ທ່ານ ຮອງລັດຖະມົນຕີ ລົງຕິດຕາມ ແລະ ຊຸກຍູ້ໂຄງການລົງທຶນດ້ານທໍລະນີສາດ ແລະ ແຮ່ທາດ ຢູ່ແຂວງພາກກາງ

          ລະຫວ່າງ ວັນທີ 20-23 ມີນາ 2023 ຜ່ານມານີ້, ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະໄດ້ລົງພົບປະ, ຢ້ຽມຢາມ ແລະ ເຮັດວຽກຢູ່ພະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍລິຄຳໄຊ ແລະ ແຂວງ ຄຳມ່ວນ. ການລົງພົບປະ, ຢ້ຽມຢາມຢູ່ແຕ່ລະບ່ອນນັ້ນ, ທ່ານ ຮອງລັດຖະມົນຕີ ພ້ອມຄະນະໄດ້ຮັບການຮັບການຕ້ອນຮັບຢ່າງອົບອຸ່ນຈາກການນຳຂອງແຂວງ, ຄະນະພັກ, ຄະນະພະແນກ ແລະ ຄະນະອຳນວຍການຂອງບັນດາບໍລິສັດ ທີ່ລົງທຶນຢູ່ສອງແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ.

ຢູ່ແຂວງບໍລິຄຳໄຊ ທ່ານ ຮອງລັດຖະມົນຕີໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ຂອງບັນດາບໍລິສັດທີ່ລົງທຶນດ້ານແຮ່ທາດ ທີ່ຢູ່ໃນການຄຸ້ມຄອງ ຊຶ່ງມີທັງໝົດ 3 ບໍລິສັດ. ນອກຈາກລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງແຕ່ລະບໍລິສັດແລ້ວ, ພະແນກພະລັງງານ ແລະ ບໍ່ແຮ່ ແຂວງຍັງໄດ້ສະເໜີໃຫ້ ທ່ານ ຮອງລັດຖະມົນຕີ ຊຸກຍູ້ບັນດາບໍລິສັດຕື່ມ ໃຫ້ຈັດຕັ້ງປະຕິບັດພັນທະການເງິນຕາມສັນຍາ ແລະ ປະຕິບັດໜ້າວຽກຕາມແຜນການທີ່ກົມທໍລະນີສາດ ແລະ ແຮ່ທາດເຊັນຮັບຮອງ; ການຫັນປ່ຽນປ່າຂອງໂຄງການສໍາປະທານ ທີ່ເຫັນວ່າຊັກຊ້າ ເກືອບທຸກໂຄງການ ທີ່ກຳລັງລໍຖ້າເຊັນສັນຍາຂຸດຄົ້ນຕ້ອງລໍຖ້າຫັນປ່ຽນປ່າຈຶ່ງສາມາດເຊັນໄດ້; ສະພາບການລັກລອບຂຸດຄົ້ນຄໍາຕົກຂ້ອນ ສວ່ນຫຼາຍແມ່ນປະຊາຊົນຢູ່ເຂດບ້ານນາກະດົກ ເມືອງຄໍາເກີດ ທີ່ລັກລອບຂຸດຄົ້ນໃນເຂດສໍາປະທານຂອງບໍລິສັດ ບໍ່ຄໍາ ຄໍາເກີດ ແສນອຸດົມ ຈໍາກັດ. ສະນັ້ນ, ສະເໜີໃຫ້ພາກສວ່ນທີ່ກ່ຽວຂ້ອງ ເປັນຕົ້ນ ກົມທໍລະນີສາດ ແລະ ແຮ່ທາດ ຊ່ວຍຊຸກຍູ້ໃຫ້ປະຊາຊົນເຂົ້າໃຈເຖິງຄວາມອັນຕະລາຍຈາກການນໍາໃຊ້ສານເຄມີ ແລະ ການຂຸດຄົ້ນໃຫ້ປອດໄພ. ພ້ອມກັນນີ້, ທ່ານ ຮອງລັດຖະມົນຕີ ພ້ອມຄະນະຍັງໄດ້ລົງຕິດຕາມຢູ່ພາກສະໜາມ ຢູ່ໂຄງການບໍ່ຄໍາ ຂອງບໍລິສັດ ບໍ່ຄໍາ ຄໍາເກີດ ແສນອຸດົມ ຈໍາກັດ ຢູ່ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໂດຍມີ ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງ ແຂວງບໍລິຄໍາໄຊ ຮ່ວມເດີນທາງນຳ.

