ທ່ານ Kyle KATOSKI ຕາງໜ້າບໍລິສັດ SAPC ເຊິ່ງມີສຳນັກງານໃຫຍ່ຕັ້ງຢູ່ປະເທດສິງກະໂປ ແລະ ທ່ານ ສີສະຫວາດ ສຸວັນນະວົງ ອໍານວຍການຝ່າຍລາວ ບໍລິສັດ ໂຊລາອັດຕະປື ພາເວີ ຈໍາກັດຜູ້ດຽວ ໄດ້ໃຫ້ຮູ້ວ່າ: ໂຄງການໄຟຟ້າແສງຕາເວັນ SAPP ຕັ້ງຢູ່ຫຼັກ 37 ບ້ານຫາດຊັນ ເມືອງໄຊເສດຖາ ແຂວງອັດຕະປື ໃນພື້ນທີ່ກໍານົດຂອງແຂວງໄວ້ເປັນເຂດພັດທະນາການອຸດສາຫະກຳໄຟຟ້າແສງຕາເວັນ, ໂຄງການດັ່ງກ່າວມີມູນຄ່າການລົງທຶນທັງໝົດ 69, 2 ລ້ານໂດລາ, ໄລຍະການກໍ່ສ້າງແມ່ນ 18 ເດືອນໃຫ້ສໍາເລັດ, ວຽກວິສະວະກໍາ-ຈັດຊື້-ກໍ່ສາງ (EPC) ໂດຍບໍລິສັດ ເຢັຍລະມັນ-IBVOGT, ມີກໍາລັງການຕິດຕັ້ງໂຄງການ 64MWdc/50MWac, ກໍາລັງການຂາຍພະລັງງານຢູ່ທີ່ 128 GWh ຕໍ່ປີ,