ທ່ານ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ລົງຢ້ຽມຢາມ ໂຮງງານປຸງແຕ່ງແຮ່ຊືນ-ສັງກະສີ ແລະ ແຮ່ທອງ ແບບທົດລອງ

              ວັນທີ 27 ກຸມພາ 2025 ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ສົມພົບກັບພາກສ່ວນກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ; ໂດຍການນຳພາຂອງ ທ່ານ ບຸນທຽມ ໄຊສົງຄາມ ກຳມະການພັກແຂວງ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໄດ້ລົງກວດກາດ້ານເຕັກນິກຂອງໂຮງງານປຸງແຕ່ງແຮ່ຊືນ-ສັງກະສີ ແລະ ແຮ່ທອງ ແບບທົດລອງ ຂອງບໍລິສັດ ຫຼົງຈ່ຽງ ມາຍນິ້ງ ເພື່ອແນ່ໃສຮັບປະກັນໃນການດຳເນີນຜະລິດ, ການຕິດຕັ້ງກົນຈັກຕ່າງໆໃຫ້ຄວາມຖືກຕ້ອງຕາມເຕັກນິກການກໍ່ສ້າງ ຂອງບົດວິພາກເສດຖະກິດ-ເຕັກນິກ.

          ໂອກາດທີ່ມີຄວາມສໍາຄັນນີ້ ທ່ານ ບຸນທຽມ ໄຊສົງຄາມ ພ້ອມດ້ວຍຄະນະໄດ້ລົງກວດກາຕົວຈີງຢູ່ພາກສະໜາມຂອງບໍລິສັດ ຫຼົງຈ່ຽງ ມາຍນິ້ງ ໂດຍການຕ້ອນຮັບຂອງບັນດາຄະນະວິຊາການປະຈຳພາກສະໜາມຂອງບໍລິສັດ ຫຼົງຈ່ຽງ ມາຍນິ້ງ ຢ່າງພ້ອມພຽງ ການລົງເຮັດວຽກໃນຄັ້ງນີ້ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຂອງບໍລິສັດ ແລະ ລົງກວດກາເບິ່ງພື້ນທີ່ຕັ້ງຕົວຈີງຂອງໂຮງງານ ແລະ ຈຸດສຳຄັນຕ່າງໆ… ເພື່ອກວດສອບຄວາມພ້ອມ, ປະສິດທິພາບຂອງເຄື່ອງຈັກຕ່າງໆ… ໃຫ້ຄຽງຄູ່ໄປກັບຄວາມປອດໄພ ແລະ ການບຳບັດສິ່ງເສດເຫຼຶອຂອງໂຮງງານ ທັງນີ້ກໍເພື່ອຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຫຼັງຈາກຜ່ານການກວດກາເຫັນວ່າ ການດຳເນີນການກໍ່ສ້າງແມ່ນຖືກຕ້ອງຕາມເຕັກນິກການກໍ່ສ້າງ ຂອງບົດວິພາກເສດຖະກິດ-ເຕັກນິກ ທີທາງພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນໄດ້ຢັ້ງຢືນຮັບຮອງໃນໄລຍະຜ່ານມາ.

            ຈາກນັ້ນ ທ່ານ ບຸນທຽມ ໄຊສົງຄາມ ໄດ້ມີຄຳເຫັນໂອ້ລົມ ແລະ ທິດຊິ້ນຳ: ກ່ອນອື່ນທ່ານໄດ້ສະແດງຄວາມຊົມເຊີຍມາຍັງບໍລິສັດ ທີມີຄວາມເອົາໃຈໃສ່ໃນການດຳເນີນຂຸດຄົ້ນ-ປຸງແຕ່ງແຮ່ທາດ ກໍຄືການພັດທະນາແຮ່ທາດ(ແຮ່ຊືນ-ສັງກະສີ ແລະ ແຮ່ທອງ) ໄດ້ຢ່າງມີປະສິດທິພາບ ແລະ ຈົ່ງສຶບຕໍ່ກໍານົດແຜນ, ແຜນງານ, ໂຄງການລະອຽດ ເພື່ອການຈັດຕັ້ງປະຕິບັດວຽກງານໃຫ້ມີປະສິດທິພາບ, ປະສິດທີຜົນ ເພື່ອຫຼຸດຜ່ອນບັນຫາທີອາດຈະເຮັດໃຫ້ກິດຈະການມີຄວາມລ່າຊ້າໃນຕໍ່ໜ້າ.
 
ຂ່າວ ແລະ ພາບ: ກົງເມັງ ລີຕົ່ງປາວ
ຮຽບຮຽງ: ບຸນທຽມ ໄຊສົງຄາມ.
ກວດແກ້: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506