
ພິທີໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 30 ເມສາ 2025 ຢູ່ທີ່ຫ້ອງປະຊຸມ ພະແນກພະລັງງານແລະບໍ່ແຮ່ແຂວງສະຫວັນນະເຂດ ໂດໃຫ້ກຽດເປັນປະທານ ແລະ ເຜີຍແຜ່ຂອງ ທ່ານ ພົມມາ ຈັນທະວົງ ຮອງເລຂາພັກຮາກຖານພະແນກ ພບ ແຂວງ ທັງເປັນ ຮັກສາການຫົວຫນ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ. ເຂົ້າຮ່ວມມີ: ຄະນະພັກ-ຄະນະພະແນກ,ຫົວຫນ້າຂະແຫນງ, ຮອງຫົວຫນ້າຂະແຫນງ, ສະມາຊີກພັກ ພ້ອມ ພະນັກງານວີຊາຫລັກແຫຼ່ງ ຂອງພະແນກ ພບ ແຂວງ ແລະ ວິສາຫະກິດໄຟຟ້າລາວລວມທັງໝົດ 55 ທ່ານ, ຍິງ 17 ທ່ານ.

ໃນພິທີທີ່ມີຄວາມໝາຍຄຳສຳຄັນດັ່ງກ່າວ ທ່ານ ຮັກສາການຫົວໜ້າພະແນກ ໄດ້ໃຫ້ກຽດເຜີຍແຜ່ບັນດາເອກະສານຕ່າງໆເຊິ່ງປະກອບມີ: ເອກະສານວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວແລະ ສປ ຈີນ ຄົບຮອບ 64ປີ (25/4/1961 ); ເອກະສານວັນປົດປ່ອຍພາກໃຕ້ ຫວຽດນາມ ຄົບຮອບ50 ປີ(30/4/1975); ເອກະສານວັນສ້າງຕັ້ງກຳມະກອນສາກົນ ຄົບຮອບ139 ປີ ( 1/5/1886 ); ເອກະສານວັນສ້າງຕັ້ງ ກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 64 ປີ ( 5/4/1961 ); ເອກະສານວັນເກີດທ່ານ ວະລາດີເມຍ ອິລີສ ເລນິນ ຄົບຮອບ115 ປີ ( 22/4/1870 ) ແລະ ເອກະສານມະຕິເລກທີ 02/ຄບສພ, 03/ຄບສພ, 05/ສພຊ ແລະຄຳແນະນໍາ 483/ຄລສພ ກ່ງວກັບການປັບປຸງ ກົງຈັກການຈັດຕັ້ງ ຕື່ມອີກ.
