
ເນື່ອງໃນໂອກາດສະເຫຼີ່ມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ແລະ ທັງເປັນການສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ສະມາຊິກພັກຂອງໜ່ວຍພັກຫ້ອງການ ຄັ້ງທີ IV ທີ່ຈະຈັດຂຶ້ນໃນມໍ່ໆນີ້, ໃນວັນທີ 21 ມັງກອນ 2025 ຄະນະໜ່ວຍພັກຫ້ອງການກະຊວງ ນໍາພາໂດຍ ສະຫາຍ ຄໍາໂສ້ ກຸໂພຄຳ, ກຳມະການພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າຫ້ອງການກະຊວງ ໄດ້ນຳພາສະມາຊິກພັກພາຍໃນໜ່ວຍພັກຫ້ອງການກະຊວງ ຢ້ຽມຊົມຫໍພິພິທະພັນປະຫວັດສາດກອງທັບປະຊາຊົນລາວ.

ການເຂົ້າຢ້ຽມຊົມໃນຄັ້ງນີ້,ເພື່ອໃຫ້ອ້າຍນ້ອງພະນັກງານ ພາຍໃນຫ້ອງການ ໄດ້ຮຽນຮູ້ ແລະ ລະລຶກເຖິງບຸນຄຸນຂອງອ້າຍນ້ອງທະຫານ, ຕຳຫຼວດ ທີ່ປະກອບສ່ວນໃນການຕໍ່ສູ້ ເພື່ອຍາດເອົາເອກະລາດ ຂອງປວງຊົນລາວ ຂື້ນມາ, ພ້ອມດ້ວຍເງີນຊຸກຍູ້ຈຳນວນ 5,000,000 ກີບ ແລະ ອວຍພອນທີ່ປະເສີດເຖີງຄະນະພັກ-ຄະນະນຳກອງບັນຊາການທະຫານ ຕະຫຼອດຮອດພະນັກງານ-ຫຼັກແຫຼ່ງ ນາຍ ແລະ ພົນທະຫານ, ເວົ້າລາວ, ກໍ່ຄືພະນັກງານການນໍາກະຊວງ ປ້ອງກັນປະເທດ ທຸກຂັ້ນ ເວົ້!ສະເພາະ, ຈົ່ງມີສຸຂະພາບເຂັ້ມແຂງ, ແຂງແຮງ, ມີພານາໄມສົມບູນໃນການປະຕິບັດໜ້າທີ່ວຽກງານໃຫ້ມີຜົນສຳເລັດທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້; ອີກຢ່າງໜື່ງກໍແມ່ນການເພີ່ມທະວິຄວາມສາມັກຄີຮັກແພງ, ສະໜິດສະໜົມ ລະຫ່ວາງ ກະຊວງ ພະລັງງານ ແລະ ບໍ່ແຮ່ ກັບ ກະຊວງ ປ້ອງກັນປະເທດ ໃຫ້ນັບມື້ເຕີບໃຫ່ຍເຂັ້ມແຂງເທື່ອລະກ້າວ ແລະ ເພື່ອປະກອບສ່ວນຊຸກຍູ້ເຂົ້າໃນການປັບປຸງກໍ່ສ້າງກົມກອງທີ່ຢູ່ເຂດທຸລະການດານຫ່າງໄກສອກຫຼີກອໍານວຍຄວາມສະດວກໃຫ້ແກ່ພະນັກງານ – ນັກຮົບທີ່ພວມເຄື່ອນໄຫວປະຕິບັດໜ້າທີ່ປ້ອງກັນ ໃຫ້ມີຄວາມສະດວກສະບາຍວ່ອງໄວທັນສະໄໝ.

ໃນໂອກາດດຽວກັນ ຄະນະຮັບຜິດຊອບຫໍພິທິຕະພັນຍັງໄດ້ສະແດງຄວາມຂອບໃຈ ທີ່ທາງຄະນະພັກ-ຄະນະນຳກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມຄະນະທີ່ໄດ້ເຂົ້າມາຢ້ຽມຊົມ ແລະ ອວຍພອນ, ພ້ອມທັງເງິນຈຳນວນໜຶ່ງ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນວຽກງານລວມຂອງກອງຫໍພິທິທະພັນເອງ ພ້ອມນັ້ນ ຍັງເປັນການສະແດງເຖີງ ຄວາມໝາຍ, ຄວາມສຳຄັນກ່ຽວກັບວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 76 ປີ, ທີ່ຍາດຜົນງານມາໄດ້ໃນໄລຍະຜ່ານມາກໍ່ຄືການປະກອບສ່ວນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງເທື່ອລະກ້າວ.
