ຂະແໜງການພະລັງງານ ແລະ ບໍ່ແຮ່ ສະໜັບສະໜູນໂຄງການສອບເສັງນັກຮຽນເກັ່ງລະດັບຊາດ ປະຈຳປີ 2025

          ຕາງໜ້າໃຫ້ຄະນະພັກ, ຄະນະນຳກະຊວງ ກໍ່ຄືພະນັກງານລັດຖະກອນ ໃນຂົງເຂດພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມພິທີເປີດການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສຶກສາ ສົກຮຽນ 2024-2025 ແລະ ມອບເງິນສະໜັບສະໜູນໂຄງການສອບເສັງນັກຮຽນເກັ່ງລະດັບຊາດ ປະຈຳປີ 2025 ຂອງ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກ່າວຮັບຂອງ ທ່ານ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໂດຍຊ່ອງໜ້າການເຂົ້າຮ່ວມຂອງ ທ່ານ ບັນດິດ ສາດສະດາຈານ ບໍ່ວຽງຄໍາ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄູອາຈານ ແລະ ນ້ອງນັກຮຽນທີ່ເຂົ້າຮ່ວມແຂ່ງຂັນເສັງນັກຮຽນເກັ່ງລະດັບຊາດເຂົ້າຮ່ວມ.

          ທ່ານ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມີຄໍາເຫັນຕໍ່ພິທີດັ່ງກ່າວວ່າ: ການສອບເສັງນັກຮຽນເກັ່ງຄັ້ງນີ້ ເປັນເວທີທົດສອບຄວາມຮູ້ຄວາມສາມາດຂອງຄູ ແລະ ນັກຮຽນ ສະນັ້ນ ຂໍໃຫ້ນັກຮຽນຈົ່ງມີຄວາມມຸ້ງຫວັງໃນອະນາຄົດທີ່ດີ, ເພີ່ມທັກສະທາງດ້ານເທັກໂນໂລຊີ, ຟີຊິກ, ເຕັກໂນໂລຊີຊີວະພາບ ໃຫ້ມີຄວາມຮູ້ຄວາມສາມາດ, ມີຄວາມຮັບຜິດຊອບຕໍ່ປະເທດຊາດ, ຮັກປະເທດຊາດ ພ້ອມກັນສຶກສາຮໍ່າຮຽນ, ສ້າງ ແລະ ສຶກສາອົບຮົມຄວາມສາມາດຂອງຕົນ ກໍຄື ຮຽນໃຫ້ດກັ່ງ ເສັງໃຫ້ໄດ້ ໄດ້ຄະແນນດີ ມີຄວາມສາມັກຄີ ເພື່ອພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງສີວະໄລ. ຂະແໜງການພະລັງງານ ແລະ ບໍ່ແຮ່ ກໍ່ເປັນຂະແໜງການໜຶ່ງ ທີ່ຊຸກຍູ້, ສົ່ງເສີມ ພັດທະນາຊັບພະຍາກອນມະນຸດຂອງຊາດ ໂດຍສະເພາະແມ່ນນັກຮຽນດີ, ຮຽນເກັ່ງ, ຜູ້ທີ່ມີພອນສະຫວັນ, ພອນສະແຫວງ ໃນການສຶກສາຮໍ່າຮຽນ ເພື່ອນຳມາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.

          ທ່ານ ຮສ.ປອ ພຸດ ສິມມາລາວົງ ກໍໄດ້ກ່າວວ່າ: ການສອບເສັງໃນສົກຮຽນນີ້ ນັບວ່າເປັນສົກຮຽນທີ່ພິເສດທີ່ລັດຖະມົນຕີທັງ 2 ກະຊວງໃຫ້ການໂອ້ລົມ, ພ້ອມທັງເນັ້ນໃຫ້ຄະນະກຳມະການ, ອະນຸກຳມະການທຸກຝ່າຍ ຕ້ອງຍົກສູງການປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ຍຸຕິທໍາ, ໂປ່ງໃສ ແລະ ສາມາດກວດສອບໄດ້, ຄູນໍາພານັກຮຽນ ໃຫ້ມີຄວາມຮັບຜິດຊອບ ໃນການຊີ້ນໍາ ນໍາພານັກຮຽນຂອງຕົນປະຕິບັດລະບຽບການຕ່າງໆຢ່າງເຂັ້ມງວດ, ຮັກສາຄວາມປອດໄພ, ການໄປ-ມາ. ນອກນັ້ນ, ກໍຕ້ອງເອົາໃຈໃສ່ເກັບກຳ ຮູບແບບການຈັດກິດຈະກໍາຕ່າງໆ ກ່ຽວກັບການສອບເສັງແຂ່ງຂັນ ແລະ ຖອດຖອນບົດຮຽນດ້ານດີ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນຂົງເຂດທີ່ຕົນເອງຮັບຜິດຊອບ. ສຳລັບນັກສອບເສັງແຂ່ງຂັນ ກໍຕ້ອງຊື່ສັດ, ປະຕິບັດຕາມກົດລະບຽບຂອງການສອບເສັງ ຢ່າງເຂັ້ມງວດ, ມີສະມາທິ ແລະ ຈົດຈໍ່ຕໍ່ຄຳຖາມໃນການສອບເສັງ, ສ້າງຄວາມຮັກແພງສາມັກຄີກັບໝູ່ເພື່ອນທີ່ເປັນນັກສອບເສັງດ້ວຍກັນ, ເວລາໄປທັດສະນະສຶກສາກໍຕ້ອງຈົດຈໍາ ຮຽນຮູ້ ບົດຮຽນ ຕ່າງໆ ເພື່ອໄປບອກເລົ່າໃຫ້ໝູ່ເພື່ອນພີ່ນ້ອງໃນທ້ອງຖິ່ນຂອງຕົນ.

