
ພິທີວາງສີລາລຶກ ໂຄງການກໍ່ສ້າງໂຮງຮຽນສອນຂັບລົດ ແລະ ສ້ອມແປງລົດກົນຈັກໜັກ ທີ່ໂຮງຮຽນວິ ຊາຊີບ ແຂວງໄຊສົມບູນ ໄດ້ຈັດຂືຶ້ນໃນຕອນເຊົ້າຂອງວັນທີ 14 ມັງກອນ 2025 ຜ່ານມານີ້ ໂດຍການເຂົ້າຮ່ວມ ຂອງທ່ານ ພອຍຄໍາ ຮຸ່ງບຸນຍວງ, ເຈົ້າແຂວງໆໄຊສົມບູນ, ມີທ່ານ ສົມຜິດ ແກ້ວວິຈິດ ຫົວໜ້າ ກົມທຸລະກິດ ພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ບຸນທຽມ ໄຊ ສົງຄາມ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ, ທ່ານ ນາງ ສຸດທິດາ ປຣີຊາຍານ ຕ່າງໜ້າ ບໍລິສັດ ແສງເດືອນ ກໍ່ສ້າງຈໍາກັດຜູ້ດຽວ ແລະ ບໍລິສັດ ຈະເລີນຊັບ ກໍ່ສ້າງຈໍາກັດຜູ້ດຽວ ເປັນບໍລິສັດຮັບເໝົາ ໂຄງການດັ່ງກ່າວ ພ້ອມດ້ວຍຮອງເຈົ້າແຂວງຕະຫຼອດ ຮອດບັນດາ ພະແນກການ, ອົງການ ອ້ອມຂາງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ທ່ານ ນະລົງສອນ ຈັນທະບູລີ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໄດ້ຂຶ້ນ ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍການຮັບຮອງເອົາບໍລິສັດຜູ້ຮັບເໝົາກໍ່ສ້າງ ແລະ ລາຍງານ ຄວາມເປັນມາຂອງໂຄງການດັ່ງກ່າວ ຈາກນັ້ນ ທ່ານ ນາງ ສຸດທິດາ ປຣີຊາຍານ, ຕ່າງໜ້າບໍລິສັດຜູ້ຮັບເໝົາ ກໍໄດ້ ຂຶ້ນສະເໜີແຜນການດໍາເນີນການກໍ່ສ້າງ ເຊິ່ງໃນນັ້ນ ມີອາຄານບ່ອນຈອດລົດໜັກຂະໜາດ 10 x 32 ແມັດ, ບ່ອນຈອດລົດນ້ອຍ, ຫ້ອງການຂະໝາດ 10 x 22 ແມັດ, ວຽກອາຄານໂຮງຮຽນຂະໝາດ 8 x 32 ໃນນັ້ນມີ 2 ຫ້ອງ, ອາຄານຫໍພັກຄູອາຈານ, ອາຄານປ້ອມຍາມ, ປ້າຍທາງເຂົ້າໂຮງຮຽນ, ກໍາແພງຮົ້ວອ້ອມ, ວຽກກໍ່ສ້າງຕະຂ່າຍໄຟຟ້າ 22 ກວ, ຕິດຕັ້ງໝໍ້ແປງຂະໝາດ 160 KVA (ກິໂລວາ) ຈໍານວນ 1 ຊຸດ ພ້ອມຕາຂ່າຍໄຟຟ້າ 0,4 ກວ, ທາງປູເປຕົງກວ້າງ 6 ແມັດ ຍາວ170 ແມັດ ແລະ ທາງປູແຮ່ກວ້າງ 6 ແມັດ ຍາວ 509 ແມັດ ລວມມີຄວາມຍາວທັງໝົດ 679 ແມັດ ແລະ ມີລົດກົນຈັກໜັກຄື: ລົດຈົກ 1 ຄັນ, ລົດ ເກດ 1 ຄັນ, ລົດໂລ 1 ຄັນ, ລົດດ້າມ 10 ລໍ້ ຈໍານວນ 2 ຄັນ ແລະ ອຸປະກອນສ້ອມແປງຈໍານວນ 1 ຊຸດ ເປັນມູນຄ່າ 39 ຕື້ກວ່າກີບ.

