ທ່ານ ຄຳໂສ້ ກຸໂພຄຳ ຕ້ອນຮັບຄະນະສະມາຄົມນັກສຶກສາມະຫາວິທະຍາໄລ ຊິນຮວາ ສປ ຈີນ

         ຕອນບ່າຍວັນທີ 28 ມີນາ 2024 ຢູ່ຫ້ອງປະຊຸມ 102 ຄະນະສະມາຄົມມະຫາວິທະຍາໄລ ຊິນຮວາ ແຂວງ ຢຸນນານ, ສປ ຈີນ ໄດ້ເຂົ້າພົບປະ ແລະ ເຮັດວຽກກັບ ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ໃນໂອກາດທີ່ຄະນະສະມາຄົມດັ່ງກ່າວເຄື່ອນໄຫວດ ຢ້ຽມຢາມ ສປປລາວ. ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ຫົວໜ້າຫ້ອງການກະຊວງ ສະແດງຄວາມຕ້ອນຮັບຢ່າງອົບອຸ່ນດ້ວຍໄມຕີຈິດມິດຕະພາບ ພ້ອມທັງລາຍງານຫຍໍ້ທີ່ຕັ້ງພາລະບົດບາດ, ຄວາມເປັນມາຂອງກະຊວງພະລັງງານ ແລະ ບໍ່ແຮ່ ແລະ ສະພາບທີ່ພົ້ນເດັ່ນຂອງການພັດທະນາຂະແໜງການພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາໃຫ້ ຄະນະຜູ້ແທນດັ່ງກ່າວໄດ້ຮັບຊາບ.

          ຫຼັງຈາກນັ້ນ, ທັງສອງຝ່າຍ ກໍ່ໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນຮ່ວມກັນໃນຫຼາຍດ້ານເປັນຕົ້ນແມ່ນ ບົດຮຽນໃນການຮ່ວມມື, ການລົງທຶນ ດ້ານພະລັງງານ ແລະ ບໍ່ແຮ່ ເນື່ອງຈາກວ່າມະຫາວິທະຍາໄລ ຊິນຮວາ ເປັນມະຫາວິທະຍາໄລ ຊັ້ນນຳຂອງ ສປ ຈີນ ແລະ ຂອງໂລກ. ໄລຍະຜ່ານມາ ມະຫາວິທະຍາໄລ ໄດ້ສ້າງຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ ສົ່ງອອກໄປທົ່ວໂລກ ເຊິ່ງໃນນີ້ລວມທັງ ສປປລາວ. ສຳລັບການຮ່ວມມື ກັບ ກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ໄດ້ຈັດຕັ້ງປະຕິບັດມາແຕ່ປີ 2020 ເປັນຕົ້ນມາ ເຊິ່ງທັງສອງຝ່າຍໄດ້ເຊັນບົດທຶກການຮ່ວມມື ເພື່ອຍົກລະດັບວິຊາສະເພາະດ້ານພະລັງງານໄຟຟ້າ ແລະ ບໍ່ແຮ່ ໃຫ້ແກ່ພະນັກງານກະຊວງພະລັງງານ ແລະ ບໍ່ແຮ່ ທັງໄລຍະສັ້ນ ແລະ ໄລຍະຍາວ.

ພາບ ແລະ ຂ່າວ: ວັນໄຊ ສີສົມພູ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website:www.mem.gov.la
ສາຍດ່ວນ: 1506