          ພິທີເປີດການສອບເສັງນັກຮຽນເກັ່ງລະດັບຊາດປະຈຳປີ 2025 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 8 ເມສາ 2025 ທີ່ໂຮງແຮມດອນຈັນ ພາເລດ ນະຄອນຫຼວງວຽງຈັນ ມີນັກຮຽນທີ່ເປັນຕົວແທນອັນດັບ1 ແລະ 2 ຂອງແຕ່ລະແຂວງເຂົ້າຮ່ວມສອບເສັງທັງໝົດຈໍານວນ 228 ຄົນ, ຍິງ 162 ຄົນ ໃນນັ້ນ, ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ຈໍານວນ 144 ຄົນ, ຍິງ 92 ຄົນ ແລະ ຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ຈໍານວນ 144 ຄົນ, ຍິງ 52 ຄົນ ໃນນັ້ນ ສໍາມະເນນ 5 ອົງ, ພຣະ 1 ອົງ ກວມເອົາ 22 ເຜົ່າ, 4 ກຸ່ມພາສາ. ໂດຍໄດ້ສອບເສັງ 4 ວິຊາ ຄື: ຄະນິດສາດ, ພາສາລາວ-ວັນນະຄະດີ, ຟີຊິກສາດ ແລະ ເຄມີສາດ. ນອກຈາກນີ້, ຍັງໄດ້ຈັດໃຫ້ມີການແຂ່ງຂັນ ຖາມ-ຕອບ ວິທະຍາສາດ ເປັນເວລາ 1 ວັນ ແລະ ຍັງຈະໄດ້ນໍາພາຕົວແທນນັກຮຽນເກັ່ງ ໄປທັດສະນະສຶກສາຢູ່ກະຊວງພະລັງງານ ແລະ ບໍ່ແຮ່, ຫໍພິພິທະພັນປະຫວັດສາດ, ວິທະຍາໄລ ເຕັກນິກການລົດໄຟ, ໂຄງການໄຟຟ້າແສງຕາເວັນນາຊາຍທອງ ຕື່ມອີກ.

          ການສອບເສັງແຂ່ງຂັນນັກຮຽນເກັ່ງ ລະດັບຊາດ ຊັ້ນມັດທະຍົມສຶກສາ ເປັນກິດຈະກຳບູລິມະສິດທີ່ມີຄວາມສໍາຄັນ ແລະ ໄດ້ຈັດຕັ້ງປະຕິບັດທຸກສົກຮຽນ ເພື່ອວັດ ແລະ ປະເມີນຜົນ ຜົນສໍາເລັດດ້ານການສິດສອນ ຂອງຄູ ແລະ ຜົນການຮຽນຂອງນັກຮຽນ ແນໃສ່ສ້າງໂອກາດໃຫ້ນັກຮຽນໄດ້ສະແດງອອກ ດ້ານຄວາມຮູ້-ຄວາມສາມາດ, ພອນສະຫວັນ ແລະ ຫົວຄິດປະດິດສ້າງຂອງຕົນເອງ, ເພື່ອສົ່ງເສີມ ແລະ ຊຸກຍູ້ຂະບວນການສອນດີ-ຮຽນເກັ່ງ ຢູ່ໃນໂຮງຮຽນມັດທະຍົມໃນຂອບເຂດທົ່ວປະເທດໃຫ້ມີລັກສະນະແຂ່ງຂັນ ແລະ ມີຄຸນນະພາບ, ເພື່ອໃຫ້ຕົວແທນນັກຮຽນເກັ່ງ ໃນທົ່ວປະເທດ ໄດ້ມີໂອກາດ ແລກປ່ຽນປະສົບການ, ໄດ້ຮຽນຮູ້ສິ່ງໃໝ່, ໄດ້ຮຽນຮູ້ ຄວາມອົດທົນ ແລະ ຮູ້ບຸກບືນ ໃນການແຂ່ງຂັນຮຽນ, ເພື່ອໃຫ້ນັກຮຽນໄດ້ ຮັບສິ່ງຈູງໃຈ, ໄດ້ຮັບການຍ້ອງຍໍ ແລະ ນັກຮຽນທີ່ສອບເສັງໄດ້ຊະນະເລີດ ອັນດັບ 1, 2 ແລະ 3 ແຕ່ລະວິຊາຈະໄດ້ຮັບທຶນການສຶກສາ ເພື່ອຮຽນຕໍ່ໃນວິຊາທີ່ຕົນເອງມັກ, ເພື່ອຄັດເລືອກ ແລະ ສົ່ງເສີມນັກຮຽນເກັ່ງທີ່ມີພອນສະຫວັນໃນແຕ່ລະວິຊາເປັນຕົວແທນຂອງຊາດ ເຂົ້າຮ່ວມການແຂ່ງຂັນລະດັບພາກພື້ນ ແລະ ສາກົນ ທັງເພື່ອສ້າງໂອກາດໃຫ້ຜູ້ນໍາພາ ແລະ ນັກສອບເສັງ ຈາກທົ່ວປະເທດໄດ້ແລກປ່ຽນ ແລະ ຖອດຖອນບົດຮຽນຮ່ວມກັນ.

ໂດຍ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506