
ກອງປະຊຸມໃຫຍ່ສະມາຊິກພັກຂອງຄະນະພັກຮາກຖານພະແນກພະລັງງານ ແລະບໍ່ແຮ່ ແຂວງສາລະວັນ ຄັ້ງທີ V ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 18 ມີນາ 2025 ນີ້, ທີ່ສະໂມສອນວິທະຍາໄລຄູສາລະວັນ, ໂດຍການເປັນປະທານຂອງ ສະຫາຍ ໂພທິຍາ ສົງຈອມສີ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງານ ແລະບໍ່ແຮ່ ແຂວງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພູທົງ ຄຳມະນີວົງ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ; ມີສະຫາຍຮອງເລຂາ, ຄະນະພັກຮາກຖານ, ເລຂາໜ່ວຍພັກ-ຮອງເລຂາໜ່ວຍພັກ ພ້ອມດ້ວຍສະມາຊິກພັກສົມບູນຈາກ 3 ກົມກອງຄື: ພະແນກພະລັງງານ ແລະບໍ່ແຮ່, ລັດວິສາຫະກິດໄຟຟ້າສາຂາສາລະວັນ ແລະເຂື່ອນໄຟຟ້າເຊເສັດ1-2, ແລະແຂກທີ່ຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ກໍ່ໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງ ໄລຍະ 5 ປີຜ່ານມາ ຄະນະພັກ, ຄະນະນຳພະແນກ ໄດ້ເອົາໃຈໃສ່ຢ່າງແຂງແຮງ ໃນການນຳພາ-ຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດາມະຕິ, ຄຳສັ່ງ ເອກະສານທີ່ສຳຄັນຂອງພັກຂອງຊາດ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ, ກຳມະກອນ ເຂົ້າໃຈ ກຳໄດ້ແນວທາງນະໂຍບາຍຂອງພັກ, ຍຶດໝັ້ນແລະປະຕິບັດຢ່າງເຂັ້ມງວດໃນ 05 ຫຼັກການ,03 ທິດນໍາໃນການກໍ່ສ້າງ ແລະປັບປຸງ, ຖືເອົາການຮ່ວມດຳເນີນຊີວິດປະຈຳເດືອນເປັນປົກກະຕິ, ຕຳນິສົ່ງຂ່າວກໍ່ສ້າງຊ່ວຍເຮືອເຊິ່ງກັນ ແລະກັນ ຮັບປະກັນໄດ້ 3 ລັກສະນະຂອງການດຳເນີນຊິວິດການເມືອງ, ຕີລາຄາແບ່ງປະເພດສະມາຊິກພັກຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປັບປຸງໜ່ວຍພັກສະຖານີນາທ່ອນ ມາໂຮມເຂົ້າໃສ່ໜ່ວຍພັກເຕັກນິກ-ບໍລິການໄຟຟ້າ, ຂະຫຍາຍສະມາຊິກພັກປະຕິບັດຕາມຫຼັກການແລະຂັ້ນຕອນຢ່າງຖືກຕ້ອງ, ໄດ້ເອົາໃຈໃສ່ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ. ຄະນະພັກຮາກຖານພະລັງງານ ແລະບໍ່ແຮ່ ປະກອບມີ 3 ກົມກອງຄື: ພະແນກພະລັງງານ ແລະບໍ່ແຮ່, ລັດວິສາຫະກິດໄຟຟ້າສາຂາສາລະວັນ ແລະເຂື່ອນໄຟຟ້າເຊເສັດ1-2, ປະກອບມີ ຄະນະພັກ 7 ສະຫາຍ, ຍິງ1 ສະຫາຍ, ມີສະມາຊິກພັກທັງໝົດ 129 ສະຫາຍ, ຍິງ 30 ສະຫາຍ, ກວມ 43,73% ຂອງພະນັກງານທັງໝົດ 296 ທ່ານ, ຍິງ 65 ທ່ານ, ທຽບໃສ່ປີ 2019 ເພີ່ມຂຶ້ນ 40 ສະຫາຍ, ຍິງ 11 ສະຫາຍ. ນອກນັ້ນວຽກງານວິຊາສະເພາະ ແມ່ນໄດ້ປະຕິຕາມແນວທາງນະໂຍບາຍຂອງພັກ-ລັດ ໃນການຊຸກຍູ້ສົ່ງເສີມການລົງທຶນເຂົ້າໃສ່ໃນການພັດທະນາແຫຼ່ງຜະລິດພະລັງງານໄຟຟ້າທີ່ເປັນມິດກັບສິ່ງແວດລ້ອມ, ໃນແຂວງສາລະວັນ ມີການເຊັນອະນຸມັດໃຫ້ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດໃນໂຄງການໄຟຟ້າພະລັງງານນໍ້າຕົກ 15 ໂຄງການ, ສຸມໃສ່ຂະຫຍາຍຕາຂ່າຍ, ຕິດຕັ້ງໝໍ້ແບ່ງໄຟຟ້າເຂົ້າຈຸດສຸມພັດທະນາຂອງແຂວງ, ເມືອງ ແລະບ້ານເຮືອນປະຊາຊົນໃນ 5 ປີ ຕິດຕັ້ງໄຟຟ້າເຂົ້າບ້ານ 62 ບ້ານ, ຕິດໄຟຟ້າເຂົ້າເຮືອນ 10.135 ຫຼັງຄາເຮືອນ, ມາຮອດປະຈຸບັນ ບ້ານມີໄຟຟ້າ 576 ບ້ານ ກວມ 99%, ຄອບຄົວມີໄຟຟ້າ ກວມ 98 %ຂອງຄອບຄົວທັງໝົດ, ພ້ອມນັ້ນ ໄດ້ເອົາໃຈໃສ່ບຳລຸງຮັກສາລະບົບສາຍສົ່ງ, ສະຖານີໄຟຟ້າ, ເຂື່ອນໄຟຟ້າ, ບໍລິການສ້ອມແປງ ເພື່ອຫຼຸດຜ່ອນບັນຫາໄຟຟ້າຕົກ-ມອດ ໃຫ້ນັບມື້ໜ້ອຍລົງ, ໄດ້ເອົາໃຈໃສ່ສຳຫຼວດ, ສຶກສາຂໍ້ມູນເຂດແຫຼ່ງຫີນ-ແຮ່ທາດ ອຸດສາຫະກຳໃນເມືອງຕ່າງໆເປັນຕົ້ນຢູ່ເມຶອງສາລະວັນ, ວາປີ, ລະຄອນເພັງ ກຳນົດເປັນເຂດສະຫງວນໄວ້ເພື່ອຮັບໃຊ້ການພັດທະນາໂຄງລ່າງໃນອະນາຄົດ ເຊິ່ງໄລຍະ 5 ປີຜ່ານມາ ລວມຍອດຜະລິດຕະພັນແຮ່ທາດ ບັນລຸໄດ້ 67,28 ຕື້ກີບ, ທຽບໃສ່ແຜນການປະຕິບັດໄດ້ 67,67% ທຽບໃສ່ປີ 2015-2019 ປະຕິບັດໄດ້ລື່ນ 122%.

