ກອງປະຊຸມເຜີຍແຜ່ດໍາລັດວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ. Post author:mem admin Post published:15/09/2022 Post category:ກົມແຜນການ ແລະ ການຮ່ວມມື / ຂ່າວສານກິລາ ໃນຊຽງຂວາງເກມ ໃນວັນທີ 09 ກັນຍາ 2022, ກົມແຜນການ ແລະ ການຮ່ວມມື, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມີການຈັດກອງປະຊຸມເຜີຍແຜ່ດໍາລັດວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ ສະບັບເລກທີ 184/ລບ, ລົງວັນທີ 26 ມິຖຸນາ 2019, ໂດຍການເປັນປະທານຂອງ ທ່ານ ປອ ອາຄົມເດດ ວົງໄຊ ຫົວໜ້າກົມແຜນການ ແລະ ຮ່ວມມື ເພື່ອເຜີຍແຜ່ສ້າງຄວາມຮູ້, ສຶກສາອົບຮົມໃຫ້ພະນັກງານ-ລັດຖະກອນ ພາຍໃນກົມໃຫ້ມີ ຄຸນທາດການເມືອງໜັກແໜ້ນ, ຄຸນສົມບັດສິນທຳປະຕິວັດ ແລະ ມີຄວາມຮັບຜິດຊອບໃນໜ້າວຽກ, ເຄົາລົບ ປະຕິບັດກົດໝາຍ ແລະ ລະບຽບຢ່າງເຂັ້ມງວດ. ພ້ອມກັນນັ້ນ, ທາງກົມແຜນການ ແລະ ການຮ່ວມມື ຍັງໄດ້ມີການສະຫຼຸບລາຍງານ ແລະ ທົບທວນຄືນການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 9 ເດືອນ ປະຈໍາປີ 2022 ແລະ ທິດທາງແຜນການ 3 ເດືອນທ້າຍປີ 2022 ທີ່ຫ້ອງປະຊຸມ ກົມແຜນການ ແລະ ການຮ່ວມມື. ພາບ ແລະ ຂ່າວ: ກົມແຜນການ ແລະ ການຮ່ວມມື You Might Also Like 3 ອົງການຈັດຕັ້ງມະຫາຊົນກະຊວງ ພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມທ່ຽວຊົມຮູບພາບການເຄື່ອນໄຫວໃນຂົງເຂດວຽກງານປ້ອງກັນຄວາມສະຫງົບສຸກ ລາວ-ຫວຽດນາມ 31/08/2022 ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ສຳເລັດລົງເຜີຍແຜ່ແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ໄລຍະ 5 ປີຄັ້ງທີ 9 (2021-2025) ຢູ່ 3 ເມືອງ 16/08/2022 ແຂວງ ໄຊຍະລີ ສຳເລັດກອງປະຊຸມເປີດກວ້າງການບໍລິຫານຈັດການນໍ້າ ຂອງເຂື່ອນໄຟຟ້ານໍ້າຂອງໄຊຍະບູລີ 08/09/2022
3 ອົງການຈັດຕັ້ງມະຫາຊົນກະຊວງ ພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມທ່ຽວຊົມຮູບພາບການເຄື່ອນໄຫວໃນຂົງເຂດວຽກງານປ້ອງກັນຄວາມສະຫງົບສຸກ ລາວ-ຫວຽດນາມ 31/08/2022
ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ສຳເລັດລົງເຜີຍແຜ່ແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ໄລຍະ 5 ປີຄັ້ງທີ 9 (2021-2025) ຢູ່ 3 ເມືອງ 16/08/2022