ພະແນກພະລັງງານ ແລະ ບໍ່ແຮ່ 4 ແຂວງພາກເໜືອ ຍົກລະດັບຄວາມຮູ້ດ້ານກົດໝາຍຄວາມປອດໄພຂອງເຂື່ອນ Post author:mem admin Post published:20/09/2023 Post category:ການເຄື່ອນໄຫວຂອງບັນດາກົມ ແລະ ສະຖາບັນ / ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ໃນລະຫວ່າງ ວັນທີ 06-08 ກັນຍາ 2023 ຜ່ານມານີ້, ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ (ກປພ) ໄດ້ລົງ ເຜີຍແຜ່ກົດໝາຍ ແລະ ບັນດານິຕິກໍາໃຕ້ກົດໝາຍ ທີ່ຕິດພັນກັບ ການຄຸ້ມຄອງຄວາມປອດໄພຂອງເຂື່ອນ ແລະ ແຜນຮັບມືກໍລະນີສຸກເສີນ ທີ່ຫ້ອງປະຊຸ່ມໃຫຍ່ ຂອງພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຫົວພັນ ໃຫ້ແກ່ ພະນັງານ-ລັດຖະກອນ ພະແນກພະລັງງານ ແລະ ບໍ່ແຮ່ 4 ແຂວງ ພາກເໜືອ ຄື: ແຂວງ ຫົວພັນ, ແຂວງ ຊຽງຂວາງ, ແຂວງ ຫຼວງພະບາງ ແລະ ແຂວງ ໄຊສົມບູນ. ພ້ອມທັງໄດ້ປືກສາຫາລື, ຖອດຖອນບົດຮຽນ ແລະ ແລກປ່ຽນຄຳເຫັນ ໃນວຽກງານການຄຸ້ມຄອງຄວາມປອດໄພຂອງເຂື່ອນໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອເຮັດໃຫ້ໂຄງການເຂື່ອນໄຟຟ້າມີຄວາມໜັ້ນຄົງ ແລະ ປອດໄພ. ນອກຈາກນັ້ນ ໃນກອງປະຊຸມຍັງໄດ້ປຶກສາຫາລືກັນ ກ່ຽວກັບ ການກະກຽມຄວາມພ້ອມ ແລະ ການມີສ່ວນຮ່ວມຕົວຈີງຂອງຂະແໜງການ, ປະຊາຊົນທີ່ອາດຈະໄດ້ຮັບຜົນກະທົບ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ ແຜນຮັບມືໃນກໍລະນີສຸກເສີນ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ທັນການ ເພື່ອຫຼຸດຜ່ອນຜົນກະທົບທີ່ອາດຈະເກີດຂຶ້ນ ຕາມລຳດັບຂອງເຫດການສຸກເສີນ You Might Also Like ພິທີມອບ-ຮັບ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູລີ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ 07/02/2024 ສ້າງຄວາມເຂັ້ມແຂງໃຫ້ພະນັກງານ ໃນຫົວຂໍ້ “ຜົນກະທົບຈາກກິດຈະກຳບໍ່ແຮ່ ຕໍ່ຄວາມປອດໄພຂອງເຂື່ອນ” 19/02/2025 ທ່ານ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ລົງຢ້ຽມຢາມ ໂຮງງານປຸງແຕ່ງແຮ່ຊືນ-ສັງກະສີ ແລະ ແຮ່ທອງ ແບບທົດລອງ 12/03/2025
ທ່ານ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ລົງຢ້ຽມຢາມ ໂຮງງານປຸງແຕ່ງແຮ່ຊືນ-ສັງກະສີ ແລະ ແຮ່ທອງ ແບບທົດລອງ 12/03/2025