ປີ 2023 ລັດວິສາຫະກິດຖືຮຸ້ນລາວ (ລຮລ) ຍາດໄດ້ຜົນງານຫຼາຍດ້ານ

          ໃນຕອນເຊົ້າຂອງວັນທີ 26 ມີນາ 2024 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2023 ແລະ ຜ່ານທິດທາງແຜນການປະຈຳປີ 2024 ຂອງລັດວິສາຫະກິດຖືຮຸ້ນລາວ (ລຮລ), ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ມີບັນດາ ທ່ານ ຄະນະສະພາບໍລິຫານ ລຮລ ທີ່ມາຈາກຂະແໜງການຕ່າງໆເຊັ່ນ: ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ທະນາຄານແຫ່ງ ສປປລາວ; ຫ້ອງການກະຊວງ, ບັນດາກົມ ແລະ ສະຖາບັນ, ລັດວິສາຫະກິດ ອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍພະນັກງານ ລຮລ ເຂົ້າຮ່ວມຢ່າງພ້ອມພຽງ.

          ທ່ານ ມານະສິນ ວົງໄຊ ຜູ້ອໍານວຍການລັດວິສາຫະກິດຖືຮຸ້ນລາວ ໄດ້ລາຍງານຜົນສໍາເລັດໃນການດໍາເນີນທຸລະກິດປະຈໍາປີ 2023 ມີຫຼາຍດ້ານບັນລຸຕາມແຜນການທີ່ວາງໄວ້ ໃນນີ້ອັນທີ່ພົ້ນເດັ່ນກວ່າໝູ່ແມ່ນ ສາມາດສ້າງລາຍຮັບໄດ້ 50,51 ລ້ານໂດລາ ສຫລ, ມີຜົນກຳໄລທາງການບັນຊີ 21,86 ລ້ານໂດລາ ສຫລ, ໄດ້ຊຳລະຕົ້ນທຶນ-ດອກເບັ້ຍໃຫ້ກະຊວງການເງິນ ແລະ ທະນາຄານທຸລະກິດພາຍໃນປະເທດ ຕາມສັນຍາ ແລະ ປະຕິບັດພັນທະອາກອນ 5,51 ລ້ານໂດລາ ສຫລ. ທ່ານ ຜູ້ອຳນວຍການ ໃຫ້ຮູ້ຕື່ມວ່າ: 4 ໂຄງການທີ່ ລຮລ ຮ່ວມຖືຮຸ້ນໃນປະຈຸບັນ ສາມາດຜະລິດພະລັງງານໄຟຟ້າໄດ້ທັງໝົດ 19.688 ລ້ານkWh ໃນນີ້, ໂຄງການໄຟຟ້ານໍ້າເທີນ 2 ຜະລິດໄດ້ 4.432 ລ້ານ kWh, ໂຄງການໄຟຟ້າຄວາມຮ້ອນຫົງສາ 12.077 ລ້ານ kWh, ໂຄງການໄຟຟ້າເຊປຽນ-ເຊນ ໍ້ານ້ອຍ 1.856 ລ້ານ kWh ແລະ ໂຄງການໄຟຟ້ານໍ້າງຽບ 1 ຜະລິດໄດ້ 1.323 ລ້ານ kWh, ລວມລາຍຮັບຈາກການຂາຍໄຟຟ້າ ທັງໝົດ 1.206 ລ້ານໂດລາ ສຫລ, ລວມພັນທະທີ່ໄດ້ມອບໃຫ້ລັດຖະບານ 85,70 ລ້ານໂດລາ ສຫລ. (ຄ່າພາກ ຫຼວງ 32,02 ລ້ານໂດລາ ສຫລ, ອາກອນກຳໄລ 37,20 ໂດລາ ສຫລ ແລະ ຄ່າທໍານຽມແຮ່ທາດ 16,48 ລ້ານ ໂດລາ ສຫລ).

          ສໍາລັບທິດທາງແຜນການໃນປີ 2024, ທ່ານ ຜູ້ອໍານລຍການ ໄດ້ສະເໜີວ່າ: ຈະພະຍາຍາມສູ້ຊົນໃຫ້ມີລາຍຮັບເພີ່ມຂຶ້ນ ໂດຍວາງຄາດໝາຍ ສ້າງລາຍຮັບໃຫ້ໄດ້ປະມານ 60 ລ້ານໂດລາ ສຫລ, ມີຜົນປະກອບການທີ່ດີ ກວ່າເກົ່າ ແລະ ມອບພັນທະອາກອນໃຫ້ ລັດຖະບານ ໄດ້ຫຼາຍຂຶ້ນ. ລຮລ ຈະສືບຕໍ່ເອົາໃຈໃສ່ປະຕິບັດວຽກງານຕາມພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບ ຂອງຕົນໃຫ້ດີທີ່ສຸດ ເພື່ອເປັນຫົວໜ່ວຍທຸລະກິດໜຶ່ງຂອງລັດທີ່ມີຄວາມເຂັ້ມແຂງ, ປະກອບສ່ວນສ້າງລາຍຮັບທີ່ ໝັ້ນຄົງ, ມີກຳໄລຍືນຍົງ ເພື່ອສົ່ງມອບໃຫ້ລັດຖະບານນັບມື້ຫຼາຍຂຶ້ນຕາມ 5 ວິໄສທັດໃນການຄຸ້ມຄອງບໍລິຫານ ທຸລະກິດ: ລົງທຶນຢ່າງມີປະສິດທິຜົນ; ສ້າງຜົນກຳໄລໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້; ສ້າງຄວາມເຊື່ອຖືຈາກສະຖາບັນ ການເງິນສາກົນ ແລະ ຜູ້ສະໜອງທຶນ; ສ້າງຄວາມເຂັ້ມແຂງໃຫ້ແກ່ອົງກອນຢ່າງຕໍ່ເນື່ອງ; ບໍລິຫານລາຍຮັບ ແລະ ລາຍຈ່າຍຢ່າງໂປ່ງໃສ

ຫຼັງຈາກນັ້ນ, ກໍ່ໄດ້ພິທີມອບ-ຮັບ ໃບຍ້ອງຍໍໃຫ້ແກ່ພະນັກງານ ຈຳນວນ 107 ທ່ານ ທີ່ມີຜົນງານດີເດັ່ນປະກອບສ່ວນເຄື່ອນໄຫວວຽກງານພັດທະນາພະລັງງານໄຟຟ້າຂອງ ລຮລ ຕະຫຼອດໄລຍະ 1ປີທີ່ຜ່ານມາ ໃນນີ້, ໃບຍ້ອງຍໍຂັ້ນກະຊວງຈຳນວນ 96 ທ່ານ ໃຫ້ກຽດມອບໂດຍ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ໃບຍ້ອງຍໍຂອງ ລຮລ ຈຳນວນ 11 ທ່ານ ມອບໂດຍ ທ່ານ ມານະສິນ ວົງໄຊ ຜູ້ອໍານວຍການລັດວິສາຫະກິດຖືຮຸ້ນລາວ. ຕອນທ້າຍຂອງພິທີ ຍັງໄດ້ຮັບຟັງການໂອ້ລົມ ແລະ ມີຄຳເຫັນຂອງ ທ່ານ ຮອງລັດຖະມົນຕີ ຕື່ມອີກ.

ພາບ-ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506