ລາວ-ຣັດເຊຍ ສືບຕໍ່ຮັດແໜ້ນການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ວິທະຍາສາດ-ເຕັກນິກ

         ກອງປະຊຸມຄະນະກຳມະທິການ ຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ວິທະຍາສາດ-ເຕັກນິກ ລະຫວ່າງ ລັດຖະບານ ສປປລາວ ແລະ ລັດຖະບານ ສະຫະພັນ ຣັດເຊຍ ຄັ້ງທີ XVII ໄດ້ຈັດຂຶ້ນໃນວັນທີ 1 ທັນວາ 2023 ນີ້ຢູ່ກະຊວງແຜນການ ແລະ ການລົງທຶນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ Irek FAIZULLIN ລັດຖະມົນຕີກະຊວງກໍ່ສ້າງ, ເຄຫາສະຖານ ແລະ ສາທາລະນຸປະໂພກ ແຫ່ງ ສະຫະພັນຣັດເຊຍ ມີບັນດາ ທ່ານ ຄະນະຄະນະກຳມະການ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ. ຕາງໜ້າກະຊວງພະລັງງານ ແລະ ບໍ່ແຮ່ ແມ່ນ ທ່ານ ນາງ ສັນຕິສຸກ ພິມພະຈັນ ຮອງຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່.

          ກອງປະຊຸມໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດບົດບັນທຶກການຮ່ວມມືສອງຝ່າຍ ລະຫວ່າງ ລັດຖະບານ ຂອງທັງສອງປະເທດ ເປັນຕົ້ນແມ່ນ: ການຮ່ວມມືໃນຂົງເຂດການເງິນ-ການທະນາຄານ, ຂົງເຂດການຄ້າ-ການລົງທຶນ, ຂົງເຂດການຂົນສົ່ງ ແລະ ໂລຈິດສະຕິກ, ຂົງເຂດພະລັງງານ, ຂົງເຂດວິທະຍາສາດ, ການສຶກສາ ແລະ ຂົງເຂດອື່ນໆ. ພ້ອມກັນນີ້, ກອງປະຊຸມຍັງໄດ້ພ້ອມກັນປຶກສາຫາລື ກ່ຽວກັບການກໍ່ສ້າງສວນພຶກສາສາດລາວ, ກິດຈະກຳຂອງມູນນິທິ Roscongress ປະຈຳປີ 2024 ຕື່ມອີກ.
          ໃນໂອກາດກອງປະຊຸມຄັ້ງນີ້, ທັງສອງຝ່າຍໄດ້ລົງນາມເຊັນບົດບັນທຶກຮ່ວມມືສອງຝ່າຍຈໍານວນ 3 ສະບັບຄື: ບົດບັນທຶກກອງປະຊຸມຄະນະກໍາມະທິການ ລາວ-ຣັດເຊຍ ຄັ້ງທີ 17; ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງວິທະຍາສາດ ແລະ ການສຶກສາຊັ້ນສູງ ແລະ ສັນຍາ ວ່າດ້ວຍການເບີກຈ່າຍໜີ້ສິນຂອງ ສປປລາວ ທີ່ຕິດຄ້າງກັບ ສະຫະພັນຣັດເຊຍ ໃນການປ່ອຍສິນເຊື່ອ ທີ່ໄດ້ລົງນາມໃນປີ 2003 ທີ່ຜ່ານມາ.
ໂດຍ: ຄໍາແສງ ແກ້ວປະເສີດ