືກຍົກຍ້າຍຄັ້ງນີ້ ລວມມີ 114 ຄອບຄົວ ເຊິ່ງເປັນຊົນເຜົ່າມົ້ງ.
ພາບ ແລະ ແຫຼ່ງຂໍ້ມູນ: ບໍລິສັດ ໄຟຟ້າຫົງສາ ຈຳກັດ
ຂ່າວ: ຄຳແສງ ແກ້ວປະເສີດ