
ໃນວັນທີ 19 ພຶດສະພາ 2023 ທີ່ຫ້ອງປະຊຸມ 102 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມີກອງປະຊຸມພົບປະລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຄະນະຊ່ຽວຊານຈາກອົງການຄົ້ນຄວ້າເສດຖະກິດ ມະຫາພາກອາຊຽນ+3 (AMRO). ຕາງໜ້າກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ການຕ້ອນຮັບ ແລະ ພົບປະຄັ້ງນີ້ມີ ທ່ານ ສຸລິຍາ ແສງດາລາວົງ ຮອງຫົວໜ້າຫ້ອງການກະຊວງ ແລະ ທ່ານ Dr. Li Kouqing ຜູ້ອຳນວຍການ ອົງການຄົ້ນຄວ້າເສດຖະກິດ ມະຫາພາກອາຊຽນ+3. ນອກຈາກນີ້ ຍັງມີຜູ້ຕາງໜ້າຈາກທະນາຄານແຫ່ງ ສປປລາວ ຕື່ມອີກ.

ໃນໂອກາດດັ່ງກ່າວ ທ່ານ Dr. Li Kouqing ຜູ້ອຳນວຍການ ອົງການຄົ້ນຄວ້າເສດຖະກິດ ມະຫາພາກອາຊຽນ+3 ໄດ້ແຈ້ງຈຸດປະສົງການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປລາວ ໃນຄັ້ງນີ້, ກໍ່ເພື່ອ ເພື່ອເກັບກໍາຂໍ້ມູນ ແລະ ຕິດຕາມສະພາບເສດຖະກິດມະຫາພາກຂອງ ສປປ ລາວ ປະຈຳປີ 2023 (Annual Consultation Visit) ເຊິ່ງເປັນການປະຕິບັດຕາມພາລະບົດບາດ ແລະ ເປັນວາລະປົກກະຕິຂອງອົງການ AMRO ທີ່ຈະຕ້ອງໄດ້ລົງເກັບກຳສະຖິຕິ ແລະ ຂໍ້ມູນດ້ານເສດຖະກິດຂອງບັນດາປະເທດສະມາຊິກ.

