
ໃນລະຫວ່າງວັນທີ 07 – 08 ພະຈິກ 2024 ນີ້ທີ່ ເມືອງ ວັງວຽງ, ແຂວງ ວຽງຈັນ, ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການຜ່ານຮ່າງບົດລາຍງານການຕິດຕາມກວດກາດ້ານຄວາມປອດໄພຂອງເຂື່ອນ, ການແລກປ່ຽນຂໍ້ມູນຂ່າວສານ ການບໍລິຫານຈັດການນໍ້າ ແລະ ການເກັບກຳຂໍ້ມູນດ້ານຄວາມປອດໄພຂອງເຂື່ອນ Lao dam safety management system (LDSMS) ໂດຍພາຍໃຕ້ການເປັນປະທານຂອງທ່ານ ບົວເທບ ມາໄລຄຳ ຫົວໜາກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ຍັງມີບັນດາຜູ້ຕາງໜ້າຈາກພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ວຽງຈັນ, ອົງການເຮວວີຕັດ ປະຈຳລາວ ແລະ ບັນດາໂຄງການເຂື່ອນໄຟຟ້າ 22 ໂຄງການ ພ້ອມດ້ວຍພະນັງານວິຊາການຂອງກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານເຂົ້າຮ່ວມຢ່າງພ້ອມພຽງ.

ເຊິ່ງກອງປະຊຸມແມ່ນເປັນການປືກສາຫາລື ແລະ ການເຜີຍແຜ່ ພາລະບົດບາດຂອງກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ແລະ ເຜີຍແຜ່ບັນດານິຕິກຳ ທີ່ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດ້ານຄວາມປອດໄພຂອງເຂື່ອນ ເປັນຕົ້ນແມ່ນ ກົດໝາຍວ່າດ້ວຍ ຄວາມປອດໄພຂອງເຂື່ອນ, ມາດຕະຖານເຕັກນິກໄຟຟ້າຂອງລາວ, ຄຳແນະນຳ ໃນການຄຸ້ມຄອງ ມາດຕະຖານເຕັກນິກໄຟຟ້າຂອງລາວ, ຄໍາແນະນໍາ ວ່າດ້ວຍ ຄວາມປອດໄພຂອງເຂື່ອນ ຈຳນວນ 08 ສະບັບ ແລະ ຂໍ້ຕົກລົງຂອງ ນາຍົກລັດຖະມົນຕີ ສະບັບເລກທີ 68/ນຍ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຮັບຮອງແຜນຮັບມືສຸກເສີນ.

ກອງປະຊຸມດັ່ງກ່າວນີ້ມີຄວາມໝາຍສຳຄັນໃນການຄຸ້ມຄອງມະຫາພາກດ້ານຄວາມປອດໄພຂອງເຂື່ອນ, ມີການຜ່ານຮ່າງບົດລາຍງານດ້ານຄວາມປອດໄພຂອງເຂື່ອນ, ເຊິ່ງບົດລາຍງານຂອງບັນດາໂຄງການເຂື່ອນໄຟຟ້າໃນຂອບເຂດທົ່ວປະເທດແມ່ນເປັນນິຕິກຳທີ່ສຳຄັນໃນການຕິດຕາມກວດກາ ການເກັບກຳບັນທຶກຂໍ້ມູນ, ການວິເຄາະຂໍ້ມູນ ພຶດຕິກຳຂອງໂຕເຂື່ອນເພື່ອຮັບປະກັນຮອບດ້ານໃນການຄຸ້ມຄອງດ້ານຄວາມປອດໄພຂອງເຂື່ອນ, ຮ່າງບົດລາຍງານດ້ານຄວາມປອດໄພຂອງເຂື່ອນ ໄດ້ມີການຜ່ານໃຫ້ບັນດາໂຄງການເພື່ອປະກອບຄຳເຫັນໃສ່ ເພື່ອກ້າວໄປສູ່ການປະກາດຮັບຮອງນຳໃຊ້ຢ່າງເປັນທາງການໃນຕໍ່ໜ້າ ແລະ ເພື່ອຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ.




