
ປະຕິບັດຕາມນະໂຍບາຍຂອງພັກ, ລັດຖະບານ ກ່ຽວກັບການລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ຕິດພັນກັບຢ່າງສະໜິດແໜ້ນຕໍ່ການສະໜັບສະໜູນຊ່ວຍເຫຼືອສັງຄົມ. ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສົມທົບກັບບໍລິສັດໄຟຟ້ານໍ້າເທີນ2 ຈຳກັດ ເຊິ່ງເປັນບໍລິສັດລົງທຶນດ້ານພະລັງງານໄຟຟ້າ ທີ່ສຳຄັນຂອງ ປະເທດ ນຳເອົາອຸປະກອນການແພດ (ເຄື່ອງຊ່ວຍຫາຍໃຈທຽມ) ລວມມູນຄ່າ 39,900 ໂດລາສະຫະລັດ ຫຼື ປະມານ 88 ລ້ານກີບ ມາມອບໃຫ້ໂຮງໝໍແມ່ ແລະ ເດັກເກີດໃໝ່ ເພື່ອນຳໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະ ໂດຍສະເພາະແມ່ນການຊ່ວຍກອບກູ້ເອົາຊີວິດຂອງແມ່ ແລະ ເດັກ ທີ່ໄດ້ເຂົ້າບໍລິການເກີດລູກຢູ່ໃນໂຮງໝໍດັ່ງກ່າວ. ໃຫ້ກຽດມອບອຸປະກອນການແພດຄັ້ງນີ້ໂດຍ ທ່ານ ມາກອັງຕວນ ຣຸບ ຜູ້ອໍານວຍການ ບໍລິສັດໄຟຟ້ານ້ຳເທີນ 2 ຈໍາກັດ ແລະ ກ່າວຮັບຂອງ ທ່ານ ດຣ. ສີວັນໄຊ ຈັນທະວົງສັກ ຜູ້ອຳນວຍການໂຮງໝໍແມ່ ແລະ ເດັກເກີດໃໝ່ ໂດຍຊ່ອງໜ້າການເຂົ້າຮ່ວມເປັນສັກຂີ່ພິຍານຂອງ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ມາກອັງຕວນ ຣຸບ ຜູ້ອໍານວຍການ ບໍລິສັດໄຟຟ້ານ້ຳເທີນ 2 ຈໍາກັດ ກ່າວວ່າ: ຕາງໜ້າບໍລິສັດໄຟຟ້ານໍ້າເທີນ 2 ຮູ້ສຶກເປັນກຽດທີ່ໄດ້ມາຮ່ວມງານມື້ນີ້ ເພື່ອຮ່ວມໃນການປະກອບສ່ວນອັນສຳຄັນຕໍ່ກັບປະຊາກອນທີ່ເກີດຂື້ນໃໝ່. ພວກເຮົາຮັບຮູ້ເຖີງພາລະບົດບາດທີ່ສຳຄັນຂອງ ໂຮງໝໍແຫ່ງນີ້ ໃນການປີ່ນປົວ ແລະ ຮັກສາຊິວິດຂອງເດັກນ້ອຍເປັນຈຳນວນຫລາຍ. ພວກເຮົາຍັງຮັບຮູ້ເຖີງຄວາມທ້າທາຍ ທີ່ທ່ານໝໍ ແລະ ພະຍາບານປະເຊີນ ໃນການໃຫ້ບໍລິຫານ, ໂດຍສະເພາະແມ່ນເດັກເກີດໃໝ່ ແລະ ເດັກນ້ອຍທີ່ເຈັບປ່ວຍ. ເຊື່ອວ່າເຄືອງຊ່ວຍຫາຍໃຈທຽມນີ້ ຈະເປັນການລົງທືນທີສຳຄັນໃນໄລຍະຍາວສຳລັບພວກເຮົາ. ເຊີ່ງຈະຊ່ວຍຮັກສາຊີວິດ ໂດຍການໃຫ້ການຊ່ວຍໃນຫາຍໃຈ ໃຫ້ກັບເດັກນ້ອຍ ທີ່ມີພາວະບໍ່ສົມບູນ, ປອດບວມ, ຫາຍໃຈເອງບໍ່ໄດ້, ແລະ ການເຈັບປ່ວຍອື່ນໆທີ່ຮຸນແຮງ; ປັບປຸງການບໍລິການ ເຊີ່ງເຮັດໃຫ້ທ່ານໝໍ ແລະ ພະຍາບານ ໃຫ້ການປີ່ນປົວທີ່ມີປະສິດທິຜົນ ແລະ ທັນເວລາ, ເຮັດໃຫ້ຜູ້ປ່ວຍດີຂື້ນໄວ ແລະ ຫລຸດຜ່ອນຈຳນວນຄົນເຈັບທີ່ຕ້ອງນອນໂຮງໝໍ ແລະເສີມສ້າງຄວາມອາດສາມາດຂອງ ໂຮງໝໍ: ເຮັດໃຫ້ຄວາມອາດສາມາດຂອງໂຮງໝໍແຂງແຮງກ່ວາເກົ່າ.

ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຕາງໜ້າໃຫ້ຄະນະພັກ, ຄະນະນຳກະຊວງສາທາລະນະສຸກ ກໍ່ຄືແພດໝໍໂຮງໝໍແມ່ ແລະ ເດັກເກີດໃໝ່ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງ ຕໍ່ການປະກອບສ່ວນອັນລຳຄາຂອງບໍລິສັດ ໄຟຟ້ານໍ້າເທີນ 2 ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ເຊິ່ງຍາມໃດກໍ່ມີຄວາມເປັນຫ່ວງດເປັນໃຫຍ່ຕໍ່ວຽກງານສາທາລະນະສຸກ ເວົ້າລວມ, ເວົ້າສະເພາະແມ່ນການຊ່ວຍເຫຼືອກອບກູ້ເອົາເດັກນ້ອຍເກີດໃໝ່ທີ່ມີພາວະບໍ່ສົມບູນ ແລະ ຊ່ວຍແມ່ທີ່ເກີດລູກບໍ່ແຂ່ງແຮງ. ນັບແຕ່ຕົ້ນປີ 2024 ມານີ້ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ປຸກລະດົມຄົ້ນຂວາຍຜູ້ລົງທຶນໃນຂົງເຂດພະລັງງານ ແລະ ບໍ່ແຮ່ ຊ່ວຍອຸປະກອນການແພດໃຫ້ກະຊວງສາທາລະນສຸກ ແລະ ໂຮງໝໍແມ່ແລະເດັກເກີດໃໝ່ແລ້ວ 3 ຄັ້ງ.
ພາບ: ກອງເລຂາການນຳ
ຂ່າວ: ຄໍາແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506