
ຄະນະພັກຮາກຖານ ພະລັງງານ ແລະ ບໍ່ແຮ່ແຂວງອຸດົມໄຊ ດຳເນີນຊີວິດການເມືອງ,ຜ່ານຮ່າງບົດສຳຫລວດນຳພາລວມຂອງຄະນະພັກ ແລະ ທາບທາມບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ I ຂອງຕົນຂຶ້ນໃນວັນທີ 5 ທັນວາ ນີ້ ທີ່ຫ້ອງປະຊຸມລະບົບສາຍສົ່ງ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ຄຳເຜີຍ ງອນວັນຄຳ ກຳມະການປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີຄະນະພັກຮາກຖານ, ຄະນະຫນ່ວຍພັກ, ຄະນະຮັບຜິດຊອບການກະກຽມກອງປະຊຸມໃຫຍ່ຂອງແຂວງ ພ້ອມດ້ວຍສະມາຊິກພັກພາຍໃນຮາກຖານເຂົ້າຮ່ວມ.

ກອງປະຊຸມ ສະຫາຍ ອາລຸນ ບຸນວິໄລ ເລຂາຄະນະພັກຮາກຖານ, ຫົວຫນ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ໄດ້ຜ່ານຮ່າງບົດສໍາຫລວດການນໍາພາລວມຂອງຄະນະພັກຮາກຖານພະລັງງານ ແລະ ບໍ່ແຮ່. ຕະຫຼອດໄລຍະ 5 ປີຜ່ານມາ ຄະນະພັກ ແຕ່ລະໜ່ວຍ ບວກກັບຄວາມເປັນເຈົ້າການຂອງຖັນແຖວພະນັກງານ, ສະມາຊິກພັກ, ລັດຖະກອນ, ກໍາມະກອນ ໄດ້ເຮັດໃຫ້ການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມຂອງຄະນະພັກຮາກຖານ, ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍຄືການຈັດຕັ້ງປະຕິບັດກົດລະບຽບຂອງພັກ, ແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ຄໍາແນະນໍາຂອງພັກ, ກົດໝາຍ, ລະບຽບການ, ແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງ ແລະ ແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ສາມາດບັນລຸຜົນສໍາເລັດ, ໂດຍໄດ້ຈັດຕັ້ງການຄົ້ນຄວ້າ, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ກົດລະບຽບສະໄໝທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງ 5 ປີຄັ້ງທີ IX (2021-2025), ແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ 5 ປີຄັ້ງທີ IX (2021 – 2025) ຂອງກະຊວງ ແລະ ຂອງແຂວງ, ແນວທາງນະໂຍບາຍ, ກົດໝາຍ, ຄໍາສັ່ງ, ຄໍາແນະນໍາ, ລະບຽບການຕ່າງໆ ຂອງລັດ ແລະ ມູນເຊື້ອວັນປະຫວັດສາດ ຂອງພັກ – ລັດ, ສອງວາລະແຫ່ງຊາດ, ວາລະເຄັງຮ້ອນຂອງລັດຖະບານ ເຮັດໃຫ້ ສະມາຊິກພັກ, ພະນັກງານ – ລັດຖະກອນ ແລະ ກໍາມະກອນ ຢູ່ພາຍໃນຄະນະພັກຮາກຖານກໍາແໜ້ນ ແນວທາງການເມືອງຂອງພັກ ແລະ ກົດໝາຍຂອງລັດ, ສາມາດເຮັດສໍາເລັດ ໜ້າທີ່ການເມືອງຂອງຕົນໄດ້ເປັນຢ່າງດີ. ເປັນຕົ້ນແມ່ນໄດ້ສ້າງເງື່ອນໄຂໃຫ້ພະນັກງານ, ສະມາຊິກພັກ, ລັດຖະກອນ, ແລະ ກໍາມະກອນ ໄດ້ຝຶກຝົນຫຼໍ່ຫຼອມຕົນເອງ ແນໃສ່ເພື່ອປັບປຸງດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດໃຫ້ມີຄວາມໜັກແໜ້ນ ເຮັດໃຫ້ພະນັກງານ, ສະມາຊິກພັກມີທັດສະນະຫຼັກໝັ້ນດ້ານການເມືອງ, ມີຄວາມເຊຶ່ອໝັ້ນຕໍ່ການນໍາພາຂອງພັກ ແລະ ຈົ່ງຮັກພັກດີຕໍ່ອຸດົມການສັງຄົມນິຍົມ; ໄດ້ເອົາໃຈໃສ່ໃນການນຳພາປັບປຸງການຈັັດຕັ້ງ ເພື່ອໃຫ້ສອດຄ່ອງ ແລະ ສາມາດຮອງຮັບການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ແລະ ລັດໃນໄລຍະໃໝ່.


