ກອງປະຊຸມທົບທວນຄືນ ການນໍາໃຊ້ລະບົບການຄຸ້ມຄອງເອກະສານທາງການ ຫຼື E-office ພາຍໃນກະຊວງພະລັງງານ ແລະ ບໍ່ແຮ່

          ວັນທີ່ 19 ພະຈິກ 2024 ທີ່ກະຊວງ ພະລັງງານ ແລະ ບໍ່ແຮ່, ຫ້ອງການກະຊວງ ຈັດຊຸດຝຶກອົບຮົມກ່ຽວກັບ ການປະເມີນຄືນ ການຈັດຕັ້ງປະຕິບັດວຍກງານການນໍາໃຊ້ລະບົບ E-office ຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ໃຫ້ກຽດເປັນປະທານຂອງທ່ານ ຄໍາໄສ້ ກູໂພຄໍາ ຫົວໜ້າຫ້ອງການກະຊວງ ຜູ້ຕາງໜ້າຈາກບັນດາກົມ, ແລະ ສະຖາບັນອ້ອມຂ້າງກະຊວງ ພະລັງງານ ແລະ ບໍ່ແຮ່.
ອີງຕາມຂໍ້ຕົກລົງຂອງ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ສະບັບເລກທີ່ 1343/ພນ, ລົງວັນທີ່ 10 ກໍລະກິດ 2024, ວ່າດ້ວຍການອະນຸມັດໃຫ້ຫ້ອງການກະຊວງ ຈັດຝຶກອົບຮົມກ່ຽວກັບລະບຽບການຄຸ້ມ ຄອງເອກະສານທາງການແບບເອເລັກໂຕນິກ ແລະ ການນໍາໃຊ້ E-office ຂອງກະຊວງພະລັງງານ ແລະ ບໍ່ແຮ່.
ຈຸດປະສົງການຝຶກອົບຮົມໃນຄັ້ງນີ້ແມ່ນ: ເພື່ອກຳນົດຫລັກການ ແລະ ວິທີການຄຸ້ມຄອງເອກະສານທາງ ການ ແບບເອເລັກໂຕນິກຜ່ານປະຕູດຽວ ເພື່ອຮັບປະກັນແບບແຜນວິທີເຮັດວຽກໃຫ້ມີຄວາມເຂັ້ມແຂງ, ວ່ອງໄວ, ທັນສະໄໝ, ຮັບປະກັນໃຫ້ລະບົບການຄຸ້ມຄອງເອກະສານ, ການຄົ້ນຄ້ວາພິຈາລະນາ ແລະ ການຈັດຕັ້ງປະຕິບັດເອກະສານຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ເປັນລວມສູນ ເປັນໄປຕາມຂັ້ນຕອນ ແລະ ມີປະສິດທິພາບສູງ, ສາມາດຕິດຕາມກວດກາ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ, ພ້ອມທັງບໍ່ໃຫ້ມີການຕົກເຮ່ຍເສຍຫາຍ ແລະ ຮັກສາໄດ້ເອກະສານລັບສາງການ.
ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506