ມະຫາຊົນກ້າວໜ້າ 9 ສະຫາຍ ໄດ້ຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ

          ພິທີຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງຂອງໜ່ວຍພັກ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 16 ກຸມພາ 2023 ນີ້ ທີ່ຫ້ອງປະຊຸມລັດວິສາຫະກິດໄຟຟ້າລາວ ສາຂາແຂວງໄຊສົມບູນ ໂດຍການເປັນປະທານຂອງ ສະຫາຍ ບຸນທຽມ ໄຊສົງຄາມ, ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ມີເລຂາ-ຮອງເລຂາໜ່ວຍພັກ ຈາກຂົງເຂດກຸ່ມການເມືອງ ພ້ອມດ້ວຍສະມາຊິກພັກ ພາຍໃນໜ່ວຍ ເຂົ້າຮ່ວມ.

           ໃນພິທີ ສະຫາຍ ກ້ານແກ້ວ ສຸວັນນະສີ, ຄະນະໜ່ວຍພັກ,ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນຂັ້ນພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດຮັບເອົາມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ, ສະບັບເລກທີ 0086/ຄພ.ຊບ ຂອງໜ່ວຍພັກພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຈຳນວນ 9 ສະຫາຍ,ຍິ່ງ 2 ສະຫາຍ ໃນນີ້ ຢູ່ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ມີ 4 ສະຫາຍ, ຍິງ 1 ສະຫາຍ, ຢູ່ລັດວິສາຫະກິດໄຟຟ້າລາວ ຈໍານວນ 3 ສະຫາຍ, ຍິ່ງ 1 ສະຫາຍ ແລະ ປະຈໍາຢູ່ຫ້ອງການຄຸ້ມຄອງລະບົບສົ່ງແຂວງໄຊສົມບູນ 2 ສະຫາຍ

           ເຊິ່ງແຕ່ລະສະຫາຍ ໄດ້ຜ່ານການຮຽນສະຫນັບສະໜູນ, ຮຽນກົດລະບຽບ ແລະ ຜ່ານການຝຶກຝົນຫຼໍ່ຫຼອມຕົນເອງຄົບຕາມມາດຖານເງື່ອນໄຂທີ່ໄດ້ກຳນົດໄວ້ໃນລະບຽບພັກສະໄໝທີXI ແລະ ເຫັນວ່າມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຫ້າວຫັນຕໍ່ໜ້າ ທີ່ວຽກງານ, ທັງມີຄວາມຮັບຜິດຊອບສູງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ຈັດຕັ້ງປະຕິບັດໜ້າທີ່ ການເມືອງທີ່ພັກ-ລັດມອບໝາຍໃຫ້ ໃນການສ້າງຕົນເອງໃນຂະບວນການວຽກງານອົງການຈັດຕັ້ງມະຫາຊົນ ຊຶ່ງມີຜົນງານອັນໂດດເດັ່ນຫລາຍດ້ານ ແລະ ມີເງື່ອນໄຂຄົບຖ້ວນທີ່ ຈະເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ. ຈາກນັ້ນ ສະຫາຍ ເລຂາໜ່ວຍພັກ ໄດ້ຂຶ້ນມອບມະຕິຕົກລົງໃຫ້ແກ່ເປົ້າໝາຍທັງ 9 ສະຫາຍ ເພື່ອເປັນການຢັ້ງຢືນເຂົ້າເປັນສະມາຊິກພັກສຳຮອງ ຢ່າງເປັນທາງການ. 

           ຕອນທ້າຍຂອງພິທີ ສະຫາຍ ບຸນທຽມ ໄຊສົງຄາມ ໄດ້ມີຄຳເຫັນໂອ້ລົມຕໍ່ສະມາຊິກພັກສຳຮອງ ຈົ່ງເອົາໃຈໃສ່ຝຶກຝົນຫລໍ່ຫລອມຕົນເອງ ໃຫ້ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານໃນທຸກດ້ານ, ມີຄວາມໜັກແໜ້ນຕໍ່ອຸດົມການຂອງພັກ, ເປັນເຈົ້າການຈັດຕັ້ງປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ເປັນແບບຢ່າງຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດ. ພ້ອມນັ້ນ ສະຫາຍຍັງໄດ້ເນັ້ນໜັກໃຫ້ໜ່ວຍພັກຕະຫລອດຮອດສະມາຊິກພັກທຸກສະຫາຍ ຈົ່ງເອົາໃຈໃສ່ສຶກສາອົບຮົບການເມືອງ-ແນວຄິດເປັນປົກກະຕິ, ມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານທີ່ພັກ-ລັດມອບໝາຍ ໃຫ້ສາມາດໄດ້ຮັບຜົນສຳເລັດຕາມແຜນການທີ່ວາງໄວ້.

ພາບ ແລະ ແຫຼ່ງຂໍ້ມູນ: ຈົດໝາຍຂ່າວໄຊສົມບູນ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