ປະທານຄະນະບໍລິຫານງານ ສະຫະພັນແມ່ຍິງກະຊວງ ພະລັງງານ ແລະ ບໍ່ແຮ່ ສຳເລັດການເຂົ້າຮ່ວມກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 2 ສະໄໝທີ VIII

          ລະຫວ່າງວັນທີ 14-16 ພະຈິກ 2022 ນີ້, ສະຫາຍ ນາງ ແສງເດືອນ ວົງອິນ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 2 ສະໄໝທີ VIII. ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມເປັນທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ. ມີ ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານຄະນະບໍລິຫານງານ ສສຍລ; ມີຕາງໜ້າຈາກຫ້ອງວ່າການສູນກາງພັກ, ຕາງໜ້າສູນກາງແນວລາວສ້າງຊາດ, ອົງການພາຄີ, ຄະນະບໍລິຫານງານສູງກາງສະຫະພັນແມ່ຍິງລາວ ສະໄໝທີ VIII, ບັນດາທ່ານຮອງປະທານສູນກາງສະຫະພັນແມ່ຍິງລາວ, ປະທານ, ຮອງປະທານສະຫະພັນແມ່ຍິງບັນດາກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນ ແລະ ແຂກຖືກເຊີນເຂົ້າຮ່ວມ. 

          ກອງປະຊຸມໃນຄັ້ງນີ້ ໄດ້ພ້ອມກັນສະຫຼຸບຕີລາຄາການເຄື່ອນໄຫວວຽກງານຮອບດ້ານ ຂອງສະຫະພັນແມ່ຍິງລາວ ໄລຍະ 09 ເດືອນ, ຄາດຄະເນ 03 ເດືອນທ້າຍປີ 2022 ແລະ ກໍານົດທິດທາງແຜນການເຄື່ອນໄຫວປະຈໍາປີ 2023, ສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມວິສາມັນຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ແຜນພັດທະນາແມ່ຍິງແຫ່ງຊາດ 5 ປີ (2021-2025), 10 ແຜນງານ 65 ໂຄງການ, 03 ແຜນດໍາເນີນງານແຫ່ງຊາດ ແລະ ແຜນຈຸດສຸມ(2021-2023) ເພື່ອຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງທຸກຂອດວຽກງານ ຂອງສະຫະພັນແມ່ຍິງແຕ່ລະຂັ້ນໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຊື່ງເປັນຜົນງານໃນປີທໍາອິດ ຂອງການຜັນຂະຫຍາຍ ແລະ ປະຕິບັດໜ້າທີ່ການເມືອງຂອງ ສສຍລ ສະໄໝທີ VIII. ວຽກງານກອງປະຊຸມໃນຄັ້ງນີ້ຍັງຈະດຳເນີນຊີວິດການເມືອງຂອງ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວສະໄໝທີ VIII ເພື່ອສະຫຼຸບຕີລາຄາແບບແຜນວິທີນໍາພາ, ວິທີເຮັດວຽກຂອງຄະນະບໍລິຫານງານ, ພ້ອມກັນປຶກສາຫາລື ວຽກງານກໍ່ສ້າງພະນັກງານນໍາພາເພດຍິງ ເພື່ອກະກຽມໃຫ້ແກ່ກອງປະຊຸມ 3 ຂັ້ນ ແລະ ວຽກງານປິ່ນອ້ອມອື່ນໆ. ກອງປະຊຸມຈະດຳເນີນເປັນເວລາ 2 ວັນ (15-16 ພະຈິກ 2022).

          ຕອນທ້າຍຂອງກອງປະຊຸມ ຜູ້ແທນໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ກ່ອນອື່ນ ສະຫາຍ ໄດ້ເນັ້ນໜັກໃຫ້ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ, ສະມາຊິກສະຫະພັນແມ່ຍິງ, ພະນັກງານ-ລັດຖະກອນທີ່ເປັນເພດຍິງ ຕະຫຼອດຮອດແມ່ຍິງລາວບັນດາເຜົ່າ ແມ່ນຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ ແລະ ບຸກທະລຸໃຫ້ໄດ້ດ້ານຈິດຕະນາການດ້ວຍການປ່ຽນແປງໃໝ່, ກ້າປະເຊີນໜ້າກັບສິ່ງທ້າທາຍທົດສອບໃນວຽກງານທີ່ໄດ້ຮັບມອບໝາຍ, ພ້ອມທັງເອົາໃຈໃສ່ເປັນເຈົ້າການຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນກັບຕົນເອງ, ກັບສະມາຊິກໃນຄອບຄົວ ແລະ ສັງຄົມ ໂດຍສະເພາະໃນຍຸກແຫ່ງຂໍ້ມູນຂ່າວສານ ຫຼື ເອີ້ນວ່າຍຸກເຕັກໂນໂລຊີທີ່ທັນສະໄໝ ທີ່ທຸກຄົນ, ທຸກເພດໄວສາມາດເຂົ້າເຖິງໄດ້ຢ່າງສະດວກສະບາຍ ສິ່ງເຫຼົ່ານີ້ມີທັງອັນດີ ແລະ ອັນບໍ່ດີ. ສະນັ້ນ, ເພື່ອຕ້ານ ແລະ ສະກັດກັ້ນປະກົດຫຍໍ້ທໍ້ດັ່ງກ່າວ ຈຶ່ງເປັນໜ້າທີ່ຂອງໝົດທຸກຄົນໃນຄອບຄົວ, ໂຮງຮຽນ ແລະ ທຸກການຈັດຕັ້ງໃນສັງຄົມ. ສະຫະພັນແມ່ຍິງລາວໃນຖານະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ, ເປັນບ່ອນເຕົ້າໂຮມຄວາມສາມັກຄີຂອງແມ່ຍິງລາວບັນດາເຜົ່າ ຕ້ອງກຳໃຫ້ໄດ້ສະພາບໃນປັດຈຸບັນ ເພື່ອເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່, ຄວາມຮັບຜິດຊອບທີ່ພັກ-ລັດມອບໝາຍ, ຫັນມະຕິກອງປະຊຸມໃຫຍ່ຂອງພັກມາເປັນແຜນການເຄື່ອນໄຫວລະອຽດ ພ້ອມທັງເສີມຂະຫຍາຍຈຸດດີ ແລະ ແກ້ໄຂບັນດາຈຸດອ່ອນຂໍ້ຄົງຄ້າງ ພ້ອມທັງວາງມາດຕະການຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ສອດຄ່ອງ ແລະ ມີປະສິດທິພາບ ເພື່ອຊຸກຍູ້ຂະບວນການພັດທະນາແມ່ຍິງ ໃຫ້ດີຂຶ້ນເທື່ອລະກ້າວ.

ພາບ ແລະ ແຫຼ່ງຂໍ້ມູນ: ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ
ຂ່າວ: ຄຳແສງ ແກ້ວປະເສີດ