ທ່ານ ກ່າວຕື່ມວ່າ: ໂຄງການດັ່ງກ່າວນີ້ ຈະຈັດຕັ້ງປະຕິບັດໃຫ້ສຳເລັດພາຍໃນ 18 ເດືອນ ເຊິ່ງໂຄງການດັ່ງກ່າວແມ່ນ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ເປັນເຈົ້າຂອງໂຄງການ ໂດຍນໍາໃຊ້ທຶນພັດທະນາຊຸມຊົນ ຂອງໂຄງການເຂື່ອນໄຟຟ້ານໍ້າໄຜ່ ຈໍາກັດ ເພື່ອກໍ່ສ້າງໂຮງຮຽນສອນຂັບລົດ ແລະ ສ້ອມແປງກົນຈັກທີ່ໂຮງຮຽນວິຊາຊີບ ແຂວງໄຊສົມບູນ ໂດຍເຊັນສັນຍາຮັບເໝົາກໍ່ສ້າງກັບບໍລິສັດແສງເດືອນ ກໍ່ສ້າງຈໍາກັດຜູ້ດຽວ ແລະ ບໍລິສັດ ຈະເລີນຊັບ ກໍ່ສ້າງຈໍາກັດຜູ້ດຽວ ເຊິ່ງຜົນໄດ້ຮັບໃນການກໍ່ສ້າງໂຄງການສໍາເລັດ ແມ່ນສາມາດຮອງຮັບນັກຮຽນ ທີ່ບໍ່ມີໂອກາດໄປຮຽນວິຊາຊີບທາງໄກ ແລະ ສ່ວນໃຫ້ບຸກຄົນທີ່ມີຄວາມສົນໃຈຢາກເຂົ້າຮຽນຂັບລົດກົນຈັກ ແລະ ສ້ອມແປງ ເປັນຕົ້ນ ລົດຈົກ, ລົດດ່າມ, ລົດເກດ ແລະ ລົດໂລ ທັງນີ້ກໍເພື່ອເປັນການຕອບສະໜອງຄວາມຕ້ອງການແຮງງານຂອງບັນດາບໍລິສັດທີ່ມາລົງທຶນພາຍໃນແຂວງໄຊສົມບູນ, ເປັນການເສີມສ້າງວິຊາຊີບໃຫ້ແກ່ນັກຮຽນ, ນັກສຶກສາ ແລະ ບຸກຄົນທີ່ຢາກມີວິຊາຊີບເພື່ອແກ້ໄຂຊິວິດການເປັນຢູ່ໃຫ້ດີຂຶ້ນ ແລະ ເປັນຈຸດສຸມໃຫ້ແກ່ການພັດທະນາສີມືແຮງງານທາງພາຍໃນກໍ່ຄືແຂວງໄຊສົມບູນ ໃຫ້ນັບມື້ນັບດີຂຶ້ນເລື້ອຍໆ ຈາກນັ້ນ ທ່ານເຈົ້າແຂວງພ້ອມດ້ວຍຄະນະນໍາຂອງແຂວງ ແລະ ບໍລິສັດ ກໍໄດ້ຂຶ້ນຕັດແຖບຜ້າ ແລະ ຕັກຫີນເງິນ, ຊາຍຄໍາ ພ້ອມຄໍາອວຍພອນອັນປະເສີດ ລົງຖົມຂຸມຕົ້ນເສົາອາຄານ ເພື່ອໃຫ້ມີໂຊກມີໄຊ, ມີຄວາມຮຸ່ງເຮືອງ ໃນການດໍາເນີນໂຄງການ.
ພາບ ແລະ ຂ່າວ: ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ
ແຫຼ່ງຂໍ້ມູນ: ພບ ແຂວງໄຊສົມບູນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website:www.mem.gov.la
ສາຍດ່ວນ: 1506