ສຳລັບການພົບປະ, ຢ້ຽມຢາມ ຢູ່ພະແນກພະລັງງານ ແລະ ບໍ່ແຮ່ ແຂວງຄໍາມ່ວນ, ທ່ານ ຮອງລັດຖະມົນຕີ ໄດ້ ຮັບຟັງການລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ແລະ ໄດ້ສະເໜີໃຫ້ທາງການນໍາ ຊ່ວຍຊຸກຍູ້ບັນດາບໍລິສັດ ທີ່ລົງທຶນຢູ່ແຂວງຄໍາມ່ວນໃຫ້ປະຕິບັດວຽກງານໄປຕາມແຜນການ ແລະ ສັນຍາ ເພື່ອໃຫ້ສອດຄ່ອງກັບລະບຽບ ແລະ ກົດໝາຍ. ຈາກນັ້ນຄະນະໄດ້ເດີນທາງໄປຊຸກຍູ້ການຈັດຕັ້ງປະຕິບັດວຽກງານພາກສະໜາມຂອງໂຄງການສໍາຫຼວດແຮ່ເກືອໂປຕາສ ຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ AI YONG JUN ຮອງອຳນວຍການ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ພ້ອມດ້ວຍພະນັກງານພາຍໃນບໍລິສັດ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ AI YONG JUN ຮອງອຳນວຍການ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ກ່າວຕ້ອນຮັບ ພ້ອມທັງສະແດງຄວາມຂອບໃຈຢ່າງສູງຕໍ່ ທ່ານ ຮອງລັດຖະມົນຕີ ພ້ອມຄະນະທີ່ໄດ້ລົງມາຢ້ຽມຢາມ ແລະ ຊຸກຍູ້ການດຳເນີນກິດຈະການຂອງບໍລິສັດ.ໃນນີ້ບໍລິສັດໄດ້ລາຍງານຄວາມຄືບໜ້າ ສະພາບການຈັດຕັ້ງປະຕິບັດວຽກງານສໍາຫຼວດທາງດ້ານເຕັກນິກພາກສະໜາມ ມາຮອດປະຈຸບັນ ສໍາລັບເຂດສໍາຫຼວດ ບໍລິສັດໄດ້ ຊີເຈາະທັງໝົດ 35 ຮູເຈາະ ໂດຍລວມວຽກງານເຕັກນິກພາກສະໜາມແມ່ນໃກ້ຈະສໍາເລັດແລ້ວ ກໍາລັງສັງລວມຂໍ້ມູນເພື່ອສ້າງເປັນບົດລາຍງານຜົນການສໍາຫຼວດສົ່ງໃຫ້ ກົມທໍລະນີສາດ ແລະ ແຮ່ທາດ ຄົ້ນຄວ້າພິຈາລະນາ. ບໍລິສັດໄດ້ສະເໜີຫາການນໍາກະຊວງ ຊ່ວຍສະໜັບສະ ໜູນ ແລະ ຊຸກຍູ້ ໃຫ້ບໍລິສັດ ໄດ້ຂະຫຍາຍເຂດເພີ່ມເພື່ອໃຫ້ໃຫ້ສາມາດສະໜອງແຮ່ໃຫ້ແກ່ໂຮງງານຜະລິດໄດ້ຕາມເປົ້າໝາຍ.

