ໂຄງການພະລັງງານສະອາດພາກເໜືອ ຈະກາຍເປັນແຫຼ່ງຜະລິດໄຟຟ້າທົດແທນໃຫຍ່ທີ່ສຸດ ໃນ ສປປລາວ

           ໂຄງການດັ່ງກ່າວ ຕັ້ງຢູ່ໃນພື້ນທີ່ 7 ບ້ານ ຂອງສອງເມືອງຄື: ບ້ານກິ່ວຈະລຸ,ບ້ານຈອມອອງ,ບ້ານກີ່ວແຈບ,ບ້ານນາຖົ່ວ,ບ້ານນໍ້າບໍ່ຕາໄກ່,ບ້ານຫ້ວຍຊອຍ ແລະ ບ້ານໝາກຈຸກ ຂອງເມືອງໄຊ ແລະ ເມືອງນາໝໍ້, ມີເນື້ອທີ່ທັງໝົດ20,901,612 ຕາແມັດ.ໂຄງການພະລັງງານສະອາດ ພາກເໜືອ ສປປ ລາວ ໄລຍະທີ 1 ມີກໍາລັງຕິດຕັ້ງທັງໝົ 1,000 MW, ສາມາດຜະລິດພະລັງງານໄຟຟ້າໄດ້ສະເລ່ຍ 1,700 ກິກາວັດໂມງ/ປີ. ໂຄງການໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ໃນວັນທີ 12 ກັນຍາ 2024 ມາຮອດປະຈຸບັນ ການກໍ່ສ້າງໂຄງການມີຄວາມຄືບໜ້າຢ່າງຕໍ່ເນື່ອງ ໃນນີ້ ໄດ້ນຳເອົາແຜງໂຊລ່າເຊວທີ່ຕິດຕັ້ງສໍາເລັດສາມາດຜະລິດໄຟໄດ້ແລ້ວ 2MW; ສໍເລັດເຈາະຂຸມທີ່ຈະຕັ້ງເສົາແຜງໂຊລ່າເຊວໄດ້ທັງມົດ 60,000 ຂຸມ, ມີວິຊາການ ແລະ ແຮງງານ ທັງໝົດປະມານ 800 ຄົນ ຄາດວ່າຈະກໍ່ສ້າງສຳເລັດ ແລະ ເປີດຂາຍໄຟຟ້າຢ່າງເປັນທາງການໃນເດືອນ ທັນວາ ປີ2025 ທີ່ຈະມາເຖິງນີ້, ພາຍຫຼັງໂຄງການດຳເນີນການຜະລິດກະແສໄຟຟ້າ ກໍ່ຈະກາຍເປັນແລ່ງຜະລິດພະລັງງານໄຟຟ້າທົດແທນ (ພະລັງງານສະອາດ) ໃຫຍ່ທີ່ສຸດ ໃນ ສປປລາວ.

          ນີ້ແມ່ນບາງຂໍ້ມູນທີ່ໄດ້ນຳສະເໜີຕໍ່ກອງປະຊຸມຄະນະກຳມະການຊີ້ນໍາຮ່ວມ ໂຄງການພະລັງງານໄຟຟ້າແສງຕາເວັນ ຂອງບໍລິສັດຊີຈີເອັນລາວ ຕາເວັນ ຈຳກັດຜູ້ດຽວ ເຊິ່ງຈັດຂຶ້ນຢູ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງອຸດົມໄຊ ພາຍໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ມີ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ; ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ຫົວໜ້າຫ້ອງການ; ຫົວໜ້າກົມ; ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ບັນດາທ່ານໃນຄະນະກໍາມະການຊີ້ນຳຮ່ວມໂຄງການ, ຄະນະຜູ້ບໍລິຫານ ບໍລິສັດ ໄຟຟ້າ ຊີຈີເອັນລາວ ຈໍາກັດຜູ້ດຽວ.

          ທ່ານ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ກ່າວວ່າ: ພາຍຫຼັງໂຄງການໄດ້ສໍາເລັດການກໍ່ສ້າງ ແລະກ້າວເຂົ້າສູ່ໄລຍະດໍາເນີນງານ ກໍຈະກາຍເປັນໂຄງການຕົວແບບ ທີ່ຈະສາມາດສ້າງຜົນປະໂຫຍດທາງກົງ ແລະ ທາງອ້ອມໃຫ້ແກ່ທ້ອງຖິ່ນຕາມພັນທະຂອງສັນຍາ ແລະ ຈະກາຍເປັນສັນຍາລັກອັນໂດດເດັ່ນໃຫ້ແກ່ສາຍພົວພັນມິດຕະພາບລະຫວ່າງສອງປະເທດ ລາວ-ຈີນ. ທ່ານ ລັດຖະມົນຕີກ່າວຕື່ມວ່າ: ການກໍ່ສ້າງໂຄງການມີຄວາມຄືບໜ້າ ແລະ ມີຜົນສຳເລັດເປັນລຳດັບມານີ້ ແມ່ນຍ້ອນຄວາມຕັດສິນໃຈສູງຂອງບໍລິສັດຜູ້ພັດທະນາໂຄງການ ທີ່ມີຄວາມຈິງໃຈຢາກໃຫ້ໂຄງການເກີດຂື້ນ ແລະ ສຳເລັດຕາມເປົ້າໝາຍທີ່ວາງໄວ້. ທີ່ສຳຄັນ ກໍແມ່ນພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ມີຄວາມມຸ່ງໝັ້ນ ໃນການພັດທະນາແຫຼ່ງພະລັງງານບົ່ມຊ້ອນຕ່າງໆ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ ແລະ ເຊື່ອມໂຍງດ້ານໂຄງລ່າງພະລັງງານກັບບັນດາປະເທດໃນພາກພື້ນເວົ້່າລວມ, ເວົ້່າສະເພາະແມ່ນ ກັບ ສປ ຈີນ, ແນໃສ່ສ້າງໃຫ້ ສປປ ລາວ ກາຍເປັນຈຸດເຊື່່ອມຕໍ່ດ້ານການຊື້ຂາຍ,ແລກປ່ຽນພະລັງງານທີ່ສໍາຄັນໃນຕໍ່ໜ້າ. ຜົນປະໂຫຍດທີ່ຈະໄດ້ຈາກໂຄງການສ່ວນໜຶ່ງກໍ່ເປັນການປະກອບສ່ວນເພື່ອເຮັດໃຫ້ປະເທດເຮົາຫຼຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາ ຫຼື ເວົ້າອີກຢ່າງໜຶ່ງ ກໍແມ່ນເຮັດໃຫ້ປະຊາຊົນບັນດາເຜົ່າພາຍໃນປະເທດ ຫຼຸດພົ້ນອອກຈາກຄວາມທຸກຍາກໂດຍພື້ນຖານ.

ພາບ-ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ
Website:www.mem.gov.la
ສາຍດ່ວນ: 1506