ສຳເລັດໂຄງການຈັດສັນ ແລະ ກໍ່ສ້າງທີ່ຢູ່ອາໄສໃຫ້ປະຊາຊົນ

        ໂຄງການຈັດສັນ – ກໍ່ສ້າງທີ່ຢູ່ອາໄສ ໃຫ້ແກ່ປະຊາຊົນ ແລະ ບ້ານທີ່ໄດ້ຮັບຜົນກະທົບຈາກໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ທີ່ບ້ານຕອງ ເມືອງປາກແບງ ແຂວງອຸດົມໄຊ ເປັນໂຄງການທີ່ໄດ້ຮັບທຶນຊົດເຊີຍຈາກບໍລິສັດ ລາວຊິນຫຼົງ ບຸກເບີກອຸດສາຫະກຳບໍ່ແຮ່ ຈຳກັດ ໂຄງການດັ່ງກ່າວແມ່ນໄດ້ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ເດືອນມີນາ ປີ 2020 ເປັນຕົ້ນມາ ຈົນຮອດປັດຈຸບັນແມ່ນໄດ້ສຳເລັດການກໍ່ສ້າງແລ້ວ 100% ໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດປະກອບມີ ວຽກຕັດຜັງບ້ານ, ກໍ່ສ້າງບ່ອນຖິ້ມຂີ້ເຫຍື້ອ, ນ້ຳລິນ, ຕາຂ່າຍໄຟຟ້າ, ເຮືອນທີ່ຢູ່ອາໄສຂອງປະຊາຊົນຈຳນວນ 24 ຫຼັງ, ສ້ອມແປງ ແລະ ຕໍ່ເຕີມຫໍພັກສຸກສາລາບ້ານມົກແວນ, ກໍ່ສ້າງຫໍພັກ ແລະ ເຮືອນຄົວໃຫ້ຄູ – ອາຈານ ໂຮງຮຽນປະຖົມບ້ານຕອງ, ກໍ່ສ້າງຫ້ອງການບ້ານ ແລະ ສະໂມສອນບ້ານ, ກໍ່ສ້າງຕະຫຼາດຊຸມຊົນ ແລະ ຫ້ອງນ້ຳສາທາລະນະ 2 ຈຸດ, ກໍ່ສ້າງ ແລະ ຕິດຕັ້ງປ້າຍຊື່ບ້ານ ລວມມູນຄ່າການກໍ່ສ້າງທັງໝົດ 8 ຕື້ 999 ລ້ານກ່ວາກີບ.

        ດັ່ງນັ້ນ, ພາຍຫຼັງສຳເລັດໂຄງການຈຶ່ງໄດ້ຈັດພິທີມອບ – ຮັບຢ່າງເປັນທາງການໃນວັນທີ 12 ເມສາ 2022 ນີ້ ທີ່ສະໂມສອນບ້ານຕອງ ເມືອງປາກແບງ ແຂວງອຸດົມໄຊ ມອບໂດຍທ່ານ ຊູ່ ຊິ່ງໝິ່ງ ປະທານບໍລິສັດ ລາວຊິນຫຼົງ ບຸກເບີກອຸດສາຫະກຳບໍ່ແຮ່ ຈຳກັດ ຮັບໂດຍ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ ພ້ອມທັງມອບຕໍ່ໃຫ້ກັບເມືອງ ແລະ ເມືອງມອບໃຫ້ກັບບ້ານ ແລະ ປະຊາຊົນ ເພື່ອສືບຕໍ່ຄຸ້ມຄອງນຳໃຊ້ ໂດຍມີບັນດາພະແນກການຂັ້ນແຂວງ, ຄະນະພັກອົງການປົກຄອງເມືອງ ຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ, ມີຄະນະພັກອົງການປົກຄອງບ້ານໆໃກ້ຄຽງ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

(ທີ່ມາຂ່າວ: ສີຈັນ ເກດວົງສາ, ຂ່າວອຸດົມໄຊ)