ຊຸດຝຶກອົບຮົມ Women in Renewable and Energy in SE Asia (WIRES)

          ໃນລະຫວ່າງ 11-14/09/2023 ທ່ານ ນາງ ສັນຕິສຸກ ພິມພະຈັນ ຮອງຫົວໜ້າຫ້ອງການ, ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະວິຊາການ ໄດ້ເຂົ້າຮ່ວມການຝຶກອົບຮົມສຳມະນາ Women in Renewable and Energy in SE Asia (WIRES) ແບບເຊິ່ງໜ້າ ທີ່ ຮ່າໂນ່ຍ ສສ ຫວຽດນາມ, ນອກຈາກນີ້ ທ່ານ ນາງ ສັນຕິສຸກ ພິມພະຈັນ ຍັງໄດ້ຖືກເຊີນຕາງໜ້າຈາກ ສປປ ລາວ ຮ່ວມກັບ ບັນດາປະເທດສະມາຊິກອາຊຽນເພື່ອບັນຍາຍ, ແບ່ງປັນປະສົບການເຮັດວຽກຂອງແມ່ຍິງໃນຂະແໜງວິສະວະກຳ ໂດຍສະເພາະລົງເລິກດ້ານພະລັງງານໄຟຟ້າ ແລະ ບັນດາວິຊາການຈາກກະຊວງ ພະລັງງານ ແລະ ບໍ່ແຮ່ ຍັງໄດ້ເຂົ້າຮ່ວມເຮັດກິດຈະກຳ ແລະປ່ຽນຂໍ້ມູນທີ່ຕິດພັນກັບພະລັງງານທົດແທນເປັນຕັ້ນແມ່ນ: ການນໍາໃຊ້ລົດໄຟຟ້າທີ່ສົ່ງຜົນກະທົບຕໍ່ລະບົບສາຍສົ່ງ, ສິ່ງທ້າທາຍໃນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວໃຫ້ໄດ້ເປັນສູນ ໃນປີ 2050, ຜົນກະທົບຈາກການຍົກເລີກການນຳໃຊ້ຖ່ານຫີນ.

         ຈຸດປະສົງຂອງການຝຶກອົບຮົມ ເພື່ອສ້າງຄວາມເຂັ້ມແຂງທາງດ້ານເຕັກນິກໃນຂົງເຂດພະລັງງານທົດແທນ ໃຫ້ແກ່ ພະນັກງານ-ວິຊາການຍິງຂອງພາກພື້ນອາຊີ (Women in Renewable and Energy in SE Asia (WIRES)) ແລະ ແລກປ່ຽນຄວາມຮູ້ຮ່ວມກັບບັນດາຜູ້ຊ່ຽວຊານຈາກສະຫະລັດອາເມລິກາ ແລະ ຊ່ຽວຊານຈາກບັນດາສະມາຊິກໃນອາຊຽນ ກິດຈະກຳດັ່ງກ່າວແມ່ນເລີ່ມໄດ້ເລີ່ມຕົ້ນໃນວັນທີ 16/06/2023-01/12/2023 ເຊິ່ງໃນໄລຍະຜ່ານມາແມ່ນໄດ້ມີການຮ່ວມເຮັດກິດຈະກຳຜ່ານທາງລະບົບອອນລາຍ.

ພາບ-ຂ່າວ: ຫ້ອງການກະຊວງ