ການເຜີຍແຜ່ ຂໍ້ຕົກລົງ ວ່າດ້ວຍກຳນົດໝາຍການໃຊ້ຈ່າຍງົບປະມານແຫ່ງລັດ, ການປະຢັດ ແລະ ຕ້ານການຟູມເຟືອຍ ສະບັບເລກທີ 0200/ກງ, ລົງວັນທີ 25 ມັງກອນ 2023

          ໃນວັນທີ 28 ກຸມພາ 2023, ທີ່ຜ່ານມາ, ຫ້ອງການກະຊວງ ພະລັງງານ ແລະ ບໍ່ແຮ, ໄດ້ຈັດກອງປະຊຸມເຜີຍແຜ່ ຂໍ້ຕົກລົງ ວ່າດ້ວຍກຳນົດໝາຍການໃຊ້ຈ່າຍງົບປະມານແຫ່ງລັດ, ການປະຢັດ ແລະ ຕ້ານການຟູມເຟືອຍ, ສະບັບເລກທີ 0200/ກງ, ລົງວັນທີ 25 ມັງກອນ 2023 ໃຫ້ ພະນັກງານ ກະຊວງພະລັງງານ ແລະ ບໍ່ແຮ່; ຂື້ນ ໃຫ້ກຽດເປັນປະທານຂອງທ່ານ ຄຳໂສ້ ກຸໂພຄໍາ, ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່,

ທ່ານ ຍັງໄດ້ກ່າວຕື່ມວ່າ: ຂໍສະແດງຄວາມຊົມເຊີຍ ມາຍັງທ່ານ ຫົວໜ້າພະແນກກວດກາລາຍຈ່າຍງົບປະມານ ກະຊວງການເງິນ ທີ່ເສຍສະຫລະເວລາ ອັນຄ່າມາ ເຜີຍແຜ່ ຂໍ້ຕົກລົງ ວ່າດ້ວຍກຳນົດໝາຍການໃຊ້ຈ່າຍງົບປະມານແຫ່ງລັດ, ການປະຢັດ ແລະ ຕ້ານການຟູມເຟືອຍ ສະບັບເລກທີ 0200/ກງ, ລົງວັນທີ 25 ມັງກອນ 2023 ໃຫ້ ພະນັກງານ ກະຊວງພະລັງງານ ແລະ ບໍ່ແຮ່; ເຊິ່ງເປັນຂໍ້ຕົກລົງ ສະບັບໃຫມ່ທີ່ ມາປ່ຽນແທນ ສະບັບ ເລກທີ 4000/ກງ, ລົງວັນທີ 12 ທັນວາ 2018 ເຊິ່ງເປັນສະບັບເກົ່າທີ່ພວກເຮົາໄດ້ນໍາໃຊ້ໃນການຄິດໄລ່ ລາຍຈ່າຍງົບປະມານແຫ່ງລັດ ມາຕັ້ງແຕ່ປີ 2019 ເປັນຕົ້ນມາຈົນຮອດປີ 2022; ແລະ ເລີ່ມຕົ້ນການນໍາໃຊ້ງົບປະມານ ປີ 2023 ແມ່ນຈະໄດ້ປະຕິບັດຕາມ ຂໍ້ຕົກລົງ ສະບັບເລກທີ 0200/ກງ, ລົງວັນທີ 25 ມັງກອນ 2023.

ຈຸດປະສົ່ງ ຂອງກອງປະຊຸມໃນມື້ນີ້ ກໍ່ເພື່ອໃຫ້ພະນັກງານ ຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ທຸກໆທ່ານທີ່ເຂົ້າຮ່ວມ ໃຫ້ກຳໄດ້ເຖິງລະບຽບ ຫລັກການ ການໃຊ້ຈ່າຍງົບປະມານແຫ່ງລັດ ໃຫ້ເລິກເຊິ່ງ ແລະ ກຳໄດ້ເຖິງວິທີການນໍາໃຊ້ງົບປະມານໃຫ້ຖຶກຕ້ອງຕາມລະບຽບ ຫລັກການ ການໃຊ້ຈ່າຍງົບປະມານແຫ່ງລັດ ຮັບປະກັນບໍ່ໃຫ້ມີການນໍາໃຊ້ງົບປະມານ ຊໍ້າຊ້ອນ ແລະ ບໍ່ຖຶກເປົ້າຫມາຍ, ໃຫ້ມີການປະຢັດ ແລະ ຕ້ານການຟູມເຟືອຍ ແລະ ອັນສຳຄັນ ເພື່ອເປັນການເອກະພາບກັນໃນການຈັດຕັ້ງປະຕິບັດ ງົບປະມານແຫ່ງລັດໃຫ້ໄປໃນທິດທາງ ແລະ ເປົ້າໝາຍອັນດຽວກັນ, ຮັບປະກັນຄວາມ ຖຶກຕ້ອງຕາມລະບຽບກົດໝາຍງົບປະມານແຫ່ງລັດ.
– ອີງຕາມກົດໝາຍງົບປະມານແຫ່ງລັດ ສະບັບເລກທີ 71/ສພຊ,ລົງວັນທີ 16 ທັນວາ 2015.
– ຫ້ອງການກະຊວງ ໃນນາມເປັນຫົວໜ່ວຍງົບປະມານ ຄຸ້ມຄອງການບໍລິຫານງົບປະມານ ລາຍຮັບ-ລາຍຈ່າຍຂອງກະຊວງ ຈິ່ງຮຽກຮອງມາຍັງທຸກທ່ານເພື່ອໃຫ້ຄວາມຮ່ວມມື ແລະ ໃຫ້ຄວາມສຳຄັນ ຕໍ່ການປະຕິບັດ ງົບປະມານແຫ່ງລັດ ເຮັດແນວໃດໃຫ້ຖຶກຕ້ອງຕາມລະບຽບກົດຫມາຍງົບປະມານ, ຮັບປະກັນການກວດສອບ, ກວດກາ. 

ທ່ານ ປະທານຍັງໄດ້ເນັ້ນຕື່ມ: ຮຽກຮ້ອງໃຫ້ບັນດາທ່ານ ທີ່ເຂົ້າຮ່ວມໃນມືນີ້ໃຫ້ຄວາມຮ່ວມມື ຕັ້ງໃຈ ແລະ ໃຫ້ເຂົ້າໃຈ ເປົ້າໝາຍການໃຊ້ຈ່າຍງົບປະມານແຫ່ງລັດ ໃຫ້ເລິກເຊິ່ງເພື່ອຄວາມຖຶກຕ້ອງ ແລະ ຮັບປະກັນການປະຕິບັດງົບປະມານແຫ່ງລັດ ສອດຄ່ອງຕາມລະບຽບຫລັກການທີ່ໄດ້ວາງອອກ.

ທ່ານ ປະທານຍັງໄດ້ເນັ້ນຕື່ມ: ຮຽກຮ້ອງໃຫ້ບັນດາທ່ານ ທີ່ເຂົ້າຮ່ວມໃນມືນີ້ໃຫ້ຄວາມຮ່ວມມື ຕັ້ງໃຈ ແລະ ໃຫ້ເຂົ້າໃຈ ເປົ້າໝາຍການໃຊ້ຈ່າຍງົບປະມານແຫ່ງລັດ ໃຫ້ເລິກເຊິ່ງເພື່ອຄວາມຖຶກຕ້ອງ ແລະ ຮັບປະກັນການປະຕິບັດງົບປະມານແຫ່ງລັດ ສອດຄ່ອງຕາມລະບຽບຫລັກການທີ່ໄດ້ວາງອອກ.

ທ່ານ ວັນເພັງ ກ້ານ ຫົວໜ້າພະແນກ ກວດກາລາຍຈ່າຍງົບະມານ, ຈາກ ກະຊວງ ການເງິນ: ກໍ່ໄດ້ນຳສະເໜີ ພາບລວມຂອງຂໍ້ຕົກລົງ ວ່າດ້ວຍກຳນົດໝາຍການໃຊ້ຈ່າຍງົບປະມານແຫ່ງລັດ, ການປະຢັດ ແລະ ຕ້ານການຟູມເຟືອຍ, ສະບັບເລກທີ 0200/ກງ, ລົງວັນທີ 25 ມັງກອນ 2023 ແກ່ພະນັກງານ ຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ໃນການປັບປຸງບາງມາດຕາ ແລະ ລະບຽບຕ່າງໆໃນຂໍ້ຕົກລົງສະບັບດັ່ງກ່າວ.

ພາບ: ສົມສະນຸກ
ຂ່າວ: ພະແນກ ການເງິນ