
ເນື່ອງໃນໂອກາດສະເຫຼີ່ມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ໃນວັນທີ 21 ມັງກອນ 2025 ນີ, ຢູ່ທີ່ກອງບັນຊາການທະຫານແຂວງໄຊສົມບູນ, ຄະນະພະແນກພະລັງງານ ແລະ ບໍ່ແຮ່ ນຳພາໂດຍທ່ານ ບຸນທຽມ ໄຊສົງຄາມ, ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໄດ້ເຂົ້າອວຍພອນຄະນະນຳກອງບັນຊາການທະຫານ ແຂວງໄຊສົມບູນ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 76 ປີ( 20 ມັງກອນ 1949 – 20 ມັງກອນ 2025) ໂດຍໃຫ້ກຽດຕ້ອນຮັບໂດຍ ທ່ານ ພັນເອກ ສຸດໃຈ ເຈີປົວແພງ ຄະນະປະຈໍາພັກ, ຫົວຫນ້າຫ້ອງການເມືອງກອງບັນຊາການທະຫານແຂວງພ້ອມດ້ວຍຄະນະ.

ການເຂົ້າອວຍພອນໃນຄັ້ງນີ້,ໄດ້ມອບເຄື່ອງອຸປະກອນໄຟຟ້າ(solarcell)ຈຳນວນໜື່ງພ້ອມດ້ວຍເງີນຊຸກຍູ້ຈຳນວນ 2,000,000 ກີບ ແລະ ຄໍາອວຍພອນທີ່ປະເສີດເຖີງຄະນະພັກ-ຄະນະນຳກອງບັນຊາການທະຫານ ຕະຫຼອດຮອດພະນັກງານ-ຫຼັກແຫຼ່ງ ນາຍ ແລະ ພົນທະຫານ ພາຍໃນກອງບັນຊາການທະຫານແຂວງໄຊສົມບູນ ,ຈົ່ງມີສຸຂະພາບເຂັ້ມແຂງ, ແຂງແຮງ, ມີພານາໄມສົມບູນໃນການປະຕິບັດໜ້າທີ່ວຽກງານໃຫ້ມີຜົນສຳເລັດທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້; ອີກຢ່າງໜື່ງກໍແມ່ນການເພີ່ມທະວິຄວາມສາມັກຄີຮັກແພງ, ສະໜິດສະໜົມ ລະຫ່ວາງ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ກັບ ກອງບັນຊາການທະຫານແຂວງ ໃຫ້ນັບມື້ເຕີບໃຫ່ຍເຂັ້ມແຂງເທື່ອລະກ້າວ ແລະ ເພື່ອປະກອບສ່ວນຊຸກຍູ້ເຂົ້າໃນການປັບປຸງກໍ່ສ້າງກົມກອງທີ່ຢູ່ເຂດທຸລະການດານຫ່າງໄກສອກຫຼີກອໍານວຍຄວາມສະດວກໃຫ້ແກ່ພະນັກງານ – ນັກຮົບທີ່ພວມເຄື່ອນໄຫວປະຕິບັດໜ້າທີ່ປ້ອງກັນ ໃຫ້ມີຄວາມສະດວກສະບາຍວ່ອງໄວທັນສະໄໝ.

ໃນໂອກາດດຽວກັນທ່ານ ພັນເອກ ສຸດໃຈ ເຈີປົວແພງ ຄະນະກອງບັນຊາການທະຫານແຂວງຍັງໄດ້ສະແດງຄວາມຂອບໃຈ ທີ່ທາງຄະນະພັກ-ຄະນະນຳພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ພ້ອມຄະນະທີ່ໄດ້ເຂົ້າມາອວຍພອນ ແລະ ມອບເຄື່ອງໄຟຟ້າ(solar cell)ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນວຽກງານລວມຂອງກອງບັນຊາການທະຫານແຂວງ ພ້ອມນັ້ນ ຍັງເປັນການສະແດງເຖີງ ຄວາມໝາຍ,ຄວາມສຳຄັນກ່ຽວກັບວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 76 ປີ ,ທີ່ຍາດຜົນງານມາໄດ້ໃນໄລຍະຜ່ານມາກໍ່ຄືການປະກອບສ່ວນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງເທື່ອລະກ້າວ.
