ພິທີມອບ-ຮັບ ໂຄງການກໍ່ສ້າງນໍ້າປະປາຊຸມຊົນຢູ່ບ້ານຈອມທອງ ເມືອງວຽງທອງ ແຂວງບໍລິຄໍາໄຊ ໂດຍນໍາໃຊ້ ທືນພັດທະນຊູມຊົນໂຄງການໄຟ້ານໍ້າເທີນ1 Post author:mem admin Post published:04/03/2024 Post category:ການເຄື່ອນໄຫວຂອງບັນດາກົມ ແລະ ສະຖາບັນ ໃນວັນທີ 17 ກຸມພາ 2024 ຜ່ານມາ ຢູ່ທີ່ຫ້ອງການບ້ານ ຈອມທອງ ເມືອງ ວຽງທອງ ແຂວງ ບໍລິຄໍາໄຊ ໄດ້ມີພິທີມອບ-ຮັບໂຄງການກໍ່ສ້າງນ້ຳປະປາ ບ້ານຈອມທອງ ທີ່ໃຊ້ເງີິນທຶນພັດທະນາຊຸມຊົນໂຄງການໄຟ້ານ້ຳເທີນ1 ໂດຍເປັນກຽດເຂົ້າຮ່ວມພິທີດັ່ງກ່າວຂອງ ທ່ານ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານການພັກແຂວງ, ເຈົ້າແຂວງ ບໍລິຄຳໄຊ, ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ທ່ານ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີທ່ານເຈົ້າເມືອງ, ຮອງເຈົ້າເມືອງ ແລະ ຄະນະກຳມະການຄຸ້ມຄອງກອງທຶນພັດທະນາຊຸມຊົນໂຄງການໄຟ້ານໍ້າເທີນ1 ແລະການຈັດຕັ້ງບ້ານ, ພໍ່ແມ່ປະຊາຊົນພ້ອມດ້ວຍແຂກຖືກເຊີນ, ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ທ່ານ ວິໄລພອນ ພິມມະສອນ ຜູ້ອໍານວຍການ ລັດວິສະຫະກິດນໍ້າປະປາແຂວງບໍລິຄໍາໄຊ,ໃນນາມບໍລິສັດຜູ້ຮັບເໝົາກໍ່ສ້າງໂຄງການນ້ຳປະປາ ບ້ານຈອມທອງ ທີ່ມີມູນຄ່າການກໍ່ສ້າງ 3. 081.791.267 ກີບ ຫຼື 257.223 ໂດລາ. ເຊິ່ງເລີ່ມລົງມືກໍ່ສ້າງແຕ່ວັນທີ 18 ພະຈິກ 2022 ເຖິງ ວັນທີ 2 ກຸມພາ 2024 ຖືວ່າສໍາເລັດວຽກຕາມສັນຍາ 11 ໜ້າວຽກ, ສຳເລັດກ່ອນກຳນົດ 4 ເດືອນ, ມາຮອດປະຈຸບັນບ້ານຈອມທອງ ມີ 364 ຄຄ ປະຊາຊົນໄດ້ຕິດຕັ້ງກົງເຕີນໍ້າເຂົ້າເຮືອນແລ້ວ 50%, ຜ່ານການກວດກາຕົວຈິງເຫັນວ່າຜູ້ຮັບເໝົາເຮັດສຳເລັດຕາມແຜນທີ່ກໍານົດໃນສັນຍາ, ດັ່ງນັ້ນຈີ່ງໄດ້ຈັດພິທີ ເຊັນມອບ-ຮັບໂຄງການດັ່ງກ່າວຂື້ນຢ່າງເປັນທາງການ ລົງນາມກ່າວມອບໂດຍທ່ານ ວິໄລພອນ ພິມມະສອນ ຜູ້ອຳນວຍການ ລັດວິສາຫະກິດນໍ້າປະປາແຂວງ ບໍລິຄຳໄຊ ໃນນາມຜູ້ຮັບເໝົາກໍ່ສ້າງ,ທ່ານ ຄຳສິງ ສາຍພູວົງ ຮອງຫົວໜ້າພະແນກ ພະລັງງານ ແລະບໍ່ແຮ່ແຂວງ ບໍລິຄຳໄຊ ໃນນາມເຈົ້າຂອງ ໂຄງການ ລົງນາມຮັບ, ທ່ານ ຄຳແພນ ວີລືທຳ ເຈົ້າເມືອງ ວຽງທອງ ໃນນາມຜູ້ຈັດການ, ຄູ້ມຄອງໂຄງການ ມີ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄຳໄຊ,ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ,ທ່ານ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງ ບໍລິຄຳໄຊ ມີ… You Might Also Like ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈຳກັດຜູ້ດຽວ ມອບເຄື່່ອງບໍລິໂພກ, ອຸປະໂພກ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ແຂວງ ຄຳມ່ວນ 15/08/2023 ບໍລິສັດ ໄຟຟ້າ ຫົງສາ ຈຳກັດ ຈັດພິທີມອບເງິນສະໜັບສະໜຸນຕາມແຜນພັດທະນາເມືອງ ປະຈໍາປີ 2024 ໃຫ້ກັບ 3 ເມືອງ ຂອງແຂວງໄຊຍະບູລີ 12/03/2024 3 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ສຳເລັດດໍາເນີນກອງປະຊຸມກາງສະໄໝ 06/04/2023
ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈຳກັດຜູ້ດຽວ ມອບເຄື່່ອງບໍລິໂພກ, ອຸປະໂພກ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ແຂວງ ຄຳມ່ວນ 15/08/2023
ບໍລິສັດ ໄຟຟ້າ ຫົງສາ ຈຳກັດ ຈັດພິທີມອບເງິນສະໜັບສະໜຸນຕາມແຜນພັດທະນາເມືອງ ປະຈໍາປີ 2024 ໃຫ້ກັບ 3 ເມືອງ ຂອງແຂວງໄຊຍະບູລີ 12/03/2024
3 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ສຳເລັດດໍາເນີນກອງປະຊຸມກາງສະໄໝ 06/04/2023