ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ຈັດກອງປະຊຸມສາມັນຜູ້ຖືຮຸ້ນ ປະຈໍາປີ 2022

          ກອງປະຊຸມໄດ້ດຳເນີນຂຶ້ນຢ່າງເປັນທາງການ ໃນວັນທີ 25 ເມສາ 2023 ທີ່ຜ່ານມາ ຢູ່ສຳນັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ (ຟຟລ). ພາຍໃຕ້ການເປັນປະທານຂອງ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ທັງເປັນຮອງປະທານສະພາບໍລິຫານ ບໍລິສັດຜະລິດໄຟຟ້າລາວມະຫາຊົນ ພ້ອມດ້ວຍ ຄະນະກຳມະການສະພາບໍລິຫານຂອງ, ບັນດາຜູ້ຖືຮຸ້ນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

          ກອງປະຊຸມ ສາມັນຜູ້ຖືຮຸ້ນ ປະຈໍາປີ 2022 ຂອງ ຜ-ຟຟລ ຄັ້ງນີ້ ຈັດຂຶ້ນເພື່ອ ປຶກສາຫາລື, ຄົ້ນຄວ້າ, ຕົກລົງ ແລະ ຮັບຮອງເອົາຫຼາຍບັນຫາທີ່ສຳຄັນຂອງບໍລິສັດຄື: ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມຜູ້ຖືຮຸ້ນຄັ້ງທີ່ຜ່ານມາ; ຮັບຮອງບົດບັນທຶກກອງປະຊຸມວິສາມັນຜູ້ຖືຮຸ້ນຄັ້ງທີ 1 ປະຈຳປີ 2023; ອະນຸມັດລາຍງານການເງິນ 6 ເດືອນຕົ້ນປີ 2022 ແລະ ເຫດຜົນບໍ່ອະນຸມັດເບີກຈ່າຍເງິນປັນຜົນຈາກການດຳເນີນທຸລະກິດ 6 ເດືອນຕົ້ນປີ 2022; ອະນຸມັດລາຍງານຜົນການດຳເນີນທຸລະກິດຂອງບໍລິສັດ ປະຈຳປີ 2022 ລວມທັງລາຍງານການເງິນຂອງບໍລິສັດ ປະຈໍາປີ 2022, ແຜນການດຳເນີນທຸລະກິດປະຈຳປີ 2023; ອະນຸມັດການເບີກຈ່າຍເງິນປັນຜົນ ຈາກການດຳເນີນທຸລະກິດ ປະຈຳປີ 2022 ໃຫ້ຜູ້ຖືຮຸ້ນທີ່ມີລາຍຊື່ຢູ່ໃນປື້ມບັນທຶກຜູ້ຖືຮຸ້ນ; ອະນຸມັດການເພີ່ມຕົວຄູນດັດສະນີເງິນເດືອນພື້ນຖານຂອງພະນັກງານພາຍໃນບໍລິສັດ; ຮັບຮອງການແຕ່ງຕັ້ງປະທານ, ຮອງປະທານ ແລະ ກຳມະການສະພາບໍລິຫານຊຸດໃໝ່ ເພື່ອປ່ຽນແທນຊຸດເກົ່າ ແລະ ຮັບຮອງການດັດແກ້ກົດລະບຽບຂອງບໍລິສັດ ໂດຍສະເພາະຢູ່ມາດຕາ 9 ແລະ ມາດຕາ 12.

ພາບ ແລະ ແຫຼ່ງຂໍ້ມູນ: ບໍລິສັດຜະລິດໄຟຟ້າລາວມະຫາຊົນ
ຂ່າວ: ຄຳແສງ ແກ້ວປະເສີດ