
ເພື່ອເປັນການເຊື່ອມຊືມ, ສຶກສາອົບຮົມໃຫ້, ສະມາຊິກພັກ ພະນັກງານ, ພະແນກການພະລັງງານແລະບໍ່ແຮ່ ແຂວງ ແລະ ສະມາຊິກພັກ-ພະນັກງານ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງສະຫວັນນະເຂດ ໃຫ້ຮັບຮູ້-ເຂົ້າໃຈ ຄວາມໝາຍຄວາມສໍາຄັນຂອງວັນປະຫວັດສາດ. ມາໃນວັນທີ 30 ສິງຫາ 2024 ທີ່ຜ່ານມານີ້, ທີ່ຫ້ອງປະຊຸມພະແນກພະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ ໄດ້ຈັດພີທີປາຖະກະຖາ ເລົ່າຄືນມູນເຊື້ອ 2 ວັນປະຫວັດສາດຄື: ວັນຊາດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 79 ປີ (ວັນທີ 2 ກັນຍາ 1945 ຫາ 2 ກັນຍາ 2024) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 22 ປີ (ວັນທີ 9 ກັນຍາ 2002 ຫາ 9 ກັນຍາ 2024). ໂດຍໃຫ້ກຽດປາຖະກະຖາຂອງ ສະຫາຍ ບຸນລ້ວນ ລີໄຊຍະລາດ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະແນກພະລັງງານ ແລະບໍ່ແຮ່ ແຂວງ. ມີຄະນະພັກຮາກຖານ, ຄະນະພະແນກ, ຄະນະໜ່ວຍພັກຂຶ້ນກັບ ພ້ອມດ້ວຍພະນັກງານ ພາຍໃນພະແນກ ແລະ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງສະຫວັນນະເຂດ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ເລຂາຄະນະພັກຮາກຖານ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອອັນພິລະອາດຫານ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງສອງວັນປະຫວັດສາດດັ່ງກ່າວ ໂດຍສະເພາະແມ່ນການປົດປ່ອຍປະເທດຊາດ ຄວາມເປັນເອກະລາດ ປະຊາທິປະໄຕ ຂອງປະຊາຊົນຊາວຫວຽດນາມ ອ້າຍນ້ອງ ຈາກພວກຈັກກະພັດຕ່າງດ້າວ ໃນປີ 1945 ເຊິ່ງເປັນກາລະໂອກາດອັນດີໃຫ້ແກ່ການປະຕິວັດລາວ ພາຍໃຕ້ການຊີ້ນໍາ-ນຳພາຂອງພັກຄ້ອມມູນນິດອິນດູຈີນ. ຫຼັງຈາກນັ້ນ, ສະຫາຍ ເລຂາຄະນະພັກຮາກຖານ ຍັງໄດ້ເລົ່າຄືນປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສຳຄັນຂອງອົງການຈັດຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ພາຍໃຕ້ຮົ່ມທຸງຂອງພັກ, ບັນດາພາລະບົດ ບາດ ແລະ ຜົນງານອັນພົ້ນເດັ່ນໃນການເຄື່ອນໄຫວ ປະກອບສ່ວນເຂົ້າໃນພາລະກິດປະຕິວັດຊາດ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ນັກຮົບເກົ່າລາວ ແມ່ນອະດີດນັກຮົບປະຕິວັດ ໃນຖັນແຖວກໍາລັງປະກອບອາວຸດຂອງປະຊາຊົນລາວ ແມ່ນນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫລວດ ທີ່ໄດ້ຮັບບໍານານ, ບໍາເນັດ ຫລື ເສຍອົງຄະຍ້ອນການສູ້ຮົບ, ຮັບໃຊ້ການສູ້ຮົບ, ການປະຕິບັດໜ້າທີ່ໃນພາລະ ກິດປົດປ່ອຍຊາດ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ສະຫາຍ ໃຫ້ຮູ້ຕື່ມວ່າ: ນັກຮົບເກົ່າລາວ ແມ່ນຜູ້ທີ່ມີຄວາມອົງອາດກ້າ ຫານຊໍານິຊໍານານໃນການສູ້ຮົບ, ແມ່ນນັກຕໍ່ສູ້ປະຈັນບານໂດຍກົງຢູ່ສະໜາມຮົບ, ນັກຮົບກອງທັບປະຊາ ຊົນລາວ ແມ່ນຜູ້ທີ່ໄດ້ຝຶກອົບຮົມເຊື່ອມຊຶມທາງດ້ານທິດສະດີການເມືອງ, ບໍາລຸງກໍ່ສ້າງທາງດ້ານວິຊາການທະຫານ, ສິລະປະຍຸດ-ຍຸດທະວິທີ ແລະ ວິຊາສະເພາະອື່ນໆ ຢູ່ພາຍໃນກົມກອງ, ຈາກບັນດາໂຮງຮຽນຢູ່ພາຍໃນ ແລະ ຕ່າງປະເທດ.

ຕອນທ້າຍຂອງພິທີ ສະຫາຍ ເລຂາຄະນະພັກຮາກຖານ ກໍ່ໄດ້ຜ່ານເອກະສານມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ຕື່ມອີກ.
ພາບ ແລະ ຂ່າວ: ພະແນກພະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506