ຫ້ອງການກະຊວງ ຈັດກອງປະຊຸມປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈຳປີ 2023

         ກອງປະຊຸມຈັດຂຶ້ນໃນວັນທີ 13 ພະຈິກ 2023 ຢູ່ຫ້ອງປະຊຸມ 102 ພາຍໃຕ້ການເປັນປະທານຂອງ ທ່ານ ທອງຂັນ ພິມວິໄລ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນກງານ. ມີ ທ່ານ ຄຳໂສ້ ກຸໂພຄຳ ຄະນະພັກກະຊວງ, ຫົວໜ້າຫ້ອງການກະຊວງ ພ້ອມດ້ວຍຄະນະຫ້ອງການ, ຄະນະພະແນກ ແລະ ພະນກງານ-ລັດຖະກອນ ພາຍໃນຫ້ອງການກະຊວງ ແລະ ກົມຈັດຕັ້ງ ແລະ ພະນັກງານເຂົ້າຮ່ວມ.
ທ່ານ ທອງຂັນ ພິມວິໄລ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນກງານ ໄດ້ກ່າວມີຄຳເຫັນຕໍ່ກອງປະຊຸມກ່ອນຈະດຳເນີນການປະເມີນຢ່າງເປັນທາງການວ່າ: ການຈັດຕັ້ງການປະເມີນພະນັກງານ-ລັດຖະກອນຄັ້ງນີ້ ແມ່ນມີຈຸດປະສົງ ແລະ ເປົ້າໝາຍເພື່ອຕີລາຄາຄືນຜົນການປະຕິບັດວຽກງານຂອງພະນັກງານລັດຖະກອນ ທີ່ໄດ້ອຸທິດເຫືອແຮງ, ຄວາມຮູ້ຄວາມສາມາດ ເຂົ້າໃນການເຄື່ອນໄຫວວຽກງານທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງຕະຫຼອດໄລຍະ 1 ປີທີ່ຜ່ານມາ. ການປະເມີນຜົນງານ ກໍ່ເພື່ອແນ່ໃສ່ ເຮັດໃຫ້ການຊອກໄດ້ພະນັກງານທີ່ມີຄວາມຮູ້, ຄວາມສາມາດ, ຊອກໄດ້ພະນັກງານທີ່ເຮັດແທ້, ທຳຈິງ.

          ທ່ານ ກ່າວຕື່ມວ່າ: ການປະເມີນລັດຖະກອນລວມມີສອງປະເພດຄື: ການປະເມີນແບບປົກກະຕິ ເຊິ່ງຈັດຂຶ້ນທຸກໆປີ ແລະ ຈັດເປັນປະຈຳ ເພື່ອປະເມີນຜົນງານການເຄື່ອນໄຫວວຽກງານໃນປີໜຶ່ງ ແລະ ການປະເມີນແບບສະເພາະ. ການປະເມີນແບບສະເພາະແມ່ນການປະເມີນຈັດຂຶ້ນກ່ອນການແຕ່ງຕັ້ງ ຫຼື ຍົກຍ້າຍ, ສັບຊ້ອນໜ້າທີ່ຕຳ ແໜ່ງໃໝ່ ເພື່ອໃຫ້ການຄັດເລືອກພະນັກງານມີຄຸນນະພາບ, ມີຄຸນສົມບັດ, ສິນທຳປະຕິວັດ ແລະ ມີຄວາມຮູ້ຄວາມສາມາດ.

          ຫຼັງຈາກນັ້ນ, ທ່ານ ຄຳໂສ້ ກຸໂພຄຳ ໄດ້ເຜີຍແຜ່ດຳລັດຂອງລັດຖະບານ ສະບັບເລກທີ 300/ລບ, ລົງວັນທີ 13 ກັນຍາ 2017 ວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ເຊິ່ງປະກອບມີ 7 ໝວດ, 29 ມາດຕາ. ຕອນທ້າຍຂອງກອງປະຊຸມ ທີມງານຈາກກົມຈັດຕັ້ງ ແລະ ພະນັກງານ ໄດ້ໃຫ້ກຽດອະທິບາຍກ່ຽວກັບການນຳໃຊ້ໂປຣແກມການປະເມີນຜົນພະນັກງານລ-ລັດຖະກອນ ເພື່ອໃຫ້ພະນັກງານ-ລັດຖະກອນພາຍໃນຫ້ອງການກະຊວງ ໄດ້ຮັບຮູ້ ແລະ ເຂົ້າໃຈ.

ໂດຍ: ພະແນກປະຊາສຳພັນ ແລະ ໄອທີ