ທ່ານ ລັດຖະມົນຕີ ພົບປະ ຄະນະພັກ, ຄະນະອຳນວຍການ ແລະ ພະນັກງານ-ກໍາມະກອນ ຂອງ ບໍລິສັດ ຜະລິດ-ໄຟຟ້າມະຫາຊົນ (EDL-GEN)

          ຕອນບ່າຍວັນທີ 30 ພະຈິກ 2023 ນີ້, ທີ່ ສໍານັກງານໃຫຍ່ ຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ມີພິທີຕ້ອນຮັບການມາຢ້ຽມຢາມ, ພົບປະ, ໂອ້ລົມຂອງ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃນໂອກາດທີ່ ທ່ານ ລັດຖະມົນຕີ ເຂົ້າຮ່ວມພິທີປະກາດພະນັກງານນຳພາຂັ້ນສູງຂອງບໍລິສັດ ຜະລິດໄຟຟ້າລາວມະຫາຊົນ ພັກການຮັບບຳເນັດ ໂດຍໃຫ້ການຕ້ອນຮັບຂອງ ທ່ານວົງສະກູນ ຍິ່ງຍົງ ເລຂາຄະນະພັກຮາກຖານ, ຜູ້ອໍານວຍການ ບໍລິສັດ ຜະລິດໄຟຟ້າລາວມະຫາຊົນ ພ້ອມດ້ວຍຄະນະພັກ, ຄະນະອຳນວຍການ ແລະ ພະນັກງານ-ກຳມະກອນພາຍໃນບໍລິສັດເຂົ້າຮ່ວມ.

         ໃນພິທີ ທ່ານ ຜູ້ອຳນວຍການ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະອຳນວຍການ ແລະ ພະນັກງານ-ກຳມະກອນ ພາຍໃນບໍລິສັດ ລາຍງານຫຍໍ້ ກ່ຽວກັບການຊີ້ນຳ-ນຳພາການເຄື່ອນໄຫວວຽກງານຢ່າງຮອບດ້ານຂອງບໍລິສັດ ໃນໄລຍະຜ່ານມາ, ບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແຜນການໃນຊຸມປີຕໍ່ໜ້າ ໃຫ້ ທ່ານ ລັດຖະມົນຕີ ພ້ອມຄະນະທີ່ມາຈາກຫ້ອງການກະຊວງ, ບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງ ໄດ້ຮັບຊາບ.

          ຈາກນັ້ນ, ທ່ານ ລັດຖະມົນຕີ ກໍ່ໄດ້ໂອ້ລົມໃຫ້ທິດຊີ້ນຳຕໍ່ຄະນະພັກ, ຄະນະອຳນວຍການ ແລະ ພະນັກງານ-ກຳມະກອນ ພາຍໃນບໍລິສັດຜະລິດໄຟຟ້າລາວມະຫາຊົນ. ກ່ອນອື່ນ ທ່ານ ລັດຖະມົນຕີ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ທີ່ບໍລິສັດຍາດມາໄດ້ຕະຫຼອດໄລຍະຜ່ານມາ ເຊິ່ງເຫັນວ່າມີຫຼາຍດ້ານໄດ້ຮັບຜົນສຳເລັດ ເຖິງວ່າສະພາບການຂອງໂລກ, ພາກພື້ນ ແລະ ພາຍໃນປະເທດ ຈະປະເຊີນກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດກໍ່ຕາມ. ພ້ອມກັນນີ, ທ່ານ ລັດຖະມົນຕີ ຍັງຮຽກຮ້ອງໃຫ້ ຄະນະພັກ, ຄະນະອຳນວຍການ ທຸກຂັ້ນ ຈົ່ງສືບຕໍ່ເອົາໃຈໃສ່ (1) ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025) ແລະ ແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃຫ້ບັນລຸຕາມແຜນການທີ່ວາງໄວ້ ໃນນີ້, ບໍລິສັດຜະລິດໄຟຟ້າລາວມະຫາຊົນ ຕ້ອງມີການສະຫຼຸບ, ຕີລາຄາການປະຕິບັດແຜນວຽກໃນປີ 2023 ໃຫ້ລະອຽດ, ພ້ອມນັ້ນແຜນການທີ່ຈະອອກໃນປີ 2024 ຕ້ອງສອດຄ່ອງກັບມະຕິ, ແຜນລວມຂອງຂະແໜງການ ແລະ ຂອງປະເທດຊາດ. (2) ສືບຕໍ່ປັບປຸງ ການດຳເນີນທຸລະກິດ ຜ-ຟຟລ ໃນເງື່ອນໄຂໃໝ່ໃຫ້ມີປະສິດທິພາບມີປະສິດທິຜົນ ແລະ (3) ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດຄາດໝາຍຂອງແຜນການ, ແຜນງານທີ່ວາງອອກກໍຄືການຍົກສູງປະສິດທິຜົນຂອງການດໍາເນີນທຸລະກິດ ບັນຫາທີ່ມີລັກສະນະຕັດສິນແມ່ນ: ບັນຫາຄົນ, ບັນຫາບຸກຄະລາກອນ ແລະ ບັນຫາອື່ນໆ.

          ໃນພິທີ ທ່ານ ທອງຂັນ ພິມວິໄລ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຍັງໄດ້ຜ່ານເອກະສານ ແລະ ນິຕິກຳທີ່ກ່ຽວຂ້ອງ ປະກາດພະນັກງານນຳພາຂອງບໍລິສັດ ພັກການເຂົ້າຮັບບຳເນັດ ໃນນີ້ ລັດຖະມົນຕີ ກະຊວງການເງິນ ໄດ້ຕົກລົງເຫັນດີອະນຸມັດໃຫ້ ທ່ານ ນາງ ສຸກສັນ ພົນພິລາ ຮອງຜູ້ອຳນວຍການບໍລິສັດຜະລິດໄຟຟ້າລາວມະຫາຊົນ ພັກການອອກຮັບອູດໜູນບຳເນັດ.
ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