
ຕອນເຊົ້າວັນທີ 12 ກຸມພາ 2024 ນີ້, ທີ່ຫ້ອງຮັບແຂກ ກະຊວງພະລັງງານແລະບໍ່ແຮ່ ໄດ້ມີພິທີພົບປະ ລະຫວ່າງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ນາງ Megan Jones ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັ້ມແຫ່ງ ອົດສະຕຣາລີ ຄົນໃໝ່ປະຈໍາ ສປປ ລາວ ໄດ້ຢ້ຽມເຂົ້າຂໍ່ານັບ ເນື່ອງໃນໂອກາດທີ່ ທ່ານ ທູດມາຮັບໜ້າທີ່ໃໝ່ ເປັນເອກອັກຄະລັດຖະທູດ ແຫ່ງ ອົດສະຕາລີ ປະຈຳ ສປປລາວ ເຊິ່ງມີສຳນັກງານຕັ້ງຢູ່ນະຄອນຫຼວງວຽງຈັນ.
ໃນໂອກາດດັ່ງກ່າວນີ້ ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະແດງຄວາມຊົມເຊີຍຕໍ່ ທ່ານ ທູດ ທີ່ໄດ້ຮັບໜ້າທີ່ອັນມີກຽດນີ້. ພ້ອມກັນນີ້, ທ່ານ ລັດຖະມົນຕີ ກໍ່ເຊື່ອໝັ້ນວ່າ ການມາຮັບໜ້າທີ່ໃໝ່ ເປັນທູດອົດສະຕາລີ ປະຈຳ ສປປລາວ ຂອງ ທ່ານ ນາງ Megan Jones ຈະສືບຕໍ່ຮັດແໜ້ນສາຍພົວພັນອັນດີງາມທີ່ທັງສອງປະເທດມີມາແລ້ວນັ້ນ ໄດ້ຮັບການເພີ້ມທະວີ ແລະ ເສີມຂະຫຍາຍແໜ້ນແຟ້ນກວ່າເກົ່າ ໂດຍສະເພາະແມ່ນການຮ່ວມມືດ້ານພະລັງງານ ແລະ ບໍ່ແຮ່. ທ່ານ ລັດຖະມົນຕີ ສະເໜີໃຫ້ ທ່ານ ທູດ ຊຸກຍູ້, ສົ່ງເສີມໃຫ້ນັກລົງທຶນຈາກ ອົດສະຕາລີ ເຂົ້າມາລົງທຶນໃນຂະແໜງການພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ ໃຫ້ນັບມື້ນັບຫຼາຍຂຶ້ນ.

ຂະນະທີ່ ທ່ານ ທູດ ກໍ່ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມ ຂອງ ທ່ານ ລັດຖະມົນຕີ. ທ່ານ ທູດ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດການພັດທະນາຂະແໜງການພະລັງງານ ແລະ ບໍ່ແຮ່ ຢູ່ ສປປລາວ ໃນໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າ ໃນຕໍ່ໜ້າ ຂະແໜງການພະລັງງານ ແລະ ບໍ່ແຮ່ ຈະສືບຕໍ່ເປັນກຳລັງແຮງຕົ້ນຕໍ່ໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງ ສປປລາວ ໃຫ້ກ້າວສູ່ປະເທດທີ່ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ຕາມນະໂຍບາຍຂອງ ລັດຖະບານ ສປປລາວ.
ພາບ ແລະ ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506