          ໃນວັນດຽວກັນ ຄະນະໄດ້ເດີນທາງໄປຊຸກຍູ້ການຈັດຕັ້ງປະຕິບັດວຽກງານພາກສະໜາມຂອງໂຄງການສໍາຫຼວດແຮ່ເກືອໂປຕາສ ຂອງ ບໍລິສັດ ລາວຄາຍຢວນ ຈໍາກັດ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ຫວັງ ຊີ ຊາຍ ຮອງອຳນວຍການ ບໍລິສັດ ລາວຄາຍຢວນ ຈໍາກັດ ພ້ອມດ້ວຍພະນັກງານພາຍໃນບໍລິສັດ.ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ຫວັງ ຊີ ຊາຍ ຮອງອຳນວຍການ ບໍລິສັດ ລາວຄາຍຢວນ ຈໍາກັດ ໄດ້ກ່າວຕ້ອນຮັບ ພ້ອມທັງສະແດງຄວາມຂອບໃຈຢ່າງສູງຕໍ່ ທ່ານ ຮອງລັດຖະມົນຕີ ພ້ອມຄະນະທີ່ໄດ້ລົງມາຢ້ຽມຢາມ ແລະ ຊຸກຍູ້ການດຳເນີນກິດຈະການຂອງບໍລິສັດ.ໃນນີ້ບໍລິສັດໄດ້ລາຍງານຄວາມຄືບໜ້າ ສະພາບການຈັດຕັ້ງປະຕິບັດວຽກງານສໍາຫຼວດທາງດ້ານເຕັກນິກພາກສະໜາມ ເຂດສໍາປະທານ ຂອງບໍລິສັດ ມີທັງໝົດ 2 ເຂດ ຄື: ເຂດທີ່ 1 ມີເນື້ອທີ່ 41,49 ກມ2 ແລະ ເຂດທີ່ 2 ມີເນື້ອທີ່ 92,24 ກມ2 ໃນປີຜ່ານມາ ສາມາດຂຸດຄົ້ນໄດ້ 16. 704.900 ໂຕນ, ສາມາດຜະລິດໄດ້ 500.000 ໂຕນ/ປີ ແຜນການຜະລິດໃນຕໍ່ໜ້າຄາດວ່າ ຈະເພີ່ມກໍາລັງການຜະລິດຂຶ້ນເປັນ 3 ລ້ານໂຕນຕໍ່ປີ. ບໍລິສັດໄດ້ສະເໜີຫາການນໍາຊ່ວຍສະໜັບສະໜູນ ແລະ ຊຸກຍູ້ ໃຫ້ບໍລິສັດ ໄດ້ຂຸດຄົ້ນ ເພື່ອ ສາມາດສະໜອງແຮ່ໃຫ້ແກ່ໂຮງງານຜະລິດໄດ້ຕາມເປົ້າໝາຍ.
         ໃນໂອກາດລົງພົບປະ, ຢ້ຽມຢາມ, ຕິດຕາມ, ຊຸກຍູ້ ບັນດາໂຄງການລົງທຶນຢູ່ແຂວງພາກກາງຄັ້ງນີ້, ທ່ານ ຮອງລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳ ເພື່ອເປັນທິດທາງໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງບັນດາບໍລິສັດ. ກ່ອນອື່ນໝົດ, ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມເອົາໃຈໃສ່ຈັດຕັ້ງປະຕິບັດແຜນການດຳເນີນກິດຈະການຂອງບໍລິສັດສຳເລັດຕາມແຜນການທີ່ວາງໄວ້ ໂດຍສະເພາະແມ່ນ ເຕັກນິກການສໍາຫຼວດ, ການກໍ່ສ້າງພື້ນຖານໂຄງລ່າງ, ໂຮງງານ, ການຕິດຕັ້ງອຸປະກອນ ແລະ ເຄື່ອງຈັກການຜະລິດ, ນອກຈາກນີ້ ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມເປັນຫ່ວງຕໍ່ບັນດາບໍລິສັດ ທີ່ຈະສ້າງຕັ້ງໂຮງງານ, ຄຸນນະພາບ ແລະ ຈໍານວນປະລິມານສະສົມຕ້ອງມີພຽງພໍ ເພື່ອໃຫ້ມີຄວາມໝັ້ນໃຈທີ່ຈະສາມາດຜະລິດໄດ້ຕາມເປົ້າໝາຍ; ເຕັກນິກການຈັດຕັ້ງປະຕິບັດໃນການຂຸດຄົ້ນ ເຄື່ອງຈັກຕ້ອງຮັບປະກັນ ຄວນສຶກສາຜົນກະທົບໃຫ້ລະອຽດເພື່ອບໍ່ໃຫ້ມີຜົນກະທົບຕໍ່ຊຸມຊົນ; ບໍລິສັດຕ້ອງກຽມພ້ອມເລື່ອງບຸກຄະລາກອນ ລຸດຜ່ອນການຈ້າງ ແລະ ນໍາເຂົ້າ ຄວນພັດທະນາບຸກຄະລາກອນທີ່ມີ ນອກຈາກນີ້ໄດ້ຍັງຊຸກຍູ້ໃຫ້ບໍລິສັດ ປະຕິບັດວຽກງານໃຫ້ທັນເວລາ ຕາມກອບອາຍຸສັນຍາ ແລະ ໃຫ້ຖືກຕ້ອງສອດຄ່ອງຕາມລະບຽບ ແລະ ກົດໝາຍ.

ພາບ ແລະ ຂ່າວ: ກົມທໍລະນີສາດ ແລະ ແຮ່ທາດ
ຮຽບຮຽງຂ່າວ: ຄໍາແສງ ແກ້ວປະເສີດ