ກອງປະຊຸມຄະນະກຳມະການຊີ້ນໍາຮ່ວມໂຄງການ ພະລັງງານລົມ ເຈືອງເຊີນ ແລະ ໂຄງການ ພະລັງງານລົມສະຫວັນ 1

          ໃນວັນທີ 06 ພຶດສະພາ 2025 ນີ້, ທີ່ ຫ້ອງວ່າການແຂວງ ສະຫວັນນະເຂດ, ກົມທຸລະກິດພະລັງງານ (ກທພ), ກະຊວງພະລັງງານ ແລະ ບໍ່ແຮ່ ໃນຖານະກອງເລຂາ ຄະນະກຳມະການຊີ້ນໍາຮ່ວມໂຄງການ ພະລັງງານລົມ ເຈືອງເຊີນ ແລະ ໂຄງການ ພະລັງງານລົມສະຫວັນ 1 ໄດ້ຈັດກອງປະຊຸມ ຄົບຄະນະຄັ້ງທີ 1 ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາ ທ່ານ ຄະນະກຳມະການຈາກຂະແໜງການທີ່ກ່ຽວຂ້ອງທັງຢູ່ສູນກາງ ແລະ ທ້ອງຖິ່ນ (ແຂວງ ບໍລິຄຳໄຊ ແລະ ແຂວງ ສະຫວັນນະເຂດ) ເຂົ້າຮ່ວມ.

          ກອງປະຊຸມໃນຄັ້ງນີ້ຈັດຂຶ້ນ ເພື່ອປະຕິບັດຕາມພາລະບົດບາດຂອງຄະນະກຳມະການຊີ້ນໍາຮ່ວມ ໂຄງການ ໃນການຕິດຕາມກວດກາ ແລະ ຕີລາຄາສະພາບຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ລວມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນຫາອື່ນໆ ເພື່ອພ້ອມກັນປຶກສາຫາລື ໃຫ້ທິດຊີ້ນໍາຢ່າງເໝາະສົມຮັບປະກັນ ການຈັດຕັ້ງປະຕິບັດໂຄງການໄດ້ດໍາເນີນການຢ່າງຕໍ່ເນື່ອງ ແລະ ສຳເລັດຕາມແຜນທີ່ວາງໄວ້.
          ໃນວາລະການດຳເນີນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆເຊັ່ນ: ທ່ານ ສົມພິດ ແກ້ວວິຈິດ ຫົວໜ້າກົມທຸລະກິດພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ຂຶ້້ນລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ ໂຄງການ ພະລັງງານລົມ ເຈືອງເຊີນ ແລະ ໂຄງກນ ພະລັງງານລົມສະຫວັນ 1

          ໃນໄລຍະຜ່ານມາລວມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ວິທີທາງແກ້ໄຂໃນຕໍ່ໜ້າ ແລະ ການຈັດຕັ້ງ ປະຕິບັດວຽກງານຂອງ ຄະນະຊີ້ນຳລວມ ແລະ ກອງເລຂາ. ຫຼັງຈາກນັ້ນໜ່ວຍງານຈັດສັນຈາກແຕ່ລະພາກສ່ວນທີ່ກ່ຽວຂ້ອງ ລາຍງານການປະຕິບັດວຽກງານຂອງໜ່ວຍງານ RMU ແລະ ໜ່ວຍງານ EMU ຂອງໂຄງການ ພະລັງງານລົມ ເຈືອງເຊີນ ແລະ ໂຄງກນ ພະລັງງານລົມສະຫວັນ 1 ໃນການຈັດຕັ້ງປະຕິບັດ ແລະ ການແກ້ ໄຂບັນຫາຕ່າງໆຂອງໂຄງການໃນໄລຍະຜ່ານ ສະເໜີລາຍງານບັນຫາການຈັດຕັ້ງປະຕິບັດ ໂຄງການ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາຂອງໂຄງການ.

          ພາຍຫຼັງໄດ້ຮັບຟັງການລາຍງານຈາກແຕ່ລະພາກສ່ວນແລ້ວ ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ພັດປ່ຽນກັນປະກອບຄຳເຫັນຕໍ່ບົດລາຍງານຕ່າງໆ ເພື່ອເຮັດໃຫ້ບົດລາຍງານເຫຼົ່ານັ້ນມີຄວາມຊັດເຈນ, ສົມບູນ, ຈະແຈ້ງ ແລະ ສອດຄ່ອງກັບການຈັດຕັ້ງປະຕິບັດວຽກງານຕົວຈິງຂອງໂຄງການ. ພ້ອມກັນນີ້, ກໍ່ໄດ້ແນະນຳ ແລະ ຊອກຫາວິທີການແກ້ໄຂບັນຫາທີ່ຫຍຸ້ງຍາກ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງໂຄງການໃນຕໍ່ໜ້າດຳເນີນໄປຢ່າງມີປະສິດທິພາບ, ມີປະສິດທິຜົນ ແລະ ສຳເລັດຕາມແຜນການທີ່ວາງໄວ້.

          ຕອນທ້າຍຂອງກອງປະຊຸມ ທ່ານ ລັດຖະມົນຕີ ກໍ່ໄດ້ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ເພື່ອໃຫ້ຄະນະຮັບຜິດຊອບແຕ່ລະໜ່ວຍງານ ໄດ້ມີບ່ອນອີງໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງຕົນເອງ ແລະ ແກ້ໄຂບັນດາບັນຫາ ທີ່ມີຍັງມີຂໍ້ຄົງຄ້າງ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ໃນໄລຍະຜ່ານມາ ໃຫ້ໄດ້ຮັບການແກ້ໄຂຢ່າງທັນການ ທັງຮັບປະກັນໃຫ້ສອດຄ່ອງກັບນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ລະບຽບການ ລວມເຖິງຮີດຄອງປະເພນີຂອງທ້ອງຖິ່ນຢ່າງເຂັ້ມງວດ.
ພາບ ແລະ ຂ່າວ: ປະສົງໄຊ ໂຄດໂຍທາ
ສາຍດ່ວນ: 1506