ກະຊວງ ພະລັງງານ ແລະ ບໍ່ແຮ່ ສຳເລັດການເຂົ້າຮ່ວມກອງປະຊຸມຄັ້ງທີ II ລະຫວ່າງ ຄະນະວິຊາການປະສົມຊາຍແດນ ລາວ – ຫວຽດນາມ

          ລະຫວ່າງວັນທີ 26-29 ກໍລະກົດ 2022 ທີ່ຜ່ານມາ, ຄະນະກຳມະການຊາຍແດນລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໄດ້ຈັດກອງປະຊຸມ ຄັ້ງທີ II ລະຫວ່າງ ຄະນະວິຊາການປະສົມຊາຍແດນ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວຂຶ້ນ ຢູ່ເມືອງແປກ, ແຂວງຊຽງຂວາງ. ຄະນະວິຊາການຊາຍແດນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນຳໂດຍ ສະຫາຍ ອານຸສິນ ຂັດຕິຍະລາດ, ຫົວໜ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ. ແລະ ຝ່າຍ ຫວຽດນາມ ນຳໂດຍ ສະຫາຍ ຫງ້ວຽນ ແອ໋ງ ຢຸ້ງ, ຮອງປະທານຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ຍັງມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງທັງຢູ່ສູນກາງ ຂອງສອງປະເທດ ແລະ ແຂວງຊຽງຂວາງ ສປປລາວ. ຕາງໜ້າກະຊວງ ພະລັງງານ ແລະ ບໍ່ແຮ່ ສປປລາວ ເຂົ້າຮ່ວມກອງປະຊຸມຄັ້ງນີ້ແມ່ນ ທ່ານ ນາງ ສັນຕິສຸກ ພິມພະຈັນ ຮອງຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ.

           ກອງປະຊຸມໄດ້ສັງເກດຕີລາຄາຄືນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະ 6 ເດືອນ ຕົ້ນປີ 2022, ໂດຍສະເພາະແມ່ນ ການຮ່ວມກັນລົງສໍາຫຼວດ ກວດກາ ແລະ ບູລະນະບັນດາຫຼັກໝາຍຊາຍແດນທີ່ເປ່ເພ, ການເຊາະເຈື່ອນຂອງຕາຝັ່ງ, ການເປີດ ແລະ ຍົກລະດັບດ່ານຊາຍແດນ ລາວ-ຫວຽດນາມ, ການແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລໍາເນົາຕາມລໍາພັງໃຈ ແລະ ແຕ່ງງານບໍ່ຖືກລະບຽບຕາມບໍລິເວນຊາຍແດນຂອງສອງປະເທດ, ເຫັນວ່າ ການປະຕິບັດວຽກງານ ໄດ້ຮັບໝາກຜົນມີປະສິດທິພາບດີສົມຄວນ, ສອງຝ່າຍໄດ້ເຮັດໜ້າທີ່ຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ, ເຮັດໃຫ້ບໍລິເວນຊາຍແດນມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີໂດຍພື້ນຖານ. ເຈົ້າໜ້າທີ່ຊາຍແດນນັບແຕ່ສູນກາງຫາທ້ອງຖິ່ນ ໄດ້ເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າ ແລະ ທັງເປັນຜົນງານອັນໃຫຍ່ຫຼວງເຂົ້າໃນການສະເຫຼີມສະຫຼອງປີແຫ່ງສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ, ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (1962-2022), ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ(1977-2022). ພ້ອມດຽວກັນນີ້, ຄະນະວິຊາການທັງສອງຝ່າຍກໍ່ໄດ້ຮ່ວມກັນປຶກສາຫາລື ວາງທິດທາງແຜນການຮ່ວມມືການຈັດຕັ້ງປະຕິບັດວຽກງານຊາຍແດນໃນ 6 ເດືອນທ້າຍປີ 2022, ສືບຕໍ່ລົງສໍາຫຼວດ ແລະ ບູລະນະສ້ອມແປງຫຼັກໝາຍຊາຍແດນທີ່ເປ່ເພໃຫ້ຄືນສູ່ສະພາບເດີມ, ນໍາສະເໜີລັດຖະບານທັງສອງປະເທດພິຈາລະນາຍົກລະດັບດ່ານຊາຍແດນ, ສົ່ງເສີມການຮ່ວມມືພັດທະນາເສດຖະກິດ ຂອງສອງຝ່າຍໃນບໍລິເວນຊາຍແດນ. ນອກຈາກນັ້ນ, ກໍຍັງໄດ້ປຶກສາຫາລືກ່ຽວກັບ ແຜນການກະກຽມກອງປະຊຸມເຜີຍແຜ່ນິຕິກໍາທີ່ສໍາຄັນເປັນຕົ້ນແມ່ນ ສັນຍາວ່າດ້ວຍລະ ບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ 2016 ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ, ອານຸສັນຍາ ວ່າດ້ວຍເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນປະເທດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ບັນດາເຖົ້າແກ່ແນວໂຮມ, ນາຍບ້ານ ແລະ ປະຊາຊົນລຽບຊາຍແດນສອງຟາກ ລາວ-ຫວຽດນາມ ໃຫ້ຮັບຮູ້ຈະແຈ້ງ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວຽກງານຊາຍແດນ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຊຶ່ງກອງປະຊຸມດັ່ງກ່າວຄາດວ່າຈະໄດ້ຈັດຂຶ້ນໃນ ເດືອນຕຸລາ ປີ 2022, ທີ່ ແຂວງເຫງະອານ, ສສ ຫວຽດນາມ

          ກອງປະຊຸມໄດ້ຈັດຂື້ນ ໃນທ່າມກາງບັນຍາກາດອັນສະຫງ່າລາສີ ແຫ່ງສາຍພົວພັນມິດຕະພາບ, ຄວາມສາມາຄີແບບພິເສດ, ຖານເພື່ອນມິດສະຫາຍອ້າຍນ້ອງ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ຮັບການເພີ່ມພູນຄູນສ້າງ ພ້ອມທັງຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ລວງກ້ວາງ ຢ່າງບໍ່ຢຸດຢັ້ງ.

ພາບ ແລະ ແຫຼ່ງຂ່າວ: ກະຊວງ ການຕ່າງປະເທດ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