ອົງຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈຳປີ 2023 ແລະ ຜ່ານທິດທາງແຜນການປະຈຳປີ 2024

          ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 8 ເມສາ 2024 ນີ້, ຢູ່ຫ້ອງປະຊຸມໃຫຍ່ຊັ້ນ5 ພາຍໃຕ້ການເປັນປະທານຂອງ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ມີບັນດາ ສະຫາຍ ຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະພັກຮາກຖານ ແລະ ໜ່ວຍພັກອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້, ນອກຈາກຈະໄດ້ຮັບຟັງການລາຍງານ ການຊີ້ນຳ-ນຳພາ ຂອງອົງຄະນະພັກກະຊວງກ່ຽວກັບວຽກກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈຳປີ 2023 ແລະ ຜ່ານທິດທາງແຜນການປະຈຳປີ 2024 ແລ້ວ, ຜູ້ແທນກອງປະຊຸມຍັງໄດ້ພ້ອມກັນປະກອບຄຳເຫັນຕໍ່ຮ່າງບົດສະຫຼຸບດັ່ງກ່າວ, ພ້ອມກັນນີ້, ກໍ່ໄດ້ຮັບຟັງການເຜີຍແຜ່ ແລະ ເຊື່ອມຊຶມເອກະສານຈຳນວນໜຶ່ງເປັນຕົ້ນແມ່ນ: ເອກະສານເນື້ອໃນບົດສະຫຼຸບຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງທົ່ວປະເທດ ປະຈຳປີ 2023 ແລະ ຜ່ານທິດທາງແຜນການປະຈຳປີ 2024; ເນື້ອໃນບົດໂອ້ລົມຂອງ ສະຫາຍ ຫົວໜ້າຄະນະຈັດຕັ້ງສູນກາງພັກພາຍໃນກອງປະຊຸມດັ່ງກ່າວ; ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການປະຕິບັດມະຕິຂອງກົມການເມືອງສູນກາງພັກວ່າດ້ວຍການເລືອກເຟັ້ນ, ແຕ່ງຕັ້ງ, ສັບປ່ຽນໜ້າທີ່ຂອງພະນັກງານນຳພາ-ຄຸ້ມຄອງ; ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການຕີລາຄາພະນັກງານ; ຄຳແນະນຳຂອງ ເລຂາຄະນະພັກກະຊວງ ວ່າດ້ວຍການຈັດຕັ້ງປະຕິບັດຄຳສັ່ງຂອງ ຄະນະເລຂາທິການສູນກາງພັກ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ.

          ສະຫາຍ ນາງ ແສງເດືອນ ວົງອິນ ກຳມະການພັກກະຊວງ, ຮັກສາການຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈຳປີ 2023 ແລະ ຜ່ານທິດທາງແຜນການປະຈໍາປີ 2024 ບາງຕອນ ສະຫາຍ ໄດ້ກ່າວວ່າ: ອົງຄະນະພັກກະຊວງພວກເຮົາ, ຄະນະ ພັກແຕ່ລະຂັ້ນກໍໄດ້ສຸມໃສ່ການແກ້ໄຂບັນຫາຕ່າງໆທີ່ຕິດພັນກັບພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນໄດ້ ເປັນຢ່າງດີ ຊຶ່ງໜຶ່ງໃນວຽກງານຕ່າງໆນັ້ນ ກໍແມ່ນວຽກງານກໍ່ສ້າງພັກ-ພະນັກງານຂອງຂະແໜງການໄດ້ມີຜົນສໍາເລັດຫຼາຍດ້ານ. ມີຄວາມພະຍາຍາມສູງດ້ວຍການບຸກບືນສູ້ຊົນຕັ້ງໜ້າ ແລະ ເຮັດສຸດຄວາມສາມາດ ເພື່ອຈັດຕັ້ງປະຕິບັດ ພາລະບົດບາດ ແລະ ໜ້າທີ່ວຽກງານແຕ່ລະດ້ານຂອງຂະແໜງການພວກເຮົາ, ໂດຍຖືເອົາການປຸກລຸກຈິດໃຈເປັນເຈົ້າ ການໃຫ້ສູງຂຶ້ນ, ໄດ້ມີຄວາມພະຍາຍາມ ນໍາໃຊ້ທຸກຫົວຄິດປະດິດສ້າງ, ມາດຕາການຕ່າງໆທີ່ສອດຄ່ອງ, ມີປະສິດທິ ຜົນເຂົ້າໃນການເຄື່ອນໄຫວປະຕິບັດແຜນວຽກແຕ່ລະດ້ານ ຊຶ່ງພວກເຮົາກໍສາມາດຍາດໄດ້ຜົນງານທີ່ມີລັກສະນະໝັກແໜ້ນ ແລະ ຕໍ່ເນື່ອງ. ປະກອບສ່ວນຢູ່ໃນລາຍຮັບແຫ່ງຊາດ ຫຼື GDP ສະເລ່ຍ 15% ຕໍ່ປີ, ການສົ່ງອອກສິນຄ້າທົ່ວປະເທດສະເລ່ຍກວມ 46%, ສໍາເລັດ 1 ກົດໝາຍ ສ້າງໃໝ່ ຄື: ກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ແລະ ປັບປຸງໂຄງສ້າງລາຄາ ໄຟຟ້າໃຫ້ມີຄວາມເທດເໝາະກັບສະພາບຕົວຈິງຂອງການດໍາເນີນພາກທຸລະກິດ.

          ພ້ອມກັນນີ້, ຄະນະພັກພວກເຮົາໄດ້ຈັດຕັ້ງເຊື່ອມຊຶມບັນດາມະຕິຄໍາສັ່ງຂອງພັກ, ແນວທາງການເມືອງ ຂອງພັກ, ລະບຽບກົດໝາຍຂອງລັດ ແລະ ເອກະສານວັນສໍາຄັນຂອງຊາດ ໂດຍຜ່ານຮູບການຕ່າງໆໃຫ້ສະມາຊິກພັກ-ພະນັກງານ ແລະພະນັກງານຫຼັກແຫຼ່ງຈໍານວນ 9 ຄັ້ງ, ເປັນຕົ້ນ: ມະຕິກອງປະຊຸມຄົບຄະນະຄັ້ງທີ 07 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການດໍາເນີນກອງປະຊຸມກາງສະໄໝຂອງ ຄະນະ ບໍລິຫານງານພັກແຕ່ລະຂັ້ນ, ຄໍາແນະນໍາ ຂອງ ຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ແຕ່ລະຂັ້ນ, ແລະ ມະຕິກົມການເມືອງ ສູນກາງພັກ ວ່າດ້ວຍມາດຕະຖານພະນັກງານນໍາພາ- ຄຸ້ມຄອງ, ມາດຕະຖານຂອງສະມາຊິກພັກ, ຂໍ້ຫ້າມສໍາລັບສະມາຊິກພັກ, ສິດ ແລະໜ້າທີ່ຂອງຄະນະພັກແຕ່ ລະຂັ້ນ ທີ່ກຳນົດໄວ້ຢູ່ກົດລະບຽບພັກ. ຄຽງຄູ່ກັນນີ້, ຄະນະພັກພວກເຮົາກໍຍັງໄດ້ຈັດຕັ້ງ, ເອື້ອອໍານວຍຄວາມສະດວກເພື່ອໃຫ້ ສະມາຊິກພັກ-ພະນັກງານ ໄດ້ຮັບການຍົກລະດັບທິດສະດີ ແລະ ແນວທາງການ ເມືອງ ຂອງພັກ, ລະບຽບກົດໝາຍ ຂອງລັດໂດຍຜ່ານຮູບການຕ່າງໆຢ່າງປົກກະຕິ ເປັນຕົ້ນການນໍາສົ່ງພະນັກງານໄປ ຍົກລະດັບທິດສະດີການເມືອງ-ການປົກຄອງ ຂັ້ນສູງ ຢູ່ທີ່ ສະຖາບັນການເມືອງການປົກຄອງແຫ່ງຊາດ ຈໍານວນ 7 ສະຫາຍ (ຍິງ 2 ສະຫາຍ), ນໍາສົ່ງພະນັກງານໄດ້ຍົກລະດັບທິດສະດີ ລະບົບ 4 ເດືອນ ຢູ່ ສປ ຈີນ ຈໍານວນ 1 ສະຫາຍ, ນໍາສົ່ງສະຫາຍ ນາງ ຈັນສະຫວາດ ບຸບຜາ ອະດິດກຳມະການປະຈຳພັກ, ອະດິດຮອງລັດຖະມົນຕີ ໄປປາລຸງທິດສະດີ ຫົວຂໍ້ສະເພາະ ໄລຍະ 10 ວັນທີ ສປ ຈີນ, ແລະ ນໍາສົ່ງ ສະຫາຍ ເພັດສະຫວັນ ລັດຕະນະທົງໄຊ ກຳມະການພັກກະຊວງ, ຫົວໜ້າກົມຄຸ້ມຄອງພະລັງງານ ໄປບຳລຸງທິດສະດີຫົວຂໍ້ສະເພາະ ຢູ່ ປະເທດຍີ່ປຸ່ນ ໃນເດືອນ ທັນວາ.

          ສະຫາຍ ກ່າວຕື່ມວ່າ: ມາຮອດປະຈຸບັນທົ່ວອົງຄະນະພັກກະຊວງ ປະກອບ ມີ 3 ຄະນະພັກຮາກຖານ, 14 ໜ່ວຍພັກເອກະລາດ ແລະ 40 ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ ເຊິ່ງສະມາຊິກພັກທັງໝົດມີ 1.063 ສະຫາຍ, ຍິງ 299 ສະຫາຍ; ສະມາຊິກພັກສົມບູນ: 975 ສະຫາຍ, ຍິງ 271 ສະຫາຍ; ສະມາຊິກພັກສຳຮອງ: 88 ສະຫາຍ, ຍິງ 28 ສະຫາຍ. ໃນປີ 2023 ນີ້ ສາມາດຂະຫຍາຍສະມາຊິກພັກໄດ້ ຈໍານວນ 374 ສະຫາຍ, ຍິງ 119 ສະຫາຍ; ໃນນັ້ນ, ຮຽນສະໜັບສະໜູນ ຈໍານວນ 66 ສະຫາຍ, ຍິງ 22 ສະຫາຍ; ຮຽນກົດລະບຽບ ຈໍານວນ 99 ສະຫາຍ, ຍິງ 30 ສະຫາຍ; ເຂົ້າພັກສໍາຮອງ ຈໍານວນ 116 ສະຫາຍ, ຍິງ 40 ສະຫາຍ; ເລື່ອນສໍາຮອງ ຂື້ນ ເປັນ ສົມບຸນ ຈໍານວນ 93 ສະຫາຍ, ຍິງ 27 ສະຫາຍ. ພ້ອມດຽວກັນນັ້ນ, ກໍໄດ້ຊຸກຍູ້ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ມາຮອດປີ 2023 ໄດ້ສໍາເລັດການລົງປະເມີນບັນດາໜ່ວຍພັກຮາກຖານ 14 ໜ່ວຍພັກ, 3 ຄະນະພັກຮາກຖານ ແລະ 30 ໜ່ວຍພັກ ທີ່ ຂື້ນກັບ ຄະນະພັກຮາກຖານ, ປະຈຸບັນພວມກະກຽມສະເໜີຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກ ແໜ້ ນປີ 2023 ແລະ ຮັບຮອງແຜນປີ 2024. ອີງຕາມການປະກອບສ່ວນຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ຕໍ່ການພັດທະນາເສດຖະກິດຂອງ ປະເທດ ແລະ ການຂະຫຍາຍຕົວຂອງຂະແໜງການທີ່ໄດ້ກ່າວມານັ້ນ ເມື່ອມາສົມທຽບກັບບຸກຄະລາກອນຂອງຂະແໜງການເຫັນວ່າ ຍັງມີຄວາມບໍ່ສົມຄູ່ກັນ ເພາະຈໍານວນບຸກຄະລາກອນ ມີບໍ່ພຽງພໍທີ່ຈະບໍລິຫານ, ຄຸ້ມຄອງ ແລະ ພັດທະນາທຸກໆໂຄງການພາຍໃນການຄຸ້ມຄອງຂອງຂະແໜງການໃນປະຈຸບັນ ໂດຍສະເພາະບຸກຄະລາກອນດ້ານ ທໍລະນີສາດ ແລະ ບໍ່ແຮ່ ທີ່ນັບມື້ໜ້ອຍລົງ ແຕ່ໂຄງການບໍ່ແຮ່ພັດນັບມື້ຫຼາຍຂຶ້ນ. ອີງຕາມແຜນກຳນົດຕຳແໜ່ງງານຂອງຂະແໜງການທີ່ມີຄວາມຕ້ອງການພະນັກງານຈໍານວນ 2.500 ຄົນ ປີ 2025, ແຕ່ມາຮອດປີ 2023 ມີພຽງ1.800 ກວ່າຄົນ ແລະ ແຕ່ລະປີມີຈໍານວນຄົນອອກຫຼາຍກວ່າຄົນເຂົ້າ ຈຶ່ງສະທ້ອນໃຫ້ເຫັນວ່າບໍ່ອາດບັນລຸຕາມແຜນການທີ່ໄດ້ກຳນົດໄວ້.

ພາບ: ສົມສະໜຸກ ທອງສະຫງວນ
ຂ່າວ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506