ຊົມເຊີຍ ວັນປູກຕົ້ນໄມ້ແຫ່ງຊາດປີ 2023 ຢ່າງສຸດໃຈ

          ມື້ນີ້, ວັນທີ 1 ມິຖຸນາ ຊຶ່ງແມ່ນວັນປູກຕົ້ນໄມ້ແຫ່ງຊາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວປວງຊົນໄດ້ຢຶດຖືເປັນວັນສໍາຄັນຂອງປະເທດຊາດ ຊຶ່ງພໍມາຮອດມື້ນີ້, ພວກເຮົາ ກໍໄດ້ພ້ອມພາກັນຈັດຕັ້ງຂະບວນປູກຕົ້ນໄມ້ ແລະ ຈັດກິດຈະກໍາຕ່າງໆ ຕິດພັັນກັບຂະບວນການອື່ນໆຢ່າງກວ້າງຂວາງ ແລະ ມີບັນຍາກາດຟົດຟື້ນ ແນໃສ່ເພື່ອສ້າງຄວາມຮັບຮູ້ກ່ຽວກັບຄຸນປະໂຫຍດ ແລະ ຄວາມສໍາຄັນຂອງປ່າໄມ້ຕິດພັນກັບການຈັດຕັ້ງຂະບວນການປູກໄມ້, ການບົວລະບັດຮັກສາ ແນໃສ່ເຮັດໃຫ້ປ່າໄມ້, ຊັບພະຍາກອນປ່າໄມ້ ນັບທັງທີ່ດິນ ແລະ ຊີວະນາໆພັນ ຊຶ່ງແມ່ນມູນມໍລະດົກອັນລໍ້າຄ່າຂອງຊາດ ໃຫ້ມີຄວາມອຸດົມສົມບູນຢ່າງບໍ່ມີວັນບົກແຫ້ງ, ກາຍເປັນພື້ນຖານທີ່ສໍາຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ.
ສປປ ລາວ ເປັນປະເທດທີ່ມີຄວາມອຸດົມສົມບູນໄປດ້ວຍປ່າໄມ້, ຊັບພະຍາກອນປ່າໄມ້, ມີເນື້ອທີ່ດິນທີ່ກວ້າງຂວາງ, ອຸດົມສົມບູນ, ມີສັດນໍ້າ-ສັດປ່າ ແລະ ຊີວະນາໆພັນທີ່ຫຼາກຫຼາຍ ແລະ ມີຄຸນຄ່າສູງ ຊຶ່ງແມ່ນອົງປະກອບທີ່ສໍາຄັນຂອງລະບົບເສດຖະກິດແຫ່ງຊາດ ທັງເປັນເງື່ອນໄຂພື້ນຖານທີ່ຈໍາເປັນເພື່ອຮັບປະກັນໃຫ້ແກ່ການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ.
ໂດຍເຫັນໄດ້ຄວາມສໍາຄັນຂອງປ່າໄມ້ ແລະ ຊັບພະຍາກອນປ່າໄມ້, ໃນຊຸມປີທີຜ່ານມາ, ພັກ ແລະ ລັດເຮົາໄດ້ວາງແນວທາງນະໂຍບາຍ ທີ່ມີລັກສະນະເປັນລະບົບຄົບຊຸດ ເພື່ອອະນຸລັກຮັກສາ ແລະ ພັດທະນາປ່າໄມ້, ຊັບພະຍາກອນປ່າໄມ້, ນັບທັງທີ່ດິນ ແລະ ຊີວະນາໆພັນໃຫ້ຂະຫຍາຍຕົວຢ່າງຍືນຍົງ.ໂດຍສະເພາະ : ພາຍຫຼັງທີ່ລັດເຮົາໄດ້ປະກາດໃຊ້ກົດໝາຍວ່າດ້ວຍປ່າໄມ້ ແລະ ຊັບພະຍາກອນປ່າໄມ້ເປັນຕົ້ນມາ, ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ໄດ້ຮັບການປົກປັກຮັກສາ ແລະ ພັດທະນາຢ່າງແຂງແຮງ, ໜັກແໜ້ນ, ກາຍເປັນເງື່ອນໄຂທີ່ສໍາຄັນ, ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ. ອັນທີ່ເປັນພື້ນຖານກວ່າໝູ່ແມ່ນ : ຄວາມຮັບຮູ້ ແລະ ການປະຕິບັດກົດໝາຍວ່າດ້ວຍປ່າໄມ້ມີຄວາມສັກສິດຫຼາຍຂຶ້ນ, ສະພາບການຖາງປ່າ, ການເຮັດໄຮ່ແບບເລື່ອນລອຍ, ການນໍາໃຊ້ປ່າໄມ້ຊະຊາຍ, ຂາດການດັດສົມໄດ້ຄ່ອຍໆຫຼຸດລົງເທື່ອລະກ້າວ, ເນື້ອທີ່ປົກຄຸມດ້ວຍປ່າໄມ້ເພີ້ມຂຶ້ນຢ່າງຈະແຈ້ງ. ພິເສດ, ນັບແຕ່ລັດຖະບານ ໄດ້ມີຄໍາສັ່ງໃຫ້ຍຸຕິກ່ຽວກັບການຕັດໄມ້ ແລະ ການປັບປຸງ, ດັດສົມການດໍາເເນີນທຸລະກິດໄມ້ຢ່າງເຂັ້ມງວດ, ມາເຖິງປັດຈຸບັນໄດ້ເຮັດໃຫ້ສະພາບການຄຸ້ມຄອງວຽກງານປ່າໄມ້ ແລະ ການດໍາເນີນທຸລະກິດໄມ້ມີປະສິດທິຜົນສູງຂຶ້ນຢ່າງຈະແຈ້ງ.
          ແຕ່, ຄຽງຄຽງຄູ່ກັນນີ້, ວຽກງານຄຸ້ມຄອງ ແລະ ການພັດທະນາປ່າໄມ້ ຢູ່ປະເທດເຮົາກໍຍັງມີຄວາມບົກຜ່ອງຫຼາຍປະການເປັນຕົ້ນ: ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ຍັງສືບຕໍ່ຖືກຂຸດຄົ້ນ, ນໍາໃຊ້ໂດຍຂາດການດັດສົມ, ການບັງຄັບໃຊ້ກົດໝາຍຍັງບໍ່ທັນເຂັ້ມງວດ, ເດັດຂາດ ຊຶ່ງໄດ້ກໍ່ໃຫ້ເກີດຄວາມເສຍຫາຍໃນສະພາບທີ່ຍັງຫຼວງຫຼາຍພໍສົມຄວນ; ການເຮັດວຽກງານໂຄສະນາ, ສຶກສາອົບຮົມເພື່ອສ້າງຄວາມຮັບຮູ້ກ່ຽວກັບກົດໝາຍປ່າໄມ້ ແລະ ຊັບພະຍາກອນປ່າໄມ້ຍັງເຮັດໄດ້ບໍ່ຫຼາຍ, ບໍ່ທັນທົ່ວເຖິງ, ເປັນຕົ້ນແມ່ນຢູ່ໃນເຂດຊົນນະບົົດ, ເຂດຫ່າງໄກ, ສອກຫຼີກ. ຄວາມຊິນເຄີຍ ແລະ ປາກົດການຊົມໃຊ້ປ່າໄມ້, ການຊົມໃຊ້ໄມ້ ແລະ ຊັບພະຍາກອນປ່າໄມ້ແບບຊະຊາຍ, ຟູມເຟືອຍ, ຂາດການໄລ່ລຽງ, ວາງແຜນທີ່ສອດຄ່ອງກໍຍັງມີແຜ່ຫຼາຍຢູ່; ການລັກລອບຂຸດຄົ້ນ ແລະ ດໍາເນີນທຸລະກິດກ່ຽວກັບໄມ້ທີ່ຜິດກົດໝາຍຍັງປາກົດມີຢູ່ໃນບາງບ່ອນ, ອັນໄດ້ເຮັດໃຫ້ເກີດຄວາມບໍ່ເປັນເອກະພາບໃນພາກປະຕິບັດ. ຄຽງຄູ່ກັນນີ້, ລະດັບຄວາມຮ້ອນໄດ້ເພີ່ມຂຶ້ນ, ການເກີດຄວາມແຫ້ງແລ້ງ, ໄພນໍ້າຖ້ວມ, ນໍ້າໄຫຼຫຼາກ, ຊຸທັ່ງ, ດິນເຈື່ອນ ແລະ ມົນລະພາວະທາງອາກາດໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ.
ໃນປັດຈຸບັນ, ພວກເຮົາພວມສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສຖະກິດ-ສັງຄົມແຫ່ງຊາດໄລຍະ 5 ປີ( 2021-2025) ສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ ໃຫ້ສົມບູນ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ບົນພື້ນຖານ : ຂຸດຄົ້ນ, ນໍາໃຊ້ ແລະ ພັດທະນາບັນດາທ່າແຮງ, ຄວາມອາດສາມາດບົ່ມຊ້ອນຂອງປະເທດຊາດ ໃຫ້ກາຍເປັນກໍາລັງແຮງຕົວຈິງ ແລະ ເປັນພື້ນຖານທີ່ໜັກແໜ້ນ ເພື່ອຍົກລະດັບດ້ານຕ່າງໆໃຫ້ສູງຂຶ້ນ, ຮັບປະກັນການພັດທະນາຕາມທິດສີຂຽວ ແລະ ຍືນຍົງ.
          ສະນັ້ນ, ເພື່ອຕອບສະໜອງ ແລະ ສາມາດບັັນລຸຄວາມຮຽກຮ້ອງຕ້ອງການທັງໃນສະເພາະໜ້າ ແລະ ຍາວນານດັ່ງກ່າວນີ້, ພວກເຮົາຈະຕ້ອງໄດ້ພ້ອມກັນສືບຕໍ່ເພີ້ມທະວີຄວາມເປັນເຈົ້າ ແລະ ສ້າງຄວາມຕັ້ງໜ້າໃຫ້ສູງຂຶ້ນກວ່າເກົ່າໃນການເຂົ້າຮ່ວມໃນການພັດທະນາປ່າໄມ້, ຊັບພະຍາກອນປ່າໄມ້, ນັບທັງທີ່ດິນ ແລະ ລະບົບຊີວະນາໆພັນຢູ່ປະເທດເຮົາໃຫ້ມີການຂະຫຍາຍຕົວຢ່າງຍືນຍົງ, ກາຍເປັນເປັນພື້ນຖານທີ່ໝັ້ນຄົງ, ຍືນຍົງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ແລະ ເປັນພື້ນຖານໃຫ້ແກ່ການປັບປຸງ, ຍົກສູງ ແລະ ຮັບປະກັນສະຖຽນລະພາບໃນການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ, ຮັບປະກັນເຮັດໃຫ້ລະບອບການນໍາໃຊ້ປ່າໄມ້, ຊັບພະຍາກອນປ່າໄມ້, ນັບທັງທີ່ດິນ ແລະ ຊີວະນາໆພັນມີປະສິດທິຜົນ ແລະ ຖືກກົດໝາຍ.
          ຖັນແຖວພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາຊັ້ນຄົນ ແລະ ເຜົ່າຕ່າງໆຕ້ອງເພີ່ມທະວີຄວາມເປັນເຈົ້າການ, ຄວາມເປັນແບບຢ່າງ ໃນການເຂົ້າຮ່ວມວຽກງານຄຸ້ມຄອງ ແລະ ແກ້ໄຂທຸກບັນຫາທີ່ເປັນຊ່ອງວ່າງລະຫວ່າງການນໍາໃຊ້ ແລະ ການອະນຸລັກຮັກສາໃຫ້ປ່າໄມ້, ທີ່ດິນ, ຊັບພະຍາກອນປ່າໄມ້ ແລະ ຊີວະນາໆພັນໃຫ້ຖືກຕ້ອງ ແລະ ມີປະສິທິຜົນ,
ສືບຕໍ່ເຮັດວຽກງານໂຄສະນາ, ສຶກສາອົບຮົມຢູ່ໃນທົ່ວສັງຄົມໃຫ້ກວ້າງຂວາງ, ເນື່ອງນິດລຽນຕິດ, ເປັນດ້ວຍຫຼາຍຮູບຫຼາຍວິທີ ເພື່ອສ້າງຈິດສໍານຶກ ແລະ ການມີສ່ວນຮ່ວມຂອງມວນຊົນການປົກປັກຮັກສາປ່າໄມ້, ຊັບ ພະຍາກອນປ່າໄມ້, ທີ່ດິນ ແລະ ຊີວະນາໆພັນ ຊຶ່ງບັນຫານີ້, ມັນຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງຈະຕ້ອງເຮັດຢ່າງລຽນຕິດ, ກວ້າງຂວາງ ເພື່ອກະຕຸ້ນຄວາມຮູ້ສຶກຂອງຊຸມຊົນໃນການເຂົ້າຮ່ວມຢ່າງເປັນເຈົ້າການ. ພ້ອມກັນເຮັດທຸກສິ່ງຢ່າງເພື່ອສືບຕໍ່ເຮັດໃຫ້ປ່າໄມ້, ຊັບພະຍາກອນປ່າໄມ້, ທີ່ດິນ ແລະ ຊີວະນາໆພັນ ຊຶ່ງແມ່ນມໍລະດົກອັນລໍ້າຄ່າຂອງປວງຊົນລາວທັງຊາດ ໄດ້ຮັບການປົກປັກຮັກສາໃຫ້ຍືນຍົງເພື່ອເປັນພື້ນຖານທີ່ໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ.
          ຄະນະພັກ, ອົງການປົກຄອງ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງທາງສັງຄົມທຸກຂັ້ນ, ທຸກທ້ອງຖິ່ນຕ້ອງເພີ້ມທະວີການຊີ້ນໍາ, ນໍາພາ ແລະ ເຂົ້າຮ່ວມໃນການເຮັດວຽກງານໂຄສະນາ, ສຶກສາອົບຮົມ, ການຄຸ້ມຄອງ, ການພັດທະນາວຽກງານປ່າໄມ້ຢ່າງແຂງແຮງ, ໜັກແໜ້ນ ແລະ ເປັນເຈົ້າການສູງ, ນໍາໃຊ້ກົດໝາຍ ແລະ ນິຕິກໍາຕ່າງໆຕໍ່ຜູ້ລະເມີດຢ່າງເຂັ້ມງວດ, ທຸກຂະແໜງການ, ທຸກທ້ອງຖິ່ນ ນັບທັງພາກລັດ, ພາກເອກະຊົນ, ຖັນແຖວພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນທຸກເຜົ່າຕ້ອງເຊີດຊູຄວາມເປັນເຈົ້າການ, ຍົກສູງສະຕິຄວາມຮັບຜິດຊອບໃນການປົກປັກຮັກສາປ່າໄມ້, ຊັບພະຍາກອນປ່າໄມ້, ທີ່ດິນ ແລະ ຊີວະນາໆພັນ ເພື່ອຮັບປະກັນໃຫ້ຊັບພະຍາກອນທໍາມະຊາດ ສືບຕໍ່ຄົງຄວາມອຸດົມສົບູນ, ກາຍເປັນມໍລະດົກອັນລໍ້າຄ່າຂອງປະເທດຊາດ ແລະ ປວງຊົນເຮົາຢ່າງຍາວນານ.
ຂຽນໂດຍ: ວິລັດ ຜິວອ່ອນ
ຮຽບຮຽງ ແລະ ກວດແກ້: ຄຳແສງ ແກ້ວປະເສີດ