ພິທີປິດຊຸດຝືກອົບຮົມໄລຍະສັ້ນ ກ່ຽວກັບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຊຸດທີ I

          ພິທີປິດຊຸດຝືກອົບຮົມໄລຍະສັ້ນ ກ່ຽວກັບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຊຸດທີ I ໃຫ້ແກ່ຄະນະພັກ, ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ ຂອງກະຊວງພະລັງງານ ແລະ ບໍ່ແຮ່ ຊຶີ່ງພາຍຫຼັງທີີ່ໄດ້ດໍາເນີນດ້ວຍຄວາມເຄັ່ງຮ້ອນ ແລະ ຕັ້ງໜ້າເປັນເວລາ 9 ວັນເຕັມ, ມາຮອດວັນທີ 26 ຕຸລາ 2023, ຊຸດຝຶກອົບຮົມກໍ່ໄດ້ສໍາເລັດລົງຕາມແຜນການທີີ່ໄດ້ກຳນົດໄວ້. ໂດຍພາຍການເປັນປະທານຮ່ວມລະຫວ່າງ ສະຫາຍ ນາງ ຈັນສະຫວາດ ບຸບຜາ ປະທານກວດກາ, ຄະນະພັກປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ສະຫາຍ ປອ ວິສຸກ ພົມພິທັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ນັກສຳມະນາກອນກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

           ຜົນສໍາເລັດໃນການຈັດຕັ້ງຊຸດຝຶກອົບຮົມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານຂອງກະຊວງໃນຊຸດນີ້ ເທື່ອນີ້ ແມ່ນມາຈາກຄວາມເອົາໃຈໃສ່ໃນການນໍາພາ-ຄຸ້ມຄອງຂອງຄະນະຮັບຜິດຊອບ, ຄວາມເປັນເຈົ້າການໃນການຂຶ້ນຫ້ອງສິດສອນຂອງຄູ-ອາຈານ ແລະ ຄວາມຕັ້ງໜ້າຂອງບັນດາສະຫາຍທີີ່ເຂົ້າຮ່ວມການຝຶກອົບຮົມທຸກໆສະຫາຍ ຊຶີ່ງໃນຕະ ຫຼອດໄລຍະເວລາ 9 ວັນເຕັມ ນັບແຕ່ວັນທີ 16-26 ຕຸລາ, ຂອງການຝຶກອົບຮົມ, ທຸກສະຫາຍໄດ້ພ້ອມກັນສຸມໃສ່ການຄົ້ນຄວ້າ, ເຊື່ອມຊຶມ, ແລກປ່ຽນບົດຮຽນ ແລະ ຄໍາເຫັນຊຶີ່ງກັນ ແລະ ກັນ, ພ້ອມກັນເອົາໃຈໃສ່ປະຕິບັດລະບຽບ ການຕ່າງໆ ຊຶີ່ງຄະນະຮັບຜິດຊອບໄດ້ວາງອອກຢ່າງຕັ້ງໜ້າ ແລະ ໄດ້ຮັບຜົນດີ.

          ໂອກາດດັ່ງກ່າວ ສະຫາຍນາງ ຈັນສະຫວາດ ບຸບຜາ ປະທານກວດກາ, ຄະນະພັກປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ມີຄຳຄິດເຫັນວ່າ : ຊຸດຝຶກອົບຮົມວຽກງານກ່ຽວກັບວຽກງານຈັດຕັ້ງ ກໍ່ສ້າງພັກ-ພະນັກງານ ສໍາລັບກະຊວງພວກເຮົາໃນເທ່ືອນີ້ມີຄວາມສໍາຄັນຫຼາຍ, ຍ້ອນວ່າ : ຈຸດປະສົງຕົ້ນຕໍ່ກໍ່ແມ່ນແນໃສ່ ເພື່ອເປັນການປັບປຸງ ແລະ ຍົກລະດັບຄວາມຮູ້ ໃຫ້ແກ່ຄະນະພັກ, ໜ່ວຍພັກ, ບັນດາສະຫາຍຄະນະນໍາ ແລະ ພະນັກງານທີີ່ເປັນຫົວຈັກຫຼັກແຫຼ່ງ ຂອງກະຊວງພວກເຮົາ ກ່ຽວກັບລັດທິມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ, ແນວທາງ, ທັດສະນະຂອງພັກ ແລະ ນະໂຍບາຍຂອງລັດ ກ່ຽວກັບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃນໄລຍະໃໝ່ ສ້າງພື້ນຖານດ້ານຄວາມຮັບຮູ້ ເພື່ອຮັບປະກັນໃຫ້ການສືບຕໍ່ວຽກງານປັບປຸງການຈັດຕັ້ງ, ວຽກງານພັກ ພະນັກງານໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຍົກສູງຄຸນນະພາບ ແລະ ຄວາມເປັນແບບຢ່າງນໍາໜ້າ ຂອງ ພະນັກງານ, ສະມາຊິກພັກ, ປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກ ທີີ່ຖືກຕ້ອງ ແລະ ມີຄຸນນະພາບ ແນໃສ່ຕອບ ສະໜອງຄວາມຮຽກຮ້ອງຕ້ອງການ ແລະ ການເລັ່ງທວງຂອງສະພາບການໃນໄລຍະໃໝ່.

          ຊຸດຝຶກອົບຮົມວຽກງານກ່ຽວກັບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານໃນເທື່ອນີ້ ແມ່ນການຍົກລະດັບທິດ ສະດີປະຕິວັດ ແລະ ແນວທາງການເມືອງຂອງພັກ ແມ່ນປັບປຸງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ເພິ້ມທະວີຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ອຸດົມການສັງຄົມນິຍົມ, ອະນາຄົດ ແລະ ບາດກ້າວເດີນຂອງປະເທດ ຊາດ.

          ສະນັ້ນ, ຜົນສໍາເລັດຂອງຊຸດຝຶກອົບຮົມກ່ຽວກັບວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານຂອງກະຊວງພວກເຮົາ ໃນເທື່ອນີ້ຈຶີ່ງແມ່ນຜົນສໍາເລັດທີີ່ສໍາຄັນ ໃນການປັບປຸງ ແລະ ເພີີ່ມທະວີການເຮັດວຽກງານການເມືອງ-ແນວຄິດ ຢູ່ພາຍ ໃນຂອງອົງຄະນະພັກຂອງພວກເຮົາ ຊຶີ່ງຍາມໃດພວກເຮົາ ກໍ່ຖື ເປັນບັນຫາກົກ ແລະ ເປັນພື້້ນຖານເພື່ອຮັບປະກັນໃຫ້ແກ່ ການນໍາພາ-ຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດຕົວຈິງ .
ຂ່າວ: ວຽງສະຫວັນ ປຣະດິດ
ພາບ: ລຸ້ງຟ້າ ອົບພະຈັນ
ສາຍດ່ວນ: 1506