ກະຊວງພະລັງງານ ແລະ ບໍ່ແຮ່ ປະກອບສ່ວນຢ່າງຫ້າວຫັນ ເຂົ້າໃນວຽກງານສະມາຄົນພິການແຫ່ງຊາດ

          ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານການເຄື່ອນໄຫວຂອງສະມາຄົມຄົນພິການແຫ່ງຊາດລາວ ຄະນະພັກ, ຄະນະນຳກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມອບໝາຍໃຫ້ຫ້ອງການກະຊວງ ນຳໄປມອບເງິນຈຳນວນ 50,000,000 (ຫ້າສິບລ້ານ) ກີບ ໄປມອບໃຫ້ ສະມາຄົມຄົນພິການແຫ່ງຊາດ ໃນວັນທີ 1 ເມສາ 2025. ຕາງໜ້າກະຊວງພະລັງງານ ແລະ ບໍ່ແຮ່ ກ່າວມອບຂອງ ທ່ານ ເພັດພາພອນ ລັດຖະຈັກ ຮອງຫົວໜ້າຫ້ອງການກະຊວງ ແລະ ກ່າວຮັບຂອງ ສຳນຽງ ທຳມະວົງ ປະທານສະມາຄົມຄົນພິການແຫ່ງຊາດລາວ ໂດຍມີພະນັກງານຂອງທັງສອງຝ່າຍເປັນກຽດສັກຈໍຂີ່ພິຍານ.
ພາບ-ຂ່າວ: ລຸ້ງຟ້າ ອົບພະຈັນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